• ກົມຄຸ້ມຄອງການບັນຊີ
  • |
  • 2025-03-12
  • |
  • ວຽກວິຊາສະເພາະ

        ໃນລະຫວ່າງວັນທີ 12-13 ມີນາ 2025 ທີ່ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍ ແຜ່ສາລະບານບັນຊີ-ງົບປະມານ (ສະບັບປັບປຸງ) ໂດຍການເປັນປະທານ ຂອງທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ ມີຜູ້ຕາງໜ້າຈາກບັນດາບັນດາພະແນກ ການເງິນ 08 ແຂວງພາກເໜືອ, ພະແນກການອ້ອມຂ້າງແຂວງ ມີຄະນະຊີ້ນໍາລວມ ແລະ ຄະນະວິຊາການ ຄົ້ນຄວ້າ ເລກລະ ຫັດ ແລະ ເນື້ອໃນ ສາລະບານບັນຊີງົບປະມານ ຕາມຂໍ້ຕົກລົງ 1511/ກງ ພ້ອມທັງ ຊ່ຽວຊານ ຕາງໜ້າຈາກ ຫ້ອງການທະນາຄານໂລກເຂົ້າຮ່ວມ.

        ໂອກາດນີ້ ທ່ານ ນາງ ດາວອນ ທອງຈັນ ໄດ້ມີບາງຄຳເຫັນຕໍ່: ກອງປະຊຸມ ການເຜີຍແຜ່ ສາລະ ບານບັນຊີ-ງົບປະມານ ສະບັບປັບປຸງ ໃນຄັ້ງນີ້, ໄດ້ຖືກຮັບຮອງດ້ວຍ ຂໍ້ຕົກລົງ ຂອງທ່ານ ລັດຖະມົນ ຕີກະຊວງການເງິນ ສະບັບເລກທີ 4432/ກງ, ລົງວັນທີ 09 ທັນວາ 2025 ແລະ ຈະຕ້ອງໄດ້ເຜີຍ ແຜ່ນໍາໃຊ້ ສໍາລັບການສ້າງແຜນງົບປະມານສົກປີ 2026 ແລະ ບັນທຶກ ຕິດຕາມ ການປະຕິບັດແຜນງົບປະມານດັ່ງກ່າວ.ນໍາສະເໜີ ກ່ຽວກັບ ສາລະບານບັນຊີ-ງົບປະມານ ສະບັບປັບປຸງ ທັງ 07 ອົງປະ ກອບ ແລະ ເຜີຍແຜ່ ຄໍາແນະນໍາ ວ່າດ້ວຍການຈັດຕັ້ງປະຕິບັດໂຄງສ້າງສາລະບານບັນຊີ-ງົບປະມານ. ພ້ອມນັ້ນ, ຄະນະຄົ້ນຄວ້າຈະໄດ້ນໍາສະເໜີ ບັນດາເນື້ອໃນ ເອກະສານ , ຕົວຢ່າງ ການສ້າງແຜນງົບປະ ມານ, ການສັ່ງຈ່າຍ, ການຂໍຖອນເງິນງົບປະມານ ແລະ ການບັນທຶກ ຈົດກ່າຍທາງດ້ານບັນຊີ ເພື່ອຕິດ ຕາມການເຄື່ອນໄຫວລາຍຈ່າຍງົບປະມານດັ່ງກ່າວ ແລະ ເປັນຂໍ້ມູນໃນການຄຸ້ມຄອງການເງິນ ແຫ່ງລັດ ໃຫ້ມີປະສິດທິຜົນດີຂຶ້ນ.

        ຄະນະດັ່ງກ່າວໄດ້ໃຊ້ເວລາ ຄົ້ນຄວ້າ ຫຼາຍປີສົມຄວນ ຮ່ວມກັບ ຊ່ຽວຊານຕ່າງປະເທດ ຈາກທະນາຄານໂລກ ແລະ ກອງທຶນການເງິນສາກົນ ແລະ ພາກ ສ່ວນກ່ຽວຂ້ອງ ເພື່ອໃຫ້ ສາມາດຮອງຮັບ ການປະຕິບັດຕາມມາດຕະຖານສາກົນດ້ານການບັນຊີແຫ່ງລັດ, ຕາມມາດຕະ ຖານສາກົນດ້ານ ສະຖິຕິການເງິນຂອງລັດຖະບານ ໃນການພັດທະນາຕໍ່ໜ້າທີ່ ລວມມີການຫັນເປັນທັນສະໄໝ ລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ, ເຮັດໃຫ້ພວກເຮົາສາມາດ ສ້າງບົດລາຍງານໃຫ້ໄດ້ທັນການ ເພື່ອຮັບໃຊ້ການຄຸ້ມຄອງການເງິນ-ງົບປະມານ ໃຫ້ມີປະສິດທິຜົນຍິ່ງຂຶ້ນ. ສະນັ້ນ, ຂອດການເຜີຍແຜ່ ສາລະບານບັນຊີ-ງົບປະມານ ສະບັບປັບປຸງ ຈຶ່ງເປັນຂອດສໍາຄັນ ເພື່ອເຮັດໃຫ້ບັນດາຫົວໜ່ວຍງົບປະມານ ເຂົ້າໃຈ ແລະ ບຸກທະລຸ ໃນການນໍາໃຊ້ສາລະ ບານບັນຊີ-ງົບປະມານ ໃນການສ້າງ, ປະຕິບັດ ແຜນງົບ ປະມານແຫ່ງລັດ ແລະ ໃນການຖື ບັນຊີຂອງຫົວໜ່ວຍຕົນ ໃຫ້ສອດຄ່ອງ ຢ່າງມີປະສິດທິຜົນ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