ໃນລະຫວ່າງວັນທີ 25-26 ມີນາ 2025 ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ, ກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ໄດ້ຈັດກອງປະຊຸມ ຝືກອົບຮົມການສ້າງຄູຝຶກ ການຈັດຕັ້ງປະຕິບັດວຽກງານຂອບຄວາມສາມາດ, ຜົນການປະເມີນຄວາມຈຳເປັນຂອງການຝຶກອົບຮົມ, ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ, ຄວາມສາມາດໃນການຄຸ້ມຄອງທົ່ວໄປ ແລະ ພາວະຄວາມເປັນຜູ້ນຳ. ໂດຍການເປັນປະທານຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ, ມີນັກສໍາມະນາກອນ ທີ່ມາຈາກບັນດາກົມ, ສະຖາບັນ ອ້ອມຂ້າງກະຊວງການເງິນ, ຈາກພະແນກການເງິນແຂວງຫຼວງພະບາງ, ວິທະຍາໄລການເງິນພາກເໜືອ ພ້ອມດ້ວຍວິທະຍາກອນ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມເຂົ້າຮ່ວມ.
 ໃນກອງປະຊຸມ ທ່ານ ອຸໄທ ອິນທິລາດ ໃຫ້ເຫັນໄດ້ ຄວາມເປັນມາ ແລະ ຄວາມຄືບໜ້າ ກ່ຽວກັບ ວຽກງານການຈັດຕັ້ງປະຕິບັດຂອບຄວາມສາມາດ, ການປະເມີນຄວາມຈຳເປັນຂອງການຝຶກອົບຮົມ ແລະ ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ ເຊິ່ງແມ່ນວຽກໜຶ່ງ ໃນວຽກງານທີ່ເປັນບຸລິມາສິດ ແລະ ນະໂຍບາຍອັນສໍາຄັນຂອງກະຊວງການເງິນ, ທີ່ນອນຢູ່ໃນ 10 ຍຸດທະສາດການພັດທະນາການເງິນແຫ່ງລັດຮອດປີ 2025, ຊຶ່ງໃນນັ້ນ ຍຸດທະສາດທີ 05 ໄດ້ກຳນົດໄວ້ຢ່າງຊັດເຈນ ກ່ຽວກັບການພັດທະນາການຈັດຕັ້ງ ແລະ ບຸກຄະລາກອນ ໃຫ້ມີຄວາມຮູ້ຄວາມສາມາດ ແລະ ໜັກແໜ້ນ ທາງດ້ານການເມືອງແນວຄິດ. ເພື່ອຊ່ວຍໃຫ້ວຽກງານດັ່ງກ່າວ, ສາມາດບັນລຸຕາມ ຍຸດທະສາດດັ່ງກ່າວ, ທະນາຄານໂລກ ໄດ້ໃຫ້ການຊ່ວຍເຫຼືອ ພາຍໃຕ້ໂຄງການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ (E-FITS) ນັບແຕ່ປີ 2019 ເປັນຕົ້ນມາ.  ການຝຶກອົບຮົມໃນຄັ້ງນີ້, ຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການນຳສະເໜີເຕັກນິກ ວິທີວິທະຍາ ແລະ ແນະນຳຄູ່ມືການຈັດຕັ້ງປະຕິບັດວຽກງານ ຂອງຄວາມສາມາດການຄຸ້ມຄອງການເງິນແຫ່ງລັດ ພ້ອມກັບ ການນຳໃຊ້ຊຸດເອກະສານທີ່ເປັນເຄື່ອງມືທີ່ຈະຊ່ວຍປະກອບໃນການຝຶກອົບຮົມ ແລະ ພາຍຫຼັງທີ່ສຳເລັດ ກອງປະຊຸມໃນຄັ້ງນີ້ແລ້ວ ບໍລິສັດທີ່ປຶກສາ ຈະໄດ້ເຂົ້າເຮັດວຽກຮ່ວມກັບບັນດາກົມ ຂອງກະຊວງການເງິນ ເພື່ອຝືກຫຼັກສູດການຄຸ້ມຄອງທົ່ວໄປ ແລະ ຫຼັກສູດສະເພາະ ການຄຸ້ມຄອງການເງິນແຫ່ງລັດ (PFM) ປະກອບມີ 7 ຫຼັກສູດຕົ້ນຕໍ ແລະ 8 ຫຼັກສູດທົ່ວໄປ. |
|
|
ທັງນີ້, ກໍ່ເພື່ອສ້າງຄູຝຶກການຈັດຕັ້ງປະຕິບັດວຽກງານຂອບຄວາມສາມາດ, ຜົນການປະເມີນຄວາມຈຳເປັນຂອງການຝຶກອົບຮົມ, ຫຼັກສູດການຄຸ້ມຄອງການເງິນແຫ່ງລັດ, ສ້າງໃຫ້ມີຄວາມສາມາດໃນການຄຸ້ມຄອງທົ່ວໄປ ແລະ ພາວະຄວາມເປັນຜູ້ນຳ ໃຫ້ແກ່ຜູ້ຕາງໜ້າຈາກແຕ່ລະກົມ ເພື່ອສືບຕໍ່ຜັນຂະຫຍາຍການສ້າງຄວາມອາດສາມາດໃນແຕ່ລະວຽກງານຂອງຕົນໃນຕໍ່ໜ້າ. |