• ກົມສ່ວຍສາອາກອນ
  • |
  • 2025-03-28
  • |
  • ວຽກວິຊາສະເພາະ

ໃນວັນທີ 27 ມີນາ 2025 ນີ, ທີ່ໂຮງແຮມຄາວພາຊາ, ຄະນະຮັບຜິດຊອບຄົ້ນຄວ້າປັບປຸງຮ່າງກົດໝາຍອາກອນລາຍໄດ້, ໄດ້ຈັດກອງປະຊຸມທາບທາມຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ) ໂດຍການເຂົ້າຮ່ວມກ່າວເປີດກອງປະຊຸມຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີຕາງໜ້າຈາກທະນາຄານໂລກ, ຄະນະຮັບຜິດຊອບຄົ້ນຄວ້າສ້າງຮ່າງກົດໝາຍ, ຫົວໜ່ວຍວິສາຫະກິດທີ່ຂຶ້ນກັບກົມສ່ວຍສາອາກອນ, ສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ແລະ ເຂດເສດຖະກິດພິເສດເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເພື່ອເປັນການທາບທາມ, ຮັບຟັງການປະກອບຄຳຄິດຄຳເຫັນຈາກວິສາຫະກິດຕໍ່ເນື້ອໃນຮ່າງກົດໝາຍວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ), ເຊິ່ງຄະນະຮັບຜິດຊອບໄດ້ດຳເນີນການປັບປຸງກົດໝາຍຕາມຂັ້ນຕອນຂອງກົດໝາຍວ່າດ້ວຍການສ້າງນິຕິກຳ ແລະ ໄດ້ນຳເອົາກົດໝາຍສະບັບເກົ່າມາຄົ້ນຄວ້າປັບປຸງ, ທາບທາມຄຳເຫັນ, ໂດຍຮ່າງກົດໝາຍດັ່ງກ່າວໄດ້ທາບທາມຄຳເຫັນໃນການປັບປຸງກົດໝາຍຢູ່ 3 ພາກໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 339 ທ່ານ.

ພ້ອມດຽວກັນນີ້, ຍັງໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ, ໂດຍຍົກບັນຫາຄວາມເປັນຈິງທີ່ເກີດຂຶ້ນ ຫຼື ບັນຫາທີ່ພົບເຫັນລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນລາຍໄດ້, ຂໍ້ຄິດເຫັນ, ຂໍ້ສະເໜີ, ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ, ຮັບປະກັນການຄຸ້ມຄອງເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ນັບມື້ເພີ່ມຂຶ້ນ,ເຊິ່ງແນໃສ່ແກ້ໄຂຄວາມຫຍຸງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ມີຜົນສຳເລັດຕາມຄາດໝາຍ.

ຕາມວາລະກອງປະຊຸມຍັງໄດ້ຮັບຟັງການສະເໜີ, ການປະກອບຄໍາເຫັນແລກປ່ຽນບົດຮຽນຈາກຊ່ຽວຊານທະນາຄານໂລກລວມທັງຂໍ້ສະດວກ,ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນລາຍໄດ້ໃນໄລຍະຜ່ານມາ, ເພື່ອໃຫ້ຄະນະຮັບຜິດຊອບປັບປຸງກົດໝາຍນຳໄປພິຈາລະນາ.

© 2025 Copyright: ກະຊວງການເງິນ, ສປປ ລາວ