• ຫ້ອງການ
  • |
  • 2025-02-12
  • |
  • ຂ່າວເສດຖະກິດ-ການເງິນ

        ໃນລະຫວ່າງວັນທີ 05 ຫາ 07 ກຸມພາ 2025 ຄະນະວິຊາການ ຈາກກົມສ່ວຍສາອາກອນ ນໍາໂດຍທ່ານ ສີໄວ ວິໄລຫານ ຫົວໜ້າພະແນກ, ກົມສ່ວຍສາອາກອນ ກະຊວງການເງິນ ພ້ອມດ້ວຍ ຮອງຫົວໜ້າພະແນກ ແລະ ວິຊາການທີ່ກ່ຽວຂ້ອງ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ວຽກງານສ່ວຍສາອາກອນອາຊຽນ ຄັ້ງທີ 20 ແລະ ກອງປະຊຸມຍ່ອຍວຽກອາກອນຊົມໃຊ້ ຄັ້ງທີ 17 (THE 20th WORKING GROUP ON ASEAN FORUM ON TAXATION (WG-AFT) And THE 17TH ASEAN SUB-FORUM ON EXCISE TAXATION (SF-ET) MEETING ຢູ່ທີ່ ນະຄອນຫຼວງ ກົວລາລໍາເປີ, ປະເທດມາເລເຊຍ. ມີອົງການຮ່ວມມືເສດຖະກິດ ແລະ ການພັດທະນາ (OECD), ທະນາຄານພັດທະນາອາຊີ (ADB), ກອງເລຂາອາຊຽນ (ASEAN Secretariat) ແລະ ອົງການອານະໄມໂລກ (WHO) ແລະ ບັນດາປະເທດສະມາຊິກອາຊຽນ ຄື: ປະເທດບູໄນ, ກໍາປູເຈຍ, ອິນໂດເນເຊຍ, ລາວ, ມະເລເຊຍ, ມຽນມາ, ຟິລິບປິນ, ສີງກະໂປ, ໄທ ແລະ ຫວຽດນາມເຂົ້າຮ່ວມ. ກອງປະຊຸມດັ່ງກ່າວໄດ້ຈັດຂື້ນພາຍໃຕ້ການເປັນປະທານຂອງ ທ່ານ ຫົວໜ້າກົມລາຍຮັບພາຍໃນຂອງມາເລເຊຍ

      ເຊິ່ງທັງ 02 ກອງປະຊຸມ ແມ່ນໄດ້ຈັດເປັນຄູ່ຂະໜານໄປພ້ອມກັນ ໃນແຕ່ລະຄັ້ງ. ກອງປະຊຸມ ວຽກງານສ່ວຍສາອາກອນອາຊຽນ “ASEAN Forum On Taxation” ແມ່ນກອງປະຊຸມໜຶ່ງທີ່ມີຄວາມສໍາຄັນ ຂອງວຽກງານສ່ວຍສາອາກອນອາຊຽນ ເປັນເວທີເພື່ອປຶກສາຫາລືກ່ຽວກັບ ຄວາມຄືບໜ້າບັນດາໜ້າວຽກ ກ່ຽວກັບສ່ວຍສາອາກອນ ຂອງບັນດາປະເທດສະມາຊິກອາຊຽນ ເຊີ່ງບັນຫາໄດ້ຍົກຂື້ນມາປຶກສາຫາລືໃນກອງປະຊຸມຄັ້ງທີ 20 ນີ້ ມີຄື: ສຸມໃສ່ປຶກສາຫາລືຫຼາຍຫົວຂໍ້ ໃນນັ້ນມີຫົວຂໍ້ການຊຸກຍູ້ ການສ້າງສຳເລັດ ແລະ ເພີ່ມທະວີສົນທິສົນຍາອາກອນສອງຝ່າຍ ລະຫວ່າງບັນດາປະເທດສະມາຊິກອາຊຽນ (AMS), ເພີ່ມທະວີ ການຮ່ວມ ມືດ້ານ ອາກອນ ພາກພື້ນ ໂດຍຜ່ານການປຶກສາຫາລືກ່ຽວກັບ ມະຕິທີ່ສະຫະປະຊາຊາດ ໄດ້ຮັບຮອງເອົາ ເມື່ອບໍ່ດົນມາ ນີ້ກ່ຽວກັບ: ການ ຊຸກຍູ້ການຮ່ວມມືດ້ານສ່ວຍສາອາກອນຢ່າງຄວບຄຸມ ແລະ ມີປະສິດທິພາບ ແລະ ຊຸກຍູ້ວິທີການ. ເປັນເອກະພາບໃນ ການປະຕິບັດເສົາຄໍ້າໜຶ່ງ ແລະ ເສົ້າຄໍ້່າສອງຢູ່ພາກພື້ນ. ນອກຈາກນີ້, ບັນດາປະເທດ ສະມາຊິກອາຊຽນ (AMS) ໄດ້ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດກອບ ການລາຍງານຊັບ ສິນຄິບໂຕ Crypto (CARF) ແລະ ປະຕິບັດມາດຕະຖານການລາຍງານທົ່ວໄປ (CRS) ສະບັບປັບປຸງ, ພ້ອມທັງ ປຶກສາຫາລື ບັນດາຂັ້ນຕອນ ການ ດຳເນີນງານ ແລະ ການຄຸ້ມຄອງ ການເສຍອາກອນ ຕາມລະບຽບກົດໝາຍ (STTR).

