ເຊົ້າວັນທີ 8 ກຸມພາ 2025 ທີ່ສະຖາບັນການເງິນ-ການບັນຊີ ໄດ້ມີການເປີດຊຸດຝຶກອົບຮົມຄົນກາງປະກັນໄພຊຸດທີ V. ໂດຍການເປັນປະທານຮ່ວມລະຫວ່າງກົມ ຄລປ ແລະ ສະຖາບັນການເງິນ-ການບັນຊີ. ການຝຶກອົບຮົມຄັ້ງນີ້ມີຕົວແທນຂາຍປະກັນໄພເຂົ້າຮ່ວມທັງໝົດ 85 ທ່ານ ມາຈາກ 8 ບໍລິສັດ ປະກັນໄພ. ວິຊາທີ່ໃຊ້ຝຶກອົບຮົມປະກອບມີ5ບົດຄື:

1. ຄວາມຮູ້ທົ່ວໄປ ແລະ ເງື່ອນໄຂກ່ຽວກັບການເປັນຄົນກາງປະກັນໄພ


2. ກົດຫມາຍ ແລະ ນິຕິກຳ ຄຸ້ມຄອງປະກັນໄພ;
3. ຄວາມຮູ້ກ່ຽວກັບຜະລິດຕະພັນປະກັນໄພທົ່ວໄປ ແລະ ປະກັນຊີວິດ;
4. ການຂາຍ ແລະ ການບໍລິການທີ່ດີ;
5. ຈັນຍາບັນ ແລະ ຈັນຍາທຳໃນການປະກອບວິຊາຊີບປະກັນໄພ.
