ໃນວັນທີ 12 ມີນາ 2025 ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ເປີດກອງປະຊຸມ ຝຶກອົບຮົມວຽກງານການນຳໃຊ້ລະບົບຄຸ້ມຄອງຖານຂໍ້ມູນພະນັກງານ-ລັດຖະກອນ ຂະແໜງການເງິນ ຢູ່ຂັ້ນສູນກາງ ໂດຍການເປັນປະທານຂອງ ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ມີຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການ ທີ່ເປັນຄະນະຮັບຜິດຊອບ ໃນການປ້ອນຂໍ້ມູນ ແລະ ອັບເດດຖານຂໍ້ມູນພະນັກງານ-ລັດຖະກອນ ເຂົ້າຮ່ວມ. ໃນກອງປະຊຸມ ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ໂດຍທ່ານໃຫ້ຮູ້ວ່າ: ວຽກງານດັ່ງກ່າວ ກົມຈັດຕັ້ງ ແລະ ພະນັກງານ ກໍ່ໄດ້ສົມທົບກັບ ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ບໍລິສັດ ເອໄອເອັມ (ຜູ້ພັດທະນາ) ຄົ້ນຄວ້າສ້າງ ແລະ ພັດທະນາລະບົບຄຸ້ມຄອງຖານຂໍ້ມູນພະນັກງານ-ລັດຖະກອນ ເປັນທັນສະໄໝ ຕາມຄວາມຕ້ອງການ ເພື່ອຊ່ວຍໃນການຕິດຕາມ ແລະ ຄຸ້ມຄອງພະນັກງານ-ລັດຖະກອນ ຂະແໜງການເງິນ. ຊຶ່ງລະບົບຄຸ້ມຄອງຖານຂໍ້ມູນພະນັກງານ-ລັດຖະກອນເປັນທັນສະໄໝ ມີຈໍານວນ 5 ໂມດູນໃຫຍ່ ແລະ ປັດຈຸບັນ ໄດ້ພັດທະນາສໍາເລັດ 4 ໂມດູນ ຄື: ໂມດູນຟອມຊີວະປະຫວັດ, ໂມດູນການມອບວຽກ, ໂມດູນການປະເມີນຜົນ, ໂມດູນບົດລາຍງານ ແລະ ສໍາລັບໂມດູນທີ ໂມດູນເຊື່ອມຕໍ່ກັບລະບົບ PIMs ຂອງກະຊວງພາຍໃນ, ຜູ້ພັດທະນາລະບົບຂອງກະຊວງການເງິນ ແລະ ກະຊວງພາຍໃນ ແມ່ນຢູ່ໃນຂັ້ນຕອນການຄົ້ນຄວ້າ ລົງເລິກທາງດ້ານເຕັກນິກ ເຖິງຄວາມເປັນໄປໄດ້ ໃນການເຊື່ອມຕໍ່ 2 ລະບົບດັ່ງກ່າວເຂົ້າກັນ. ວຽກງານດັ່ງກ່າວ ເປັນວຽກງານໜຶ່ງ ທີ່ເປັນວຽກງານຈຸດສຸມ ໃນການພັດທະນາຂະແໜງການເງິນພາກລັດ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ຊຶ່ງໄດ້ສ້າງທ່າຫັນປ່ຽນໃໝ່ ໃນການຄຸ້ມຄອງພະນັກງານ-ລັດຖະກອນ ຂະແໜງການເງິນ ຫັນເປັນທັນສະໄໝ ເພື່ອເກັບກໍາຂໍ້ມູນພະນັກງານຂອງຕົນໃນແຕ່ລະໄລຍະໃຫ້ຖືກຕ້ອງ, ຊັດເຈນ, ວ່ອງໄວ. ສະນັ້ນໃຫ້ຄະນະຮັບຜິດຊອບ ຂອງຫ້ອງການ, ບັນດາກົມ, ທຽບເທົ່າກົມ, ສະຖາບັນ ສືບຕໍ່ຈັດຕັ້ງປະຕິບັດ ຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ຂໍ້ມູນພະນັກງານ-ລັດຖະກອນຖືກຕ້ອງຕາມຄວາມເປັນຈິງ ແລະ ເປັນຂໍ້ມູນທີ່ໄດ້ຮັບການອັບເດດຢ່າງສະໝ່ຳສະເໝີ ພ້ອມນັ້ນ ທ່ານຍັງເນັ້ນໃຫ້ຄະນະຮັບຜິດຊອບຈົ່ງໄດ້ເຂັ້ມງວດ ແລະ ເຊີດຊູ ດ້ວຍຄວາມຮັບຜິດຊອບ, ໃຫ້ມີການແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັນຢ່າງຫຼາກຫຼາຍ ເພື່ອໃຫ້ມີຄວາມກະຈ່າງແຈ້ງ ເຮັດໃຫ້ການຝຶກອົບຮົມ ແລະ ການນຳໃຊ້ລະບົບຄຸ້ມຄອງຖານຂໍ້ມູນພະນັງການ-ລັດຖະກອນ (IHRM) ຂອງພວກເຮົາມີປະສິດທິພາບ.