ສຳລັບ ກອງປະຊຸມວຽກງານອາກອນຊົມໃຊ້ ແມ່ນກອງປະຊຸມຍ່ອຍ ຂອງວຽກງານສ່ວຍສາອາກອນ ເຊີ່ງຈັດຄັ້ງນີ້ແມ່ນຄັ້ງທີ 17 ເຊິ່ງບັນຫາໄດ້ຍົກຂື້ນມາປຶກສາຫາລືໃນຄັ້ງນີ້ ມີຄື: ແລກປ່ຽນປະສົບການ ກ່ຽວກັບການ ເພີ່ມປະສິດທິພາບການຄຸ້ມຄອງສ່ວຍສາອາກອນ, ປັບປຸງການແລກປ່ຽນ ຂໍ້ມູນຂ່າວສານ, ແກ້ໄຂບັນ ດາສິ່ງທ້າທາຍ ຮ່ວມກັນເປັນຕົ້ນແມ່ນ: ການສະກັດກັ້ນ ແລະ ການຫຼົບຫຼີກອາກອນ, ການເກັບອາກອນຈາກ ຜະລິດ ຕະພັນທີ່ມີທາດນໍ້າຕານ, ການເກັບອາກອນຍານພາຫະນະ ແລະ ອາກອນກາກບອນ.

     ໃນການເຂົ້າຮ່ວມທັງ 02 ກອງປະຊຸມໃນຄັ້ງນີ້ ຄະນະວິຊາການຂອງກົມສ່ວຍສາອາກອນ ພ້ອມດ້ວຍຄະນະ ໄດ້ສຸມໃສ່ໃນການລາຍງານການຈັດຕັ້ງປະຕິບັດບັນດາໜ້າວຽກ ທີ່ຕິດພັນກັບຫົວຂໍ້ ທີ່ຍົກຂື້ນໃນກອງປະຊຸມ ພ້ອມທັງປະ ກອບຄໍາຄິດເຫັນ ຢ່າງກົງໄປກົງມາ ຢ່າງມີຄວາມຮັບຜິດຊອບສູງ ໃນແຕ່ລະຫົວຂໍ້, ເຊິ່ງໄດ້ດຳເນີນເປັນເວລາ 03 ວັນ ແຕ່ວັນທີ 05-07 ກຸມພາ 2025 ແລະ ໄດ້ປິດລົງຢ່າງເປັນທາງການໃນວັນທີ 07 ກຸມພາ 2025.

© 2025 Copyright: ກະຊວງການເງິນ, ສປປ ລາວ