ໃນປີ2024 ຜ່ານມາດ່ານພາສີສາກົນພູດູ່, ສາມາດຈັດເກັບລາຍຮັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 8,46 ຕື້ກວ່າກີບ ຫຼື ເທົ່າກັບ 99,47% ຂອງແຜນການປີ (ຈໍານວນ 8,50 ຕື້ກີບ)ຖ້າສົມທຽບໄລຍະດຽວກັນຂອງປີ 2023 ຫຼຸດລົງ 115,87 ຕື້ກີບ ຫຼື 93,20%, ສາເຫດເນື່ອງຈາກວ່າໄດ້ຍຸດຕິການນໍາເຂົ້ານໍ້າມັນເຊື້ອໄຟຜ່ານດ່ານ.

ທ່ານ ຈັນສະໝອນ ສິດທະວົງ ຫົວໜ້າດ່ານພາສີສາກົນພູດູ່ ໃຫ້ສຳພາດຫວ່າງບໍ່ດົນທີ່ຜ່ານມາວ່າ: ດ່ານພາສີສາກົນພູດູ່ ເປັນດ່ານສາກົນໜຶ່ງທີ່ຕັ້ງຢູ່ໃນຂອບເຂດພື້ນທີ່ຂອງເມືອງປາກລາຍ ແຂວງໄຊຍະບູລີ ທີ່ຂຶ້ນກັບພາສີປະຈຳແຂວງໄຊຍະບູລີ ແລະ ມີ 1 ດ່ານປະເພນີທີ່ຂຶ້ນກັບ, ໂດຍມີຊາຍແດນຕິດກັບຈັງຫວັດອຸດຕະດິດ ປະເທດໄທ, ໃນການຈັດຕັ້ງປະຕິບັດໄດ້ແບ່ງເປັນ 2 ກຸ່ມວຽກຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີ ແລະ ກຸ່ມວຽກຄຸ້ມຄອງພາຫະນະ,ຜູ້ໂດຍສານ ແລະ ກວດກາສິນຄ້າ;ເຊິ່ງປະກອບມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 8 ທ່ານ.

ດ້ານການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ພາຍໃນດ່ານແມ່ນມີຄວາມສະຫງົບໂດຍພື້ນຖານ,ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງຕາມທີ່ໄດ້ຮັບມອບໝາຍ,ໃຫ້ການບໍລິການອໍານວຍຄວາມສະດວກບົນລະບຽບຫຼັກການກຳນົດ, ປັບປຸງແກ້ໄຂຂອດການບໍລິການພາຍໃນດ່ານໃຫ້ມີຄວາມສະດວກ, ວ່ອງໄວ, ຮັບປະກັນໄດ້ດ້ານລະບຽບກົດໝາຍ, ການສົ່ງອອກ-ນໍາເຂົ້າສິນຄ້າມີບາງຊະນິດເພີ່ມຂຶ້ນ, ໂດຍສ່ວນສິນຄ້າຂາອອກແມ່ນສິນຄ້າອຸປະ ໂພກ-ບໍລິໂພກກວມເອົາ 62,27% ຂອງລາຍຮັບທັງໝົດ ແລະ ສິນຄ້າຂາອອກປະເພດແຮ່ບາລິດ, ສິນຄ້າກະສິກໍາຈໍານວນໜຶ່ງ.

