ໃນວັນທີ 11 ມີນາ 2025 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ວິກັສ ຊີລ, ຫົວໜ້າຫ້ອງການກຸ່ມ ທີ່ ສປປ ລາວ ສັງກັດ ປະຈໍາ ADB ພ້ອມດ້ວຍຄະນະ ໃນໂອກາດທີ່ສະພາບໍລິຫານ ໄດ້ມາຢ້ຽມຢາມ ສປປ ລາວ. ໂອກາດດັ່ງກ່າວ, ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈສະພາບໍລິຫານ ທີ່ໄດ້ຊຸກຍູ້ໃຫ້ ADB ກັບຄືນສູ່ການສະໜອງທຶນ (ທັງເງິນກູ້ ແລະ ເງິນຊ່ວຍເຫຼືອລ້າ ແລະ ການຊ່ວຍເຫຼືອດ້ານວິຊາການ) ໃຫ້ ສປປ ລາວ. ປັດຈຸບັນ ສປປ ລາວ ກຳລັງຈັດຕັ້ງປະຕິບັດຍຸດທະສາດການຮ່ວມມື ກັບ ADB ໄລຍະ ປີ 2024-2028, ເຊິ່ງ ADB ໄດ້ໃຫ້ການຊ່ວຍເຫຼືອຫຼາຍຮູບແບບ ເພື່ອຊ່ວຍຫຼຸດຜ່ອນພາລະໜີ້ສິນ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆ. ກະຊວງການເງິນ, ໄດ້ຮັບເງິນກູ້ຢືມ ຈາກ ADB ຈໍານວນ 25 ລ້ານ ໂດລາ ສຫລ ແລະ ເງິນຊ່ວຍເຫຼືອລ້າ ຈໍານວນ 2 ລ້ານ ໂດລາ ສຫລ ສຳລັບການຈັດຕັ້ງປະຕິບັດໂຄງການເພີ່ມລາຍຮັບພາຍໃນປະເທດແບບທັນສະໄໝ ເຊິ່ງກົມສ່ວຍສາອາກອນ ສົມທົບກັບ ADB ເພື່ອເລີ່ມຈັດຕັ້ງປະຕິບັດໂຄງການ. ຈຸດປະສົງ ຂອງໂຄງການ ແມ່ນເພື່ອສືບຕໍ່ ຍົກລະດັບຄວາມອາດສາມາດຂອງລະບົບ TaxRIS ໃນການເພີ່ມທະວີການເກັບລາຍຮັບພາຍໃນ ເພື່ອສ້າງແຫຼ່ງລາຍຮັບ, ຫຼຸດຜ່ອນໜີ້ສິນສາທາລະນະ ແລະ ຊຸກຍູ້ການສະໜອງການບໍລິການໃນການມອບພັນທະອາກອນ ໃຫ້ຍືນຍົງ. ໂດຍຈະໄດ້ປະຕິບັດ 4 ໜ້າວຽກຄື: ການປັບປຸງຫັນເປັນທັນສະໄໝການບໍລິການເສຍອາກອນ; ການພັດທະນາລະບົບໃບເກັບເງິນ ແບບເອເລັກໂທນິກ (E-invoicing); ການຍົກລະດັບຂີດຄວາມສາມາດໃນການວິໄຈຂໍ້ມູນ ແລະ ການປັບປຸງຫ້ອງຝຶກອົບຮົມສຳລັບພະນັກງານສ່ວຍສາອາກອນ (Tax Academy). ພ້ອມນັ້ນ, ທ່ານລັດຖະມົນຕີ ຍັງໄດ້ຕີລາຄາການຮ່ວມມື ກັບ ADB ນັບແຕ່ປີ 2023 ເປັນຕົ້ນມາ ທັງລາຍງານໃຫ້ເຫັນໄດ້ ສະພາບເສດຖະກິດຂອງ ສປປ ລາວ ໃນປີ 2024 ຂະຫຍາຍຕົວ ໃນລະດັບ 4,6% (ຕາມມະຕິສະພາແຫ່ງຊາດ 4.5% ຂຶ້ນໄປ), ເຊິ່ງກໍ່ສອດຄ່ອງກັບການຕີລາຄາຂອງອົງການຈັດຕັ້ງສາກົນ ຄືປະມານ 4%. ເຫັນໄດ້ການຈັດເກັບລາຍຮັບ ຄຸ້ມຄອງລາຍຈ່າຍ, ການຂາດດຸນງົບປະມານ ລວມທັງການແກ້ໄຂບັນຫາອັດຕາເງິນເຟີ້, ອັດຕາແລກປ່ຽນພາຍໃນປະເທດ ແລະ ດ້ານການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ, ເຊິ່ງສຳລັບແຫຼ່ງທຶນ ທີ່ນໍາໃຊ້ໃນການຊໍາລະ ແມ່ນຈະມາຈາກການອອກພັນທະບັດລັດຖະບານ ຜ່ານຕະຫຼາດຫຼັກຊັບລາວ, (ຊຶ່ງໃນໄລຍະ ປີ 2024 ຜ່ານມາ ແມ່ນສາມາດລະດົມໄດ້ປະມານ 650 ລ້ານ ໂດລາ ສຫລ), ການເກັບຄືນເງິນກູ້ຢືມຕໍ່, ການກູ້ຢືມຈາກທະນາຄານທຸລະກິດ. ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ຈະຊ່ວຍໃຫ້ຄະນະສະພາບໍລິຫານ ໄດ້ຮັບຮູ້ສະພາບການພັດທະນາປະເທດຕົວຈິງ ຫຼັງຈາກ ການແຜ່ລະບາດພະຍາດໂຄວິດ 19, ເຊິ່ງ ມີຄວາມຄືບໜ້າ ແລະ ສິ່ງທ້າທາຍຫຼາຍຢ່າງ, ລວມທັງຄວາມພະຍາຍາມຂອງລັດຖະບານໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ການເງິນ, ເປັນໂອກາດທີ່ ສປປ ລາວ ຈະໄດ້ແລກປ່ຽນ ແລະ ຂໍການຊ່ວຍເຫຼືອເພີ່ມ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ປີ 2030.
ຈາກນັ້ນ, ທ່ານ ວິກັສ ຊີລ, ຫົວໜ້າຫ້ອງການກຸ່ມ ພ້ອມດ້ວຍຄະນະ ຍັງໄດ້ມີຄໍາຄິດເຫັນແລກປ່ຽນ ແລະ ສອບຖາມບັນຫາທີ່ມີຄວາມສົນໃຈເພື່ອເປັນຂໍ້ມູນ ແລະ ເປັນທິດທາງໃນການປະຕິບັດວຽກງານ ກໍຄືແຜນການຮ່ວມມື ລະຫວ່າງ ສປປ ລາວ ແລະ ADB ໃນຕໍ່ໜ້ານໍາອີກດ້ວຍ.
![]() |