• ຂ່າວທ້ອງຖິ່ນ
  • |
  • 2025-03-12
  • |
  • ວຽກງານພັກ-ພະນັກງານ

        ຄະນະພັກຮາກຖານ ພະແນກ ການເງີນ ແຂວງ ສາລະວັນ ສໍາເລັດການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ໃນວັນທີ 11 ມີນາ 2025 ພາຍຫຼັງດຳເນີນເປັນເວລາ 1 ວັນ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ໂດຍການເປັນປະທານຂອງ ສະຫາຍ ພອນປະເສີດ ລາຊາໂພ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ການເງີນແຂວງ, ມີສະຫາຍ ຕາງໜ້າ ຫົວໜ້າຄະນະຈັດຕັ້ງແຂວງ, ຮອງເລຂາ, ຄະນະພັກຮາກຖານ, ເລຂາໜ່ວຍ-ຮອງເລຂາໜ່ວຍອ້ອມຂ້າງຄະນະພັກຮາກຖານ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມ.

        ສະຫາຍ ພອນປະເສີດ ລາຊາໂພ ໄດ້ກ່າວ ວ່າ: ກອງປະຊຸມໃຫຍ່ ຂອງພວກເຮົາ ແມ່ນພາກສ່ວນໜຶ່ງ ຂອງຂະບວນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ທົ່ວແຂວງ ສາລະວັນ ເພື່ອກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ  X ຂອງອົງຄະນະພັກແຂວງ ແລະ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກປະຊາຊົນປະຕິວັດລາວ. ພ້ອມທັງສຸມໃສ່ຄົ້ນຄວ້າ 4 ເນື້ອໃນ ຕົ້ນຕໍ ຄື: ໜຶ່ງ: ກອງປະຊຸມ ໄດ້ພ້ອມກັນຕີລາຄາຄືນ ສະພາບການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ ທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ ຄັ້ງທີ III ຄະນະພັກຮາກຖານຜ່ານມາ, ຍົກໃຫ້ເຫັນຜົນສຳເລັດ, ສິ່ງທີ່ຄົງຄ້າງ ພ້ອມທັງສາເຫດ, ບົດຮຽນຖອດຖອນໄດ້ ເພື່ອຊີ້ນຳວຽກງານໃນຊຸມປີຕໍ່ໄປ. ພ້ອມນັ້ນ ກໍ່ກຳນົດທິດທາງ, ຄາດໝາຍສູ້ຊົນ, ວຽກຈຸດສຸມ 5 ປີຕໍ່ໜ້າ ຕະຫຼອດກອງປະຊຸມໃຫຍ່ ຄັ້ງທີ IV 2025-2029. ຈາກນັ້ນ ສະຫາຍ ໄດ້ຕີລາຄາສະພາບການຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດວຽກງານ ໄລຍະຜ່ານມາ ແມ່ນໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນ ກົກ, ເປັນວຽກງານບູລິມະສິດອັນສໍາຄັນ ໃນການຈັດຕັ້ງ ແລະ ການເຄື່ອນໄຫວນຳພາ ຂອງຕົນ ແລະ ໄດ້ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານນີ້ຢ່າງເປັນລະບົບ, ປົກກະຕິຕໍ່ເນື່ອງ, ສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານການເງິນ ເປັນພື້ນຖານກວ່າໝູ່ ແມ່ນການສຶກສາອົບຮົມແນວທາງ, ແຜນນະໂຍບາຍ ຂອງພັກ ແລະ ນະໂຍບາຍ, ລະບຽບກົດໝາຍ ຂອງລັດ, ກໍຄືບັນດາເນື້ອໃນເອກະສານສໍາຄັນ ຂອງພັກ ແລະ ລັດ ລ້ວນແຕ່ໄດ້ຖືກເຜີຍແຜ່, ຈັດຕັ້ງຄົ້ນຄວ້າເຊື່ອມຊຶມຢ່າງ ທົ່ວເຖິງ ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ. ດ້ານວິຊາສະເພາະ ໄດ້ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃນໄລຍະຜ່ານມາ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍກຳນົດເອົາ 2 ວຽກຈຸດສຸມ ຄື: ຈຸດສຸມທີ 1 ການສ້າງຄວາມເຂັ້ມແຂງ ແລະ ຕ້ານການຮົ່ວໄຫຼ ຂອງລາຍຮັບງົບປະມານແຫ່ງ ລັດ; ຈຸດສຸມທີ 2: ສົ່ງເສີມການປະຢັດ ແລະ ຕ້ານການຟູມເຟືອຍ ຂອງລາຍຈ່າຍງົບປະມານແຫ່ງລັດ ເປັນເນື້ອໃນພື້ນຖານໃນການເຄື່ອນໄຫຼວຽກງານການເງິນ ໂດຍກໍານົດຄາດໝາຍສູ້ຊົນ, ສ້າງແຜນເຄື່ອນໄຫວວຽກເປັນອັນ ລະອຽດຄຽງຄູ່ກັບການນໍາໃຊ້ມາດຕະການຕ່າງໆ ເຂົ້າໃສ່ວຽກງານຕົວຈິງ ແລະ ໄດ້ມີຜົນສໍາເລັດ ເປັນຕົ້ນ: ການຄຸ້ມຄອງດ້ານລາຍຮັບ ໄລຍະ 5 ປີ (2020-2024) ສາມາດຈັດເກັບ ທັງໝົດ 942,04 ຕື້ກີບ, ທຽບໃສ່ແຜນ 5 ປີ ເທົ່າກັບ 108,36%; ໃນນັ້ນ ລາຍຮັບພາສີປະຕິບັດໄດ້ 293,43 ຕື້ກີບເທົ່າກັບ 99,6% ຂອງແຜນການ 5 ປີ, ລາຍຮັບທ້ອງຖິ່ນປະຕິບັດໄດ້ 648,60 ຕື້ກີບ, ເທົ່າກັບ 112,85% ຂອງແຜນການ 5 ປີ. ລາຍຮັບສ່ວຍສາປະຕິບັດໄດ້ 570,79 ຕື້ກີບ, ເທົ່າກັບ 107,83% ທຽບໃສ່ແຜນການ 5 ປີ, ລາຍຮັບຄຸ້ມຄອງຊັບສິນແຫ່ງລັດ ປະຕິບັດໄດ້ 77,80 ຕື້ກີບ, ເທົ່າກັບ 171,6% ທຽບກັບແຜນການ 5 ປີ. ວຽກພົ້ນເດັ່ນ ໃນປີ 2023 ແລະ 2024 ສາມາດເກັບລາຍຮັບໄດ້ ລື່ນຄາດໝາຍ 2 ປີ ຕໍ່ເນື່ອງ. 

