• ກົມຄຸ້ມຄອງຊັບສິນແຫ່ງລັດ
  • |
  • 2025-02-04
  • |
  • ວຽກວິຊາສະເພາະ

           ໃນວັນທີ 31 ມັງກອນ 2025, ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ຈັດພິທີ ປິດຊຸດຝຶກອົບຮົມວຽກງານວິຊາສະເພາະ, ວຽກງານກວດກາຊັບສິນຂອງລັດ ໃຫ້ພະນັກງານຂະແໜງຊັບສິນ ທົ່ວປະເທດ ປະຈໍາປີ 2024 ໂດຍການເປັນປະທານຂອງ ທ່ານ ວົງພະສິດ ສີລາວົງ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ມີວິທະຍາກອນ ແລະ ນັກສໍາມະນາກອນ ຂະແໜງຊັບສິນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

         ໃນພິທີ, ທ່ານ ນາງ ສົມສະຫວັນ ຫຼວງພະໄຊ ຫົວໜ້າພະແນກຄຸ້ມຄອງຊັບສິນແຫ່ງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ໄດ້ລາຍງານຜົນສໍາເລັດຊຸດຝຶກອົບຮົມຄັ້ງນີ້ ເຊິ່ງໄດ້ດຳເນີນມາເປັນເວລາ 05 ວັນລັດຖະການ ແຕ່ວັນທີ 27-31  ມັງກອນ 2025, ເທົ່າກັບ 40 ຊົ່ວໂມງ; ໂດຍມີນັກສໍາມະນາກອນເຂົ້າຮ່ວມທັງໝົດ 90 ທ່ານ, ຍິງ 12 ທ່ານ ທີ່ມາຈາກນະຄອນຫຼວງ ແລະ ບັນດາແຂວງ ໃນຂອບເຂດທົ່ວປະເທດ ເຊິ່ງໄດ້ຝຶກກ່ຽວກັບວຽກງານນໍາໃຊ້ບັດກວດກາຂອງເຈົ້າໜ້າທີ່ນະແໜງຄຸ້ມຄອງຊັບສິນແຫ່ງລັດ; ວຽກງານກວດກາພັກ; ວຽກງານກວດກາລັດ  ແລະ ວຽກງານຕ້ານການສໍ້ລາດບັງຫຼວງ; ວຽກງານແກ້ໄຂຜົນການກວດສອບ-ກວດກາ; ວຽກງານກວດກາຊັບສິນຂອງລັດທີ່ຕິດພັນກັບວຽກງານບັນດາພະແນກອ້ອມຂ້າງກົມ.

          ພາຍຫຼັງສໍາເລັດການຝຶກອົບຮົມ ເຫັນໄດ້ວ່ານັກສຳມະນາກອນແຕ່ລະທ່ານໄດ້ມີຄວາມຮັບຮູ້ໃໝ່ເພີ່ມຂຶ້ນ, ສາມາດນໍາໃຊ້ບົດຮຽນ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ, ການກວດກາຊັບສິນຂອງລັດ ເພື່ອໃຫ້ຕອບສະໜອງໄດ້ການປ່ຽນແປງຂອງຟື້ນຖານເສດຖະກິດ ແລະ ການຄຸ້ມຄອງງົບປະມານໃນແຕ່ລະໄລຍະ. ເຊິ່ງຜ່ານການປະເມີນຜົນຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນຢູ່ໃນລະດັບດີ ຫາ ດີຫຼາຍ ສະເລ່ຍ 90% ໃນຄວາມຮັບຮູ້, ຮຽນຮູ້ດ້ານເນື້ອ ແລະ ຂອດການຈັດຕັ້ງປະຕິບັດວຽກງານຕົວຈິງ.

ໃນພິທີ ຍັງໄດ້ມອບໃບຢັ້ງຢືນສໍາເລັດການຝຶກອົບຮົມ ໃຫ້ແກ່ນັກສໍາມະນາກອນ ເຊິ່ງໃຫ້ກຽດມອບໂດຍ ທ່ານ ວົງພະສິດ ສີລາວົງ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ.

© 2025 Copyright: ກະຊວງການເງິນ, ສປປ ລາວ