• ກະຊວງການເງິນ
  • |
  • 2025-03-07
  • |
  • ວຽກວິຊາສະເພາະ

        ໃນວັນທີ 7 ມີນາ 2025, ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການຄົ້ນຄວ້າ, ປັບປຸງ ແລະ ໂຮມກົດໝາຍວ່າດ້ວຍງົບປະມານແຫ່ງລັດ. ໂດຍການເປັນປະທານ ຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ໂດຍມີຄະນະຮັບຜິດຊອບຊີ້ນໍາລວມ, ຄະນະຄົ້ນຄວ້າເນື້ອໃນ ແລະ ກອງເລຂາ ຈາກກະຊວງການເງິນ ແລະ ກະຊວງກ່ຽວຂ້ອງເຂົ້າຮ່ວມ. 

          ໂອກາດນີ້ ທ່ານ ພູວົງ ກິດຕະວົງ ໄດ້ມີຄຳເຫັນວ່າ: ກອງປະຊຸມຫາລືໃນຄັ້ງນີ້ກໍ່ແມ່ນເພື່ອເປັນການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 05 ປີ ຂອງສະ ພາແຫ່ງຊາດ ຊຸດທີ X (2026-2030) ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ ຂອງກະຊວງ ການເງິນ ປະຈໍາປີ 2025. ໂດຍອີງຕາມບົດລາຍງານຂອງ ກະຊວງຍຸຕິທໍາ ທີ່ລາຍງານຕໍ່ລັດຖະບານ ສະບັບເລກທີ 0377/ກຍ, ລົງວັນທີ 13 ມັງກອນ 2025 ມີກົດໝາຍທີ່ຈະສ້າງໃໝ່ ແລະ ປັບປຸງ ແຕ່ປີ 2026-2030 ທັງໝົດ 56 ສະບັບ, ໃນນັ້ນ: ມີກົດໝາຍສ້າງໃໝ່ 15 ສະບັບ (ກະຊວງການເງິນ 02 ສະບັບ) ແລະ ກົດໝາຍປັບປຸງ 41 ສະບັບ (ກະຊວງການເງິນ 04 ສະບັບ) ເຊິ່ງກົດໝາຍ ວ່າດ້ວຍ ງົບປະມານແຫ່ງລັດ ກໍ່ແມ່ນນອນໃນແຜນທີ່ ຈະປັບປຸງ ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ.

        ສະນັ້ນ, ເພື່ອຮັບປະກັນການຄົ້ນຄວ້າປັບປຸງກົດໝາຍໃຫ້ມີປະສິດທິຜົນ, ມີຈຸດສຸມ ທັງຮັບປະ ກັນຄວາມ ສອດຄ່ອງກັບນະໂຍບາຍ, ທິດທາງລວມຂອງລັດຖະບານ ແລະ ກະຊວງການເງິນ, ສະນັ້ນ,  ຈຶ່ງໄດ້ ແຕ່ງຕັ້ງ ຄະນະຮັບຜິດຊອບຄົ້ນຄ້ວາໂຮມ ແລະ ປັບປຸງກົດໝາຍ ຕາມຂໍ້ຕົກລົງ ສະ ບັບເລກທີ 0502/ກງ, ຄັ້ງວັນທີ 25 ກຸມພາ 2025 ໂດຍປະກອບມີ ບັນດາທ່ານທີ່ຕາງໜ້າຈາກ ກຳມະທິການທີ່ກ່ຽວຂ້ອງຂອງ ສະພາແຫ່ງຊາດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກະຊວງພາຍໃນ ແລະ ກະຊວງຍຸຕິທໍາ ເພື່ອຄົ້ນຄວ້າໂຮມ ແລະ ປັບປຸງຄືນ ກົດໝາຍ ວ່າດ້ວຍ ງົບປະມານແຫ່ງລັດ, ໂດຍໄດ້ລົງເລິກ 2 ກົດໝາຍ ດັ່ງນີ້: ກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ) ສະບັບເລກທີ 71/ສພຊ, ລົງວັນ ທີ 16 ທັນວາ 2015 ປະກອບມີທັງໝົດ 10 ພາກ, 96 ມາດຕາ ແລະ (2) ກົດໝາຍ ວ່າດ້ວຍ ການປັບປຸງບາງ ມາດຕາຂອງກົດໝາຍ ວ່າດ້ວຍງົບປະມານແຫ່ງລັດ ສະບັບເລກທີ 13/ສພຊ, ລົງວັນທີ 17 ພະຈິກ 2021 ປະກອບມີ 25 ມາດຕາ ທີ່ໄດ້ປັບປຸງຜ່ານມາ.

© 2025 Copyright: ກະຊວງການເງິນ, ສປປ ລາວ