• ກະຊວງການເງິນ
  • |
  • 2025-03-25
  • |
  • ວຽກຮ່ວມມື

        ໃນວັນທີ 25 ມີນາ 2025 ທີ່ ກະຊວງການເງິນ ໄດ້ມີພິທີ ລົງນາມສັນຍາ ການຮັບຮອງເອົາ ອຸປະກອນ, ລະບົບ ແລະ ມູນຄ່າການພັດທະນາ ລະບົບຄຸ້ມຄອງສາງພາສີ ທັນສະໄໝ ( customs warehouse management system: CWMS ) ໂດຍທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າຫ້ອງການກະຊວງການເງິນ ແລະ ທ່ານ ຄໍາໃສ ທອງປະເສີດ ຜູ້ອຳນວຍການ ບໍລິສັດ ເອັກຊີມ ໂລຈິສ໌ຕິກແອນເຊີວິດສ໌ ຈຳກັດ, ມີຫົວໜ້າກົມທີ່ກຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.

        ລະບົບ CWMS ແມ່ນເພື່ອຕອບສະໜອງ ໃນການຄຸ້ມຄອງວຽກງານພາສີ ໄປສູ່ລະບົບທີ່ທັນສະໄໝ, ສະດວກ, ວ່ອງໄວ ສາມາດກວດສອບໄດ້, ການສະຫຼຸບສັງລວມລາຍງານເປັນແບບເອເລັກໂຕຣນິກ ລາຍງານແບບລຽວທາມ ທັນກັບເວລາຄວາມຕ້ອງການ ແລະ ສາມາດຕອບໂຈດໄດ້ ຂອງວຽກງານຄຸ້ມຄອງສາງພາສີທັນສະໄໝ.

        ການລົງນາມໃນຄັ້ງນີ້ ແມ່ນອິງຕາມຂໍ້ຕົກລົງ ສະບັບເລກທີ 0771/ກງ, ລົງວັນທີ 18 ມີນາ 2025 ລັດຖະມົນຕີກະຊວງການເງິນ ຕົກລົງ ຮັບຮອງອຸປະກອນ, ລະບົບ ແລະ ມູນຄ່າການພັດທະນາລະບົບ CWMS ໃຫ້ກົມພາສີນຳໃຊ້ ຢູ່ບັນດາດ່ານພາສີຊາຍແດນ, ຫ້ອງການພາສີປະຈຳລະບົບສາງ ໃນຂອບເຂດທົ່ວປະເທດ.

© 2025 Copyright: ກະຊວງການເງິນ, ສປປ ລາວ