        ກອງປະຊຸມຍັງໄດ້ຜ່ານຮ່າງແຜນພັດທະນາຂະແໜງການເງີນ, ຜ່ານບົດສໍາຫຼວດການນໍາພາລວມ, ຜ່ານມາດຖານເງື່ອນໄຂຜູ້ສະໝັກຮັບເລືອກຕັ້ງເປັນຄະນະພັກຊຸດໃໝ່ ແລະ ດໍາເນີນການປ່ອນບັດເອົາຄະນະພັກຊຸດໃໝ່ ເຊິ່ງມີຜູ້ສະໝັກ 9 ສະຫາຍ ເລືອກເອົາ 7 ສະຫາຍ, ຍິງ 2 ສະຫາຍ ຄື: ສະຫາຍ ພອນປະເສີດ ລາຊາໂພ; ສະຫາຍ ຫົງແກ້ວ ມາລີຈັນສີ; ສະຫາຍ ນາງ ຫວັດສະດີ ສີປະເສີດ; ສະຫາຍ ນາງ ດາວວີສີ ບຸນເຮືອງ; ສະຫາຍ ບຸນຖາວອນ ທໍາມະພັດ; ສະຫາຍ ເພັດສົມພູ ດວງບຸດດາ; ສະຫາຍ ລົດສະນີ ສີຫາວົງ.ຜ່ານກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເລືອກເອົາ ສະຫາຍ ພອນປະເສີດ ລາຊາໂພ ເປັນເລຂາຄະນະພັກຮາກຖານ, ສະຫາຍ ຫົງແກ້ວ ມາລີຈັນສີ ເປັນຮອງເລຂາຄະນະພັກຮາກຖານ ທັງເປັນປະທານກວດກາ, ສະຫາຍ ມຸກກິຕາ ວົງສາລະວັນ ແລະ ສະຫາຍ ພູວົງ ຈັນທະລັງສີ ເປັນຮອງປະທານກວດກາ. ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຮັບຟັງຄໍາໂອ້ລົມຊີ້ທິດເຍືອງທາງຈາກ ສະຫາຍ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສາລະວັນ, ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ,ໃຫ້ມີຜົນສໍາເລັດຫຼາຍກ່ວາເກົ່າ.

© 2025 Copyright: ກະຊວງການເງິນ, ສປປ ລາວ