ດ່ານພາສີສາກົນນໍ້າເຫືອງເປັນໜຶ່ງໃນຈໍານວນ 4 ດ່ານສາກົນທີ່ຂຶ້ນກັບແຂວງໄຊຍະບູລີ, ຕັ້ງຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ; ສ່ວນຕົວເລກລາຍຮັບປີ 2025 ໄດ້ຮັບຕົວເລກມອບໝາຍໃຫ້ຈັດເກັບລາຍຮັບເຂົ້າງົບປະ ມານແຫ່ງລັດຈໍານວນ 547,00 ຕື້ກີບ, ຖ້າທຽບໃສ່ປີຜ່ານມາເຫັນວ່າຫຼຸດລົງ 1,41% ຄິດເປັນເງິນປະມານ 7 ຕື້ກວ່າກີບ.
ທ່ານ ຫຸມພັນ ວົງສາ ຫົວໜ້າດ່ານພາສີສາກົນນໍ້າເຫືອງ ໃຫ້ສໍາພາດວ່າ: ໂຄງປະກອບການຈັດຕັ້ງ ແລະ ຈຳ ນວນພົນຂອງດ່ານພາສີສາກົນນໍ້າເຫືອງປະກອບມີ 3 ໜ້າວຽກຄື: ວຽກງານບໍລິຫານ ແລະ ຄຸ້ມຄອງການແຈ້ງພາສີ; ວຽກງານຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ; ວຽກງານຄຸ້ມຄອງສາງ ແລະ ກວດກາສີນຄ້າ; ມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດທັງໝົດ 14 ທ່ານ. ໃນນີ້, ມີຫົວໜ້າດ່ານ, ຮອງດ່ານລວມ 4 ທ່ານ; ມີດ່ານປະເພນີທີ່ຂື້ນກັບດ່ານພາສີສາກົນນໍ້າເຫືອງຈໍານວນ 4 ດ່ານຄື: ດ່ານປະເພນີນາຂ່າ, ດ່ານປະເພນີສີພູມ, ດ່ານປະເພນີເມືອງໝໍ, ດ່ານປະເພນີນາແກ້ງມ້າ.
![]() | ![]() |
ສ່ວນແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດນັບແຕ່ວັນທີ 1 ມັງກອນມາຮອດທ້າຍເດືອນກຸມ ພາ 2024 ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 95,33 ຕື້ກວ່າກີບ ຫຼື ເທົ່າກັບ 17,43% ຂອງແຜນການປີ, ຖ້າທຽບໃສໄລຍະດຽວກັນເຫັນເພິ່ນຂຶ້ນ 14,58% ຄິດເປັນເງິນປະມານ 6,25 ຕື້ກີບ, ເຊິ່ງລາຍຮັບສວນໃຫ່ຍໄດ້ມາຈາກນໍ້າມັນເຊື້ອໄຟ, ກອງທຶນນໍ້າມັນກວມເອົາ 95 %, ສວນທີ່ເຫຼືອມາຈາກເຄື່ອງອຸປະໂພກ, ເຄື່ອງກໍ່ສ້າງ, ຄ່າທໍານຽມ ແລະ ອື່ນໆ.
![]() | ![]() |
ຄຽງຄູ່ກັນນີ້, ດ່ານພາສີສາກົນນໍ້າເຫືອງຍັງໄດ້ນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະເປັນ ຕົ້ນ: ລະບົບອາຊີໂກດະ; ລະບົບ NSWA+; ລະບົບການຊໍາລະຜ່ານທະນາຄານສະມາດແທັກ; ລະບົບບໍລິຫານຄວາມສຽງ; ລະບົບການແຈ້ງລວງໜ້າກອນສິນຄ້າມາເຖິງດ່ານ; ລະບົບຄຸ້ມຄອງລະບອບ ບ53; ລະບົບສາຍແສງສະແກ່ນເນີ.
ພ້ອມທັງຈະໄດ້ຈະສຸມໃສ່ການຄຸ້ມຄອງການນໍາເຂົ້ານໍ້າມັນເຊື້ອໄຟໃຫ້ມີຄວາມຮັດກຸ່ມເຂັ້ມງວດ; ຄຸ້ມຄອງຂໍມູນການແຈ້ງພາສີໃຫ້ລະອຽດ; ຄຸ້ມຄອງການນໍາເຂົ້າພາຫະນະລົດທອງທ່ຽວຢ້ຽມຍາມໃຫ້ເຂັ້ມງວດຂຶ້ນ ແລະ ປຸກ ລະດົມໃຫ້ຜູ້ປະກອບການທີ່ນໍາເຂົ້າ-ສົ່ງອອກສິນຄ້າຜ່ານດ່ານຕ່າງໆ; ເພື່ອເຮັດໃຫ້ການເກັບລາຍຮັບໃນປີ 2025 ບັນລຸແຜນການທີ່ວາງໄວ້.