• ກົມຈັດຕັ້ງ ແລະ ພະນັກງານ
  • |
  • 2025-02-04
  • |
  • ວຽກວິຊາສະເພາະ

        ໃນວັນທີ 31 ມັງກອນ 2025, ຢູ່ທີ່ສະຖາບັນການເງິນ-ການບັນຊີ ໄດ້ຈັດພິທີມອບໃບຢັ້ງຢືນ ສໍາເລັດການຝຶກອົບຮົມ ໄລະຍະສັ້ນ ສໍາລັບລັດຖະກອນໃໝ່ ຂອງກະຊວງການເງິນ ປີ 2023 ແລະ ປີ 2024 ໂດຍການໃຫ້ກຽດເປັນປະທານ ແລະ ມອບໃບຢັ້ງຢືນ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນການເງິນ-ການບັນຊີ ພ້ອມດ້ວຍຄະນະຮັບຜິດຊອບ ແລະ ລັດຖະກອນໃໝ່ ຂະແໜງການເງິນ ເຂົ້າຮ່ວມ.

ໃນພິທີ, ທ່ານ ຟອງສີສຸພັນ ພົມມະວົງ ລາຍງານຜົນສໍາເລັດຂອງການຝຶກອົບຮົມຄັ້ງນີ້ ເຊິ່ງນັກສຳມະນາກອນທັງໝົດມີ 28ທ່ານ, ຍິງ 11 ທ່ານ. ໃນນີ້, ໃຊ້ເວລາຮຽນທັງໝົດ 20 ວັນ ລັດຖະການ ແຕ່ວັນທີ 06 ຫາ 31 ມັງກອນ 2025  ເທົ່າກັບ 160 ຊົ່ວໂມງ ໂດຍໄດ້ຝຶກໃນ 03 ພາກ ຄື: ພາກຄວາມຮູ້ທົ່ວໄປ; ຄວາມຮູ້ພື້ນຖານວິຊາສະເພາະ (ພຶດຕິກໍາຕົວຈິງ) ແລະ ພາກຄວາມຮູ້ວິຊາສະເພາະ (ນິຕິກໍາຂະແໜງການເງິນ).

ຜ່ານການຕິດຕາມ, ກວດກາ ເຫັນໄດ້ວ່ານັກສໍາມະນາກອນມີຄວາມຕັດສິນໃຈສູງ, ເອົາໃຈໃສ່ເຂົ້າຮ່ວມຝຶກອົບຮົມເປັນປົກກະຕິ, ມີຄວາມເຂົ້າໃຈຕໍ່ທິດສະດີຕ່າງໆສົມທຽບກັບການປະຕິບັດໜ້າທີ່ວຽກງານຕົວຈິງ, ປະຕິບັດໂມງເວລາຢ່າງເຄັ່ງຄັດ, ເອົາໃຈໃສ່ຄົ້ນຄວ້າປະກອບຄຳເຫັນ ພ້ອມທັງຍົກບັນຫາເພື່ອແລກປ່ຽນປະສົບການໃນການປະຕິບັດໜ້າທີ່ວິຊາສະເພາະ ລະຫວ່າງ ນັກສຳມະນາກອນກັບວິທະຍາກອນ ແລະ ລະຫວ່າງ ນັກສຳມະນາກອນດ້ວຍກັນ ພ້ອມທັງຂຽນບົດລາຍງານ (ບົດເກັບກ່ຽວ) ເພື່ອເປັນການທົບທວນບົດຮຽນທີ່ໄດ້ຮັບຈາກການຝຶກອົບຮົມຄັ້ງນີ້. ເຊິ່ງຜ່ານການປະເມີນຜົນ ເຫັນໄດ້ວ່ານັກສໍາມະນາກອນ ມີຄວາມໃຈເຂົ້າໃຈຕໍ່ຫົວຂໍ້ທີ່ນໍາມາຝຶກອົບຮົມເພີ່ມຂຶ້ນຫຼາຍ, ເຂົ້າໃຈທິດສະດີ ແລະ ສົມທຽບກັບການປະຕິບັດໜ້າທີ່ວຽກງານຕົວຈິງ ລະດັບດີຫຼາຍ ເທົ່າກັບ 92.60%; ລະດັບດີ ເທົ່າກັບ 7.40%.

ໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງຊຸດຝຶກອົບຮົມຄັ້ງນີ້ ແລະ ຍັງໃຫ້ຮູ້ວ່າ: ການຝຶກອົບຮົມ ແນ່ໃສ່ສ້າງພື້ນຖານໃຫ້ແກ່ ພະນັກງານລັດຖະກອນໃໝ່ ກະຊວງການເງິນ ເພື່ອຮັບປະກັນການປະຕິບັດໜ້າທີ່ຂອງພະນັກງານຂະແໜງການເງິນໃນຕໍ່ໜ້າ ຕ້ອງມີຄວາມຮູ້ຄວາມສາມາດຢ່າງພຽງພໍ ພ້ອມກັນນັ້ນ ຍັງເປັນການຜັນຂະຫຍາຍສ້າງພະນັກງານວິຊາການໃຫ້ມີແນວຄວາມຄິດອັນໃໝ່ ສ້າງໃຫ້ເປັນຜູ້ສຶບທອດໃນອະນາຄົດ ແລະ ເຊື່ອໝັ້ນວ່າ ບັນດາລັດຖະກອນໃໝ່ ທີ່ໄດ້ຮັບການຝຶກຄັ້ງນີ້ ຈະສາມາດນໍາເອົາບົດຮຽນດັ່ງກ່າວໄປຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນວຽກງານຂະແໜງການເງິນໄດ້ໃນຕໍ່ໜ້າ.

© 2025 Copyright: ກະຊວງການເງິນ, ສປປ ລາວ