ໃນວັນທີ 22 ຕຸລາ 2024 ຮາກຖານກຳມະບານກົມງົບປະມານແຫ່ງລັດ ຄັງເງິນແຫ່ງຊາດ ແລະ ກົມນະໂຍບາຍການເງິນ ໄດ້ຈັດກອງປະຊຸມເຜິຍແຜ່ ແນະນຳການຈັດຕັ້ງປະຕິບັດວຽກງານຂໍ້ແຂ່ງຂັນ 5 ເປັນເຈົ້າ ຂຶ້ນທີ່ກະຊວງການເງິນ ໂດຍການເຂົ້າຮ່ວມຂອງ ທ່ານນາງ ຈັນເພັດ ມະນີແຊງ ຫົວໜ້າກົມຂະບວນການ ສູນກາງສະຫະພັນກຳມະ ບານລາວ. ມີຄະນະຮາກຖານ ພ້ອມດ້ວຍສະມາຊິກເຂົ້າຮ່ວມ.

ໃນວາລະກອງປະຊຸມ ທ່ານນາງ ຈັນເພັດ ມະນີແຊງ ໄດ້ແນະນຳ ກົນໄກ ວິທີການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຊຶ່ງມີເນື້ອໃນບາງຕອນສຳຄັນວ່າ: ຈຸດປະສົງ ລະດັບຄາດໝາຍຂໍ້ແຂ່ງຂັນ 5 ເປັນເຈົ້າກໍ່ແມ່ນເພື່ອໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວ ໃຫ້ມີສະຕິຕື່ນຕົວ ເປັນເຈົ້າການໃນການພັດທະນາຕົນເອງຢ່າງ ຮອບດ້ານ ໂດຍຜ່ານຂະບວນການ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວວາງອອກ ອີກທັງເພື່ອ ເຮັດໃຫ້ສະມາຊິກ ສາມາດກຳໄດ້ເນື້ອໃນລວມ ມາດຖານ 5 ບາດກ້າວ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ເພື່ອຄວາມເປັນເອກະພາບກັນ ໃນການຊີ້ນຳ-ນຳພາ, ຊຸກຍູ້, ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດ ຕັ້ງປະຕິບັດ ຂໍ້ແຂ່ງຂັນດັ່ງກ່າວ ໂດຍຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ. ໂດຍຖືເອົາການປະເມີນຜົນຂະບວນການແຂ່ງຂັນ 5 ເປັນເຈົ້າ ເປັນບັ້ນດຳເນີນຊີວິດການເມືອງ ເພື່ອປັບປຸງ ປົວແປງ ການຈັດຕັ້ງກຳມະບານໃຫ້ນັບມື້ ນັບໜັກແໜ້ນ ເຂັ້ມແຂງ ສາມາດຊອກໄດ້ ກົມ, ກອງ ກໍຄືສະມາຊິກ ທີ່ດີເດັ່ນ ເພື່ອຊຸກຍູ້ສົ່ງເສີມ ຍ້ອງຍໍ ສ້າງເປັນພະນັກງານສືບທອດ ປ່ຽນແທນຢ່າງມີຄຸນນະພາບ. ພ້ອມນັ້ນ ທ່ານ ຍັງໄດ້ ແນະນຳເນື້ອໃນການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 5 ເປັນເຈົ້າ ເງື່ອນໄຂ ແຕ່ລະຂັ້ນ ທີ່ຈະໄດ້ຮັບການຢັ້ງຢືນ ແລະ ຮັບຮອງເປັນ ຮາກຖານ ຫຼື ສະຫະພັນກຳມະບານ 5 ເປັນເຈົ້າ. ຕາມຂອບເຂດ ກຳນົດເວລາ ທີ່ກຳນົດໄວ້.

ພ້ອມນັ້ນກອງປະຊຸມ ຍັງໄດ້ເປີດກວ້າງໃຫ້ມີການແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນຢ່າງກົງໄປ ກົງມາ ເພື່ອ ນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນ ວຽກງານກຳມະບານ ຕົວຈິງໃຫ້ບັນລຸໄດ້ຕາມລະດັບຄາດໝາຍ ກໍ່ຄືແຜນງານທີ່ວາງໄວ້.