• ກົມຄຸ້ມຄອງຊັບສິນແຫ່ງລັດ
  • |
  • 2025-03-27
  • |
  • ວຽກວິຊາສະເພາະ

        ໃນວັນທີ 27 ມີນາ 2025 ນີ້, ທີ່ນະຄອນຫຼວງວຽງຈັນ; ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ເພື່ອບໍລິຫານໂຄງການ (UNOPS), ອົງການສະຫະປະຊາຊາດ ຝ່າຍເສດ ຖະກິດ ແລະ ສັງຄົມ (UNDESA) ແລະ ອົງການສະຫະປະຊາຊາດ ກອງທຶນເພື່ອການພັດທະນາ (UNCDF) ໄດ້ຈັດກອງປະຊຸມ ນໍາສະເໜີແຜນປະຕິບັດງານ ການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄຸ້ມຄອງຊັບສິນ ພື້ນຖານໂຄງລາ່ງ ຂອງສປປ ລາວ.

        ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ; ມີທ່ານ ບັກໂຮເດຍ ເບີຄະນອ໋ຟ (Mr. Bakhodir Burkhanov) ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາສປປ ລາວ (UNRCO)ທ່ານ ປີແອຣ ຢີບສ ຈູໂຊເມ (Mr.Pierre-Yves Jousseaume) ຜູ້ຈັດການອາວຸໂສໂຄງການ ອົງການສະຫະປະຊາຊາດເພື່ອການບໍລິການໂຄງການປະຈໍາລາວ (UNOPS);ນັກເສດຖະສາດອາວຸໂສຈາກອົງການສະຫະປະຊາຊາດ (UNDESA); ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ; ຜູ້ຕາງໜ້າຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນປະຈໍາ ລາວ; ຕາງໜ້າຈາກບັນດາກະຊວງ, ສະຖາບັນ, ລັດວິສະຫະກິດ ແລະ ສະມາຄົມເຂົ້າຮ່ວມ.

        ສໍາລັບແຜນປະຕິບັດງານການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄຸ້ມຄອງຊັບສິນ ພື້ນຖານໂຄງລາງໃນສປປ ລາວ, ໄດ້ເລີ່ມຕົ້ນດໍາເນີນການສືກສາມາແຕ່ຕົ້ນປີ 2023 ໂດຍໄດ້ນໍາໃຊ້ເຄຶ່ອງມືປະເມີນຂີດຄວາມ

ສາມາດໃນການຄຸ້ມຄອງຊັບສິນພື້ນຖານໂຄງລ່າງທີ່ໄດ້ພັດທະນາຂຶ້ນ ໂດຍອົງການສະຫະປະຊາຊາດ ເພື່ອການບໍລິ ການໂຄງການ.

        ເຊິ່ງແຜນປະຕິບັດງານການສ້າງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ແກ່ການຄຸ້ມຄອງຊັບສິນພື້ນຖານໂຄງລ່າງຈະຊ່ວຍໃຫ້ສາມາດສ້າງຄວາມຫຼຸກຕົ້ນທຶນຂອງການລົງທຶນ ແລະ ທຸກໆຄົນສາມາດເຂົ້າເຖິງການບໍລິການໄດ້ ແລະ ຊັບສິນພື້ນຖານໂຄງລ່າງໄດ້ຢ່າງມີປະສິດທິພາບມີຄວາມຍືນຍົງ.

        ສະນັ້ນ, ເພື່ອປັບປຸງຍົກສູງປະສິດທິພາບປະສິດທິຜົນຂອງແນວທາງການຄຸ້ມຄອງຊັບສິນພື້ນຖານໂຄງລ່າງຂອງສປປ ລາວ ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າ ແລະ ນໍາໃຊ້ຕາມພາລະບົດບາດ, ປັບປຸງບັນດານະໂຍບາຍລະບຽບການຂໍ້ກໍານົດຕ່າງໆລວມທັງພາລະບົດບາດການຈັດຕັ້ງຂອງອົງກອນ, ຂະບວນການຂັ້ນຕອນດໍາເນີນການວົງຈອນຊີວິດຂອງຊັບສິນ, ເພື່ອຍົກສູງປະສິດທິພາບປະສິດທິຜົນຂອງການຄຸ້ມຄອງຊັບສິນພື້ນຖານໂຄງລາງຂອງສປປ ລາວ ແລະ ໃນ ປີ 2025 ເປັນປີລິເລີ່ມຈັດຕັ້ງປະຕິບັດຜັນຂະຫຍາຍແຜນປະຕິບັດງານອັນທີເປັນບຸລິມະສິດ ແລະຈະກ້າວໄປສູ່ໝາກຜົນຕົວຈິງທີ່ສາມາດຈັບຕ້ອງໄດ້ໃນຕໍ່ໜ້າ.

       ພ້ອມດຽວກັນນີ້, ແຜນປະຕິບັດງານດັ່ງກ່າວສອດຄ່ອງກັບຫຼັກການ, ເພີ່ມໂອກາດການລົງທຶນໃນອານາຄົດ ແລະ ເປັນການປະກອບສ່ວນຢ່າງຕັ້ງໜ້າຕໍ່ການຂະຫຍາຍຕົວທາງດ້ານເສດຖະກິດກໍ່ຄືການພັດທະນາເສດຖະກິດ-ສັງຄົມຂອງປະເທດ.

© 2025 Copyright: ກະຊວງການເງິນ, ສປປ ລາວ