• ຄັງເງິນແຫ່ງຊາດ
  • |
  • 2025-02-04
  • |
  • ສາມອົງການຈັດຕັ້ງ

         ໃນວັນທີ 19 ກໍລະກົດ 2024, ໜ່ວຍກໍາມະບານຮາກຖານ ຄັງເງິນແຫ່ງຊາດ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ III ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ການ ສິງທາວົງໄຊ ກໍາມະການຄະນະພັກຮາກຖານ, ຮັກສາການຫົວໜ້າຄັງເງິນແຫ່ງຊາດ, ສະຫາຍ ອຸບັນ ສຸພິດາ ກໍາມະການພັກກະຊວງ, ຮອງປະທານສະຫະພັນກໍາມະບານ ກະຊວງການເງິນ, ຫົວໜ້າກົມກວດກາ ແລະ ສະຫາຍ ມີໄຊ ພຸດທະວົງ ຮອງຫົວໜ້າໜ່ວຍກຳມະບານຮາກຖານ ຄັງເງິນແຫ່ງຊາດ. ມີຕາງໜ້າໜ່ວຍຊາວໜຸ່ມ, ແມ່ຍິງ ຂອງຄັງເງິນແຫ່ງຊາດ ພ້ອມດ້ວຍສະມາຊິກກໍາມະບານພາຍໃນໜ່ວຍ ແລະ ຕາງໜ້າຈາກໜ່ວຍກໍາມະບານຮາກຖານ ບັນດາກົມອ້ອມຂ້າງເຂົ້າຮ່ວມ.

            ໃນກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍກຳມະບານຮາກຖານຊຸດໃໝ່ ຕາມລະບຽບການ, ເຊິ່ງການປ່ອນບັດຄັດເລືອກຜູ້ແທນລົງສະໝັກທັງໝົດ 07 ສະຫາຍ ແລະ ເລືອກເອົາ 05 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ນິເວດ ຟອງແສງແກ້ວ ເປັນຫົວໜ້າໜ່ວຍກຳມະບານຮາກຖານ; ສະຫາຍ ມີໄຊ ພຸດທະວົງ ເປັນຮອງຫົວໜ້າໜ່ວຍ, ທັງເປັນປະທານກວດກາ; ສະຫາຍ ວັນເພັງ ກ້ານ ເປັນກຳມາການ; ສະຫາຍ ນາງ ວົງສະຫວັນ ພອນແກ້ວປະເສີດ ເປັນກໍາມະການ ແລະ ສະຫາຍ ວຽງສອນ ເພັດສີນວນ ເປັນກໍາມະການໜ່ວຍກຳມະບານຮາກຖານ ຄັງເງິນແຫ່ງຊາດ.

      ໂອກາດດັ່ງກ່າວ, ສະຫາຍ ອຸບັນ ສຸພິດາ ໄດ້ສະແດງຄວາມຊົມເຊີຍ ຕໍ່ການຊີ້ນໍາ-ນໍາພາ ຂອງຄະນະໜ່ວຍຊຸດເກົ່າ ທີ່ໄດ້ຊີ້ນໍາ-ນໍາພາ ສະມາຊິກ, ພະນັກງານປະຕິບັດໜ້າທີ່ການເມືອງຂອງຕົນ ເຮັດໃຫ້ຍາດໄດ້ຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ, ເນັ້ນໃຫ້ຄະນະໜ່ວຍຊຸດໃໝ່ ຕ້ອງສຶບຕໍ່ປັບປຸງແກ້ໄຂຂໍ້ຄົງຄ້າງທີ່ຍັງບໍ່ສາມາດບັນລຸໄດ້, ເຊີດຊູວຽກງານທີ່ມີຜົນສໍາເລັດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໂດຍສະເພາະວຽກງານທີ່ຕິດພັນກັບວິຊາສະເພາະຂອງຄັງເງິນ.

© 2025 Copyright: ກະຊວງການເງິນ, ສປປ ລາວ