• ກົມການເງິນຕ່າງປະເທດ
  • |
  • 2025-03-13
  • |
  • ວຽກຮ່ວມມື

        ໃນວັນທີ 13 ມີນາ 2025 ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ເດນິດ ອີວານົບ (Mr. Denis Ivanov) ປະທານຄະນະກຳມະການທະນາຄານສາກົນເພື່ອການຮ່ວມມືເສດຖະກິດ ( IBEC ) ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ ທ່ານ ໄດ້ມາເຮັດວຽກຢູ່ ສປປ ລາວ.

        ໂອກາດນີ້ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ ລາຍງານໃຫ້ຮູ້ວ່າ ການຮ່ວມມືລະຫວ່າງ ສປປ ລາວ ກັບ ທະນາຄານສາກົນເພື່ອການຮ່ວມມືເສດຖະກິດ ( IBEC ) ຈະເປັນການປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ, ສ້າງສາຍພົວພັນ ລາວ - ສ. ຣັດເຊຍ ເປັນສາຍສໍາພັນອັນດີງາມ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື, ເຊິ່ງ ສປປ ລາວ ໄດ້ໃຫ້ຄວາມສໍາຄັນຕໍ່ການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງໃນພາກພຶ້ນອາຊີ-ປາຊີຟິກ, ສອງຝ່າຍ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 7 ຕຸລາ 1960 ແລະ ປີ 2025 ຈະມີສາຍພົວພັນທາງການທູດຄົບຮອບ 65 ປີ, ສະພາບເສດຖະກິດມະຫາພາກຂອງ ສປປ ລາວ ປີ 2024, ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວ ໃນລະດັບ 4,6% (ຕາມມະຕິສະພາແຫ່ງຊາດ 4.5% ຂຶ້ນໄປ), ເຊິ່ງກໍສອດຄ່ອງກັບການຕີລາຄາຂອງອົງການຈັດຕັ້ງສາກົນ ຄືປະມານ 4% ລາຍຮັບ: ປະຕິບັດໄດ້ 55,117 ຕື້ກີບ ເທົ່າກັບ 108% ຂອງແຜນດັດແກ້ (ມະຕິດັດແກ້ແມ່ນ 51,048 ຕື້ກີບ) ເທົ່າກັບ 18.76% ຂອງ GDP (ມະຕິສະພາ 17% ຂອງ GDP)

        ໂອກາດນີ້ ທ່ານ ເດນິດ ອີວານົບ ລາຍງານວ່າ ທະນາຄານ IBEC ເປັນສະຖາບັນພັດທະນາການເງິນຫຼາຍຝ່າຍ ໄດ້ຖືກສ້າງຕັ້ງໃນປີ 1963, ໂດຍຜູ້ຖືຮຸ້ນປະກອບມີປະເທດ: ສ. ລັດເຊຍ, ສສ ຫວຽດນາມ, ມົງໂກນ ເຊິ່ງບັນດາຂາຮຸ້ນມີສິດເທົ່າທຽມ ໃນການລົງຄະແນນສຽງ ຕາມຫຼັກການ ( ໜຶ່ງປະເທດຕໍ່ການລົງຄະແນນໜຶ່ງສຽງ ). ສະພາບໍລິຫານທະນາຄານ IBEC ມາຈາກກະຊວງການເງິນ ສ.ລັດເຊຍ, ທະນາຄານແຫ່ງລັດ ສສ ຫວຽດນາມ, ກະຊວງການເງິນ ປະເທດມົງໂກນ, ທະນາຄານ IBEC ມີນະໂຍບາຍໃນການສົ່ງເສີມການພັດທະນາທີ່ຍືນຍົງໃຫ້ບັນດາປະເທດສະມາຊິກຜູ້ຖືຮຸ້ນດ້ວຍການສົ່ງເສີມວຽກງານການຄ້າ ໂດຍສະເພາະທຸລະກິດການນໍາເຂົ້າ - ສົ່ງອອກ, ໃນປີ 2024 ທະນາຄານ IBEC ໄດ້ມີຍຸດທະສາດໃໝ່ສໍາລັບປີ 2024 – 2026 ທີ່ໄດ້ຂະຫຍາຍການຮ່ວມມື: ຮ່ວມກຸ່ມປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ASEAN),  ສະຫະພັນເສດຖະກິດເອີຣົບ (The Eurasian Economic Union, EAEU) ປະກອບມີ : ອາເມເນຍ, ເບລາຣຸດ, ຄາຊັກສະຖານ, ກີກີສະຖານ, ສ.ລັດເຊຍ, ກຸ່ມປະເທດຕາເວັນອອກກາງ ແລະ ອາຟຣິກາ ເພື່ອບັນລຸຍຸດທະສາດດັ່ງກ່າວ IBEC ຈະໃຫ້ການສະໜັບສະໜູນບັນດາບໍລິສັດຢູ່ບັນດາກຸ່ມປະເທດກ່າວມາຂ້າງເທິງ. ນອກຈາກນີ້, ສປປ ລາວ ຍັງມີສາຍພົວພັນອັນດີງາມຮ່ວມກັບສອງປະເທດສະມາຊິກເຊັ່ນ: ສສ ຫວຽດນາມ ແລະ ສ.ລັດເຊຍ ໃນຫຼາຍຂະແໜງການ. ພ້ອມນີ້, ເພື່ອເປັນການສົ່ງເສີມການຮ່ວມມືດ້ານເສດຖະກິດຂອງ ສປປ ລາວ ແລະ ສອງປະເທດສະມາຊິກ, IBEC ຈະພັດທະນາການຮ່ວມມືກັບບັນດາສະຖາບັນການເງິນ ແລະ ບໍລິສັດພາຍໃນປະເທດ ເພື່ອຊຸກຍູ້ການພັດທະນາທີ່ຍືນຍົງ.

© 2025 Copyright: ກະຊວງການເງິນ, ສປປ ລາວ