ປິດຝຶກອົບຮົມ ການບັນຊີວິສາຫະກີດທີ່ຕິດບັນກັບວຽກງານທ້າຍສະໄໝ ຂອງທຸລະກິດຮັບເໝົາກໍ່ສ້າງ (ຊຸດທີ II).

ໃນວັນທີ 27 ທັນວາ 2024 ກົມຄຸ້ມຄອງການບັນຊີ ຮ່ວມກັບ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບໄດ້ມີພິທີປິດຊຸດຝຶກອົບຮົມ ກ່ຽວກັບ ການບັນຊີວິສາຫະກິດ ວຽກງານບັນຊີທ້າຍສະໄໝ ທີ່ຕິດພັນກັບ ທຸລະກິດການຮັບເໝົາກໍ່ສ້າງ ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງ ທ່ານ ວັນໄຊ ທອງສີທາວົງ ຮອງຫົວໜ້າກົມຄຸ້ມຄອງການບັນຊີ, ມີຮອງຫົວໜ້າສະຖາບັນການເງິນ ແລະ ການບັນຊີ, ພະນັກງານກົມຄຸ້ມຄອງການບັນຊີ, ນັກຝຶກອົບຮົມຈາກຫົວໜ່ວຍທຸລະກິດ, ວິສາຫະກິດບໍລິການບັນຊີ–ກວດສອບ ແລະ ພາກສ່ວນຕ່າງໆເຂົ້າຮ່ວມທັງໝົດ ຈຳນວນ 49 ທ່ານ ເປັນ ຍິງ 29 ທ່ານ.

ນັກສຳມະນາກອນ ທີ່ໄດ້ຮັບໃບຢັ້ງຢືນໃນຄັ້ງນີ້ ແມ່ນໄດ້ຜ່ານການຝຶກອົບຮົມ ແລະ ຮັບຟັງການນຳສະເໜີ ກ່ຽວກັບ ການກຳນົດຜັງບັນຊີ ສະເພາະການບໍລິການທີ່ຕິດພັນກັບທຸລະກິດການຮັບເໝົາກໍ່ສ້າງ, ການໄດ້ຮຽນຮູ້ກ່ຽວກັບບັນດາລາຍການເຄື່ອນໄຫວປະຈຳວັນ, ລາຍການປັບປຸງທ້າຍສະໄໝ, ການສ້າງໃບລາຍງານສົມທຽບຜົນໄດ້ຮັບດ້ານບັນຊີ ແລະ ດ້ານອາກອນ, ການຄິດໄລ່ຕົວເລກເຂົ້າໃນໃບລາຍງານກະແສເງິນສົດ, ການສ້າງບົດອະທິບາຍຊ້ອນທ້າຍເອກະສານລາຍງານການເງິນ ແລະ ການນຳໃຊ້ໂປຣ ແກຣມບັນຊີ ເປັນຕົ້ນ.

ຈຸດປະສົງຂອງການຝຶກອົບຮົມ ແມ່ນແນ່ໃສ່ ເພື່ອຍົກລະດັບຄວາມຮູ້ ດ້ານວຽກງານການບັນຊີວິສາຫະກິດ ທີ່ໄດ້ຮັບຮອງຈາກ ລັດຖະມົນຕີ ກະຊວງການເງິນ ໃຫ້ແກ່ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ເພື່ອນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີຄວາມເປັນເອກະພາບກັນໃນຂອບເຂດທົ່ວປະເທດ.
![]() | ![]() |
![]() | ![]() |

ໂອກາດນີ້, ທ່ານ ວັນໄຊ ທອງສີທາວົງ ໄດ້ມີຄຳເຫັນບາງບັນຫາສຳຄັນວ່າ: ການຈັດຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ດ້ານວຽກງານການບັນຊີວິສາຫະກິດ ທີ່ໄດ້ຮັບຮອງຈາກ ລັດຖະມົນຕີ ກະຊວງການເງິນ ໃຫ້ແກ່ພະນັກງານບັນຊີ ຂອງຫົວໜ່ວຍທຸລະກິດ, ວິສາຫະກິດບັນຊີ-ກວດສອບ, ສະມາຊິກ ສະພາວິຊາຊີບນັກບັນຊີນັກກວດສອບ ແລະ ຄູ-ອາຈານ ຈາກສະຖາບັນການສຶກສາ ເພື່ອນຳໄປຈັດຕັ້ງປະຕິບັດຕົວຈິງ ໃຫ້ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ. ສິ່ງສຳຄັນທີ່ສຸດກໍແມ່ນຮຽກຮ້ອງໃຫ້ ນັກສຳມະນາກອນ ໃຫ້ນຳເອົາຄວາມຮູ້ ຄວາມສາມາດໄປນຳໃຊ້ເຂົ້າໃນການເຮັດວຽກຕົວຈິງຢ່າງມີປະສິດທິພາບ ແລະ ປະສິດທິຜົນ ມີຄວາມວ່ອງໄວ ໂປ່ງໃສ ສາມາດກວດສອບໄດ້.