• ຂ່າວທ້ອງຖິ່ນ
  • |
  • 2025-03-11
  • |
  • ວຽກງານພັກ-ພະນັກງານ

        ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານພະແນກການເງິນແຂວງຫຼວງພະບາງ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2025 ທີ່ສະໂມສອນພະແນກການເງິນຂອງແຂວງ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 150 ສະຫາຍ, ຍິງ 60 ສະຫາຍ. ໃນນີ້, ມີຜູ້ແທນສົມບູນທີ່ເປັນຕົວແທນໃຫ້ສະມາຊິກພັກທົ່ວພະແນກ 145 ສະຫາຍ, ຍິງ 60 ສະຫາຍ; ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາພັກແຂວງ ຮອງ ເຈົ້າແຂວງຫຼວງພະບາງ; ມີສະຫາຍ ຄິນຄໍາ ເລັ່ງສະຫວັດ ກໍາມະການພັກແຂວງ ເລຂາຄະນະພັກຮາກຖານ, ຫົວ ໜ້າພະແນກການເງິນແຂວງຫຼວງພະບາງ, ພ້ອມດ້ວຍຄະນະຈັດຕັ້ງແຂວງ, ກວດກາພັກ-ລັດແຂວງ ແລະ ແຂກທີ່ເຊີນເຂົ້າຮ່ວມ.

        ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງ 2 ພາກ, ສະເໜີໂດຍ ສະຫາຍ ຄິນຄໍາ ເລັ່ງສະຫວັດ ເລຂາຄະນະພັກຮາກຖານພະແນກການເງິນ, ຮັບຟັງແຜນການພັດທະນາວຽກງານການເງິນແຕ່ປີ 2020 ຫາປີ 2025 ແລະ ບົດສໍາຫຼວດການນໍາພາລວມ ແລະ ຍັງໄດ້ເປັນເອກະພາບສູງໃນການພິຈາລະນາຕົກລົງຮັບຮອງ ເອົາບັນດາຜົນສໍາເລັດຂອງກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານພະແນກການເງິນ ຄັ້ງທີ VI ເຊັ່ນ:  ການນໍາພາດ້ານການເມືອງ-ແນວຄິດ; ການນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ; ການນໍາພາວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ; ການນໍາພາວຽກງານອົງການຈັດຕັ້ງມະຫາຊົນ; ການນໍາພາວຽກງານປ້ອງກັນສໍານັກງານ; ການນໍາພາວຽກງານພົວພັນພາຍໃນ ແລະ ຕ່າງປະເທດ.

        ພ້ອມດຽວກັນນີ້, ກອງປະຊຸມໃຫຍ່ໄດ້ເປັນເອກະພາບຮັບຮອງເອົາບັນດາຄາດໝາຍລວມທີ່ເປັນແຜນຍຸດທະສາດໃນການພັດທະນາວຽກງານການເງິນຂອງຄະນະພັກຮາກຖານໃນ 5 ປີ ຕໍ່ໜ້າ (2026-2030). ໃນນັ້ນ, ຮັບ ປະກັນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍງົບປະມານໃນ 5 ປີຂ້າງໜ້າ (2026–2030) ໃຫ້ບັນລຸລາຍຮັບໄດ້ 6,097.88 ຕື້ກີບ, ດ້ານລາຍຈ່າຍງົບປະມານແມ່ນ 5,549.28 ຕື້ກີບເກີນດູນງົບປະມານ 548.6 ຕື້ກີບ, ເພີ່ມທະວີເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ ແລະ ຫາງສຽງສັງຄົມຕໍ່ກັບຂະແໜງການເງິນໃຫ້ຫຼຸດລົງເທື່ອລະກ້າວ, ໂດຍເລັ່ງໃສ່ການຕິດຕາມ, ກວດກາ, ກວດການເປັນບັນຫາຕົ້ນຕໍຈຶ່ງຈະສາມາດແກ້ໄຂຜົນຂອງການກວດສອບຂອງອົງ ການກວດສອບພາກເໜືອໃນແຕ່ລະປີໃຫ້ທັນກັບສະພາບ; ເພີ່ມທະວີການນໍາພາ-ຊີ້ນໍາບັນດາອົງການຈັດມະຫາຊົນ ໃຫ້ໄດ້ເຄື່ອນຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະອົງການຈັດຕັ້ງ, ປະຕິບັດຕາມບັນດາຄໍາຂວັນ ແລະຂໍ້ແຂ່ງຂັນ ຂອງຕົນໃຫ້ບັນລຸໄດ້ 95% ຂຶ້ນໄປເສີມຂະຫຍາຍ ແລະ ປົກປັກຮັກສາບັນດາກອງທຶນຂອງຕົນໃຫ້ຫຼາຍຂຶ້ນກວ່າເກົ່າ.

        ຈາກນັ້ນຜູ້ແທນກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ຊຸດໃໝ່, ເຊິ່ງມີຜູ້ສະໝັກທັງໝົດ 09 ສະຫາຍ, ຍິງ 02 ສະຫາຍ ແລະ ເລືອກໄດ້ 07 ສະຫາຍ, ຍິງ 02 ສະຫາຍ,ປະກອບມີ: ສະຫາຍ ຄິນຄໍາ ເລັ່ງສະຫວັດ; ສະຫາຍ ນາງ ດາວອນ ປະທຸມທອງ; ສະຫາຍ ຄໍາເພັດ ສີລາທອງນິດ; ສະຫາຍ ຄໍາມ່ວນ ຄໍາບຸນມີ; ສະຫາຍ ປອ ວົງພະຈັນ ວົງປະດິດ; ສະຫາຍ ສ້ອຍ ວົງພະຈັນ ແລະ ສະຫາຍ ພອນໄຊ ສີອຸດົມພັນ.

        ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກຮາກຖານໄດ້ເປັນເອກະສັນເລືອກເອົາ: ສະຫາຍ ຄິນຄໍາ ເລັ່ງສະຫວັດ ເປັນເລຂາຄະນະພັກຮາກຖານ ພະແນກການເງິນແຂວງຫຼວງພະບາງອີກສະໄໝ; ເລືອກເອົາສະຫາຍ ຄໍາເພັດ ສີລາທອງນິດ ເປັນຮອງເລຂາຄະນະພັກຮາກຖານ ແລະ ຍັງໄດ້ເປັນເອກະສັນເລືອກເອົາສະຫາຍ ຄໍາມ່ວນ ຄໍາບຸນມີ ເປັນປະທານກວດກາພັກ; ສະຫາຍ ພອນໄຊ ສີອຸດົມພັນ ເປັນຮອງປະທານກວດກາພັກ ແລະ ສະຫາຍ ນາງ ສຸພາລິນ ສີສະຫວັດ ເປັນຮອງປະທານກວດກາພັກ, ພ້ອມດຽວກັນນີ້ເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສຳຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງພະບາງ ແລະ ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຫຼວງພະບາງຕື່ມອີກ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