ແຕ່ເນື່ອງຈາກວ່າປີ 2024 ຜ່ານມາດ່ານພາສີສາກົນພູດູ່ ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບ 8,50 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດປະຕິບັດໄດ້ 8,46 ຕື້ກີບເທົ່າກັບ 99,47% ຂອງແຜນການປີ, ຖ້າສົມທຽບໄລຍະດຽວກັນປີຜ່ານມາຫຼຸດລົງ 115,87 ຕື້ກີບ ຫຼືເທົ່າກັບ 93,20%, ສາເຫດເນື່ອງຈາກທ້າຍປີ 2023 ໄດ້ມີແຈ້ງການຂອງກະຊວງການເງິນໃຫ້ຍຸດຕິການນໍາເຂົ້ານໍ້າມັນເຊື້ອໄຟຜ່ານດ່ານສາກົນພູດູ່, ເຮັດໃຫ້ລາຍຮັບຫຼຸດລົງແບບກ້າວກະໂດດ, ແຕ່ກົງກັນຂ້າມລາຍຮັບຈາກສິນຄ້າປະເພດເຄື່ອງອຸປະໂພກ-ບໍລິໂພກ, ຄ່າທໍານຽມພາຫະ ແລະ ອາຍແກ໋ດ...ມີລັກສະນະຕັ້ງໜ້າ.

ທ່ານ ຈັນສະໝອນ ສິດທະວົງ ກ່າວຕື່ມອີກວ່າ: ສາເຫດ, ດ້ານດີຍ້ອນມີການຊີ້ນໍາຢ່າງໃກ້ສິດຈາກຄະນະນໍາຂອງກົມພາສີ, ພາສີປະຈຳແຂວງ, ອົງການປົກຄອງທ້ອງຖິ່ນໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຕິດພັນກັບຂະແໜງພາສີແຕ່ລະໄລຍະ, ມີກົດໝາຍພາສີ, ມີນິຕິກຳຕ່າງໆທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ມີລະບົບທັນສະໄໝທີ່ເປັນເຄື່ອງມືຮັບໃຊ້ໃນວຽກງານວິຊາສະເພາະລວມທັງພະນັກງານ-ເຈົ້າໜ້າທີ່ພາສີພາຍໃນດ່ານເປັນເຈົ້າການໃນການຈັດຕັ້ງປະຕິບັດລະບຽບກົດໝາຍ, ມະຕິຄໍາສັ່ງຕ່າງໆ, ການພົວພັນປະສານສົມທົບກັບສາຍຕັ້ງ-ສາຍຂວາງ, ຂະແໜງການທີ່ກ່ຽວຂ້ອງເຮັດໃຫ້ມີຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານຕ່າງໆ.
ສໍາລັບທິດທາງແຜນການປີ 2025 ດ່ານພາສີສາກົນພູດູ່ໄດ້ຮັບຕົວເລກຈັດເກັບລາຍຮັບທັງໝົດ 11 ຕື້ກວ່າກີບ, ຖ້າທຽບໃສປີຜ່ານມາເພີ່ມຂຶ້ນ 29,41% ຫຼື ເທົ່າກັບ 2,50 ຕື້ກວ່າກີບ. ສະນັ້ນ, ເພື່ອແນໃສ່ເຮັດໃຫ້ການຈັດເກັບລາຍຮັບດັ່ງກ່າວບັນລຸໄດ້ຕາມແຜນການ, ຄະນະດ່ານຈະໄດ້ສຸ່ມໃສ່ຫຼາຍບັນຫາ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ພະນັກງານພາສີດ້ວຍການບຸກທະລຸຫັນເປັນທັນສະໄໝໃຫ້ສາມາດກາຍເປັນພະນັກງານຊຳນານງານ, ໝູນໃຊ້ເຄື່ອງມືທັນສະໄໝເຂົ້າໃນວຽກງານວິຊາສະເພາະ, ກຳນົດແຜນວຽກ, ແຜນງານປະຈຳອາທິດ, ເດືອນ, ງວດ, ປີຂອງດ່ານຈະແຈ້ງ, ເຜີຍແຜ່ກົດໝາຍ ແລະ ນິຕິກຳ, ແລກປ່ຽນກັບຜູ້ປະກອບການເປັນແຕ່ລະໄລຍະເພື່ອຮັບປະກັນໃນກາານຈັດຕັ້ງປະຕິບັດວຽກງານນໍາເຂົ້າ ແລະ ສົ່ງອອກສິນຄ້າໃຫ້ສາມາດເກັບລາຍຮັບຖືກຕ້ອງ ແລະ ຄົບຖ້ວນ.