ໃນວັນທີ 10 ກຸມພາ 2025, ຄະນະພັກ-ຄະນະນໍາ ກະຊວງການເງິນ ໄດ້ລົງເຄື່ອນໄຫວ ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2025 ທີ່ ແຂວງຫຼວງພະບາງ ແລະ ໄດ້ເຂົ້າຮ່ວມກອງປະຊຸມພົບປະພະນັກງານຫຼັກແຫຼ່ງຂອງແຂວງ ໂດຍການໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງການເງິນ, ມີທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍຄະນະນໍາຫ້ອງການ, ບັນດາກົມອ້ອມຂ້າງກະຊວງ, ຫົວໜ້າພະແນກການເງິນແຂວງ ແລະ ພະນັກງານຫຼັກແຫ່ງຂອງແຂວງ ເຂົ້າຮ່ວມ.
![]() | ![]() |

ໃນກອງປະຊຸມ, ທ່ານ ຄິນຄໍາ ເລັ່ງສະຫວັດ ຫົວໜ້າພະແນກການເງິນ ໄດ້ລາຍງານໂດຍສັງເຂບ ກ່ຽວກັບມາດຕະການ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025 ຂອງຂະແໜງການເງິນ ແຂວງຫຼວງພະບາງ. ໃນນັ້ນ, ໄດ້ໃຫ້ຮູ້ເຖິງຜົນສຳເລັດ ໃນປີ 2024 ຜ່ານມາ ການຈັດເກັບລາຍຮັບທົ່ວແຂວງ (ພູດສູນກາງ ແລະ ທ້ອງຖິ່ນ) ບັນລຸໄດ້ 1,087.29 ຕື້ກີບ, ເທົ່າກັບ 152.57%, ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 1,051.55 ຕື້ກີບ, ເທົ່າກັບ 154.35% (ປະຕິບັດໄດ້ລື່ນແຜນ 370.28 ຕື້ກີບ) ສາມາດຄຸ້ມຄອງລາຍຈ່າຍຕາມຂອບເພດານທີ່ກະຊວງການເງິນກຳນົດ ປະຕິບັດໄດ້ 910.24 ຕື້ກີບ, ເທົ່າກັບ 99.20%. ເນື່ອງມາຈາກ ການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ເຊິ່ງເປັນທ່າແຮງໜຶ່ງທີ່ເຮັດໃຫ້ວຽກງານຂອງຂະແໜງການເງິນສາມາດບັນລຸຕາມຄາດໝາຍ.
ສໍາລັບ ປີ 2025 ແຜນລາຍຮັບທັງໝົດ ສູນກາງ ແລະ ທ້ອງຖິ່ນ 1,202.20 ຕື້ກີບ (ຕົວເລກຮອດວັນທີ 05 ກຸມພາ 2024) ປະຕິບັດໄດ້ 190.11 ຕື້ກີບ, ເທົ່າກັບ 15.81% ຂອງແຜນປີ, ໃນນີ້ ລາຍຮັບພູດສູນກາງ (ລາຍຮັບພາສີ) ແຜນ 49.80 ຕື້ກີບ ປະຕິບັດໄດ້ 3.66 ຕື້ກີບ, ເທົ່າກັບ 7.36% ຂອງແຜນປີ; ແຜນລາຍຮັບພູດທ້ອງຖິ່ນທັງໝົດ 1,152.400 ຕື້ກີບ ປະຕິບັດໄດ້ 186.45 ຕື້ກີບ, ເທົ່າກັບ 16.18% ຂອງແຜນປີ; ແຜນສ່ວຍສາອາກອນ 970.63 ຕື້ກີບ, ປະຕິບັດໄດ້ 178.48ຕື້ກີບ, ເທົ່າກັບ 18.4% ຂອງແຜນປີ; ແຜນລາຍຮັບຊັບສິນຂອງລັດ 182.40 ຕື້ກີບ, ປະຕິບັດໄດ້ 7.96 ຕື້ກີບ, ເທົ່າກັບ 4.43% ຂອງແຜນປີ; ດ້ານແຜນລາຍຈ່າຍທັງໝົດທົ່ວແຂວງ 1,004.28 ຕື້ກີບ ບູລິມະສິດການເບີກຈ່າຍເງິນເດືອນ ໃນທົ່ວແຂວງໃຫ້ສໍາເລັດກ່ອນວັນທີ 25 ຂອງທຸກເດືອນ ແລະ ແຜນແຂວງດຸ່ນໃຫ້ ສູນກາງ ຈໍານວນ 148.11 ຕື້ກີບ.

ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ຄະນະພັກ-ຄະນະນຳ ຂອງແຂວງຫຼວງພະບາງ ທີ່ໄດ້ເອົາໃຈໃສ່ ນຳພາ-ຊີ້ນຳພາ ຢ່າງໃກ້ຊິດຕໍ່ກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງມີຜົນສຳເລັດ, ໂດຍສະເພາະພະແນກການເງິນ, ພະນັກງານຫຼັກແຫຼ່ງຂະແໜງການເງິນທົ່ວແຂວງ ຕະຫຼອດຮອດບັນດາຂະແໜງການຂົງເຂດເສດຖະກິດອື່ນໆປິ່ນອ້ອມທີ່ໄດ້ເອົາໃຈໃສ່ຊ່ວຍຊຸກຍູ້ ແລະ ເປັນເຈົ້າການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ດ້ວຍຈິດໃຈບຸກທະລຸ, ຄວາມຮັບຜິດຊອບສູງ ແລະ ຄວາມເປັນເຈົ້າການ ຈົນມີຜົນສໍາເລັດເປັນຢ່າງດີ ເຮັດໃຫ້ ແຂວງ ມີລາຍຮັບເກີນແຜນ ປະມານ 54% ເທົ່າກັບ 370 ຕື້ກວ່າກີບ. ພ້ອມກັນນັ້ນ, ທ່ານ ລັດຖະມົນຕີ ກະຊວງການເງິນ ໄດ້ເນັ້ນໃຫ້ຂະແໜງການກ່ຽວຂ້ອງຕ້ອງໄດ້ສູ້ຊົນ ຕາມແຜນປີ 2025 ໃນການຈັດເກັບລາຍຮັບງົບປະມານ ທົ່ວປະເທດ ປະມານ 68,100 ຕື້ກີບ ເພີ່ມຂຶ້ນຈາກປີ 2024 ຈໍານວນ 17,052 ຕື້ກີບ ເທົ່າກັບ 33.40%. ສະເພາະແຂວງຫຼວງພະບາງ ແມ່ນເພີ່ມຂຶ້ນ 68% ທຽບໃສ່ແຜນປີ 2024 ຈໍານວນ 712 ຕື້ກີບ ແລະ ປີ 2025 ເພີ່ມເປັນ ຈໍານວນ 1,202 ຕື້ກີບ, ແຕ່ຖ້າທຽບໃສ່ຕົວເລກທີແຂວງປະຕິບັດໄດ້ໃນປີ 2024 ແມ່ນເພີ່ມຂຶ້ນພຽງແຕ່ 10.58% (ຕົວເລກລາຍຮັບປະຕິບັດໄດ້ໃນປີ 2024 ແມ່ນ 1,087 ຕື້ກີບ). ເຖິງແມ່ນວ່າລາຍຮັບເຮົາຈະສາມາດເກັບໄດ້ເພີ່ມກໍຕາມ ແຕ່ຍັງບໍ່ສາມາດແກ້ໄຂ ບັນຫາເຄັ່ງຮ້ອນໃນສະພາບເສດຖະກິດປັດຈຸບັນ ໄດ້ຢ່າງຂາດຕົວ. ສະນັ້ນ, ຕໍ່ໜ້າສະພາບການດັ່ງກ່າວ ຮຽກຮ້ອງໃຫ້ເພີ່ມທະວີຄວາມບຸກບືນສູ້ຊົນໃຫ້ສູງຂຶ້ນກວ່າເກົ່າ ແລະ ຢືນຢູ່ບົນຈິດໃຈເປັນເຈົ້າຕົນເອງ ບຸກທະລຸ ເຮັດແທ້ທໍາຈິງ, ຄົ້ນຄວ້າແກ້ໄຂບັນຫາຕ່າງໆໃຫ້ເລິກເຊິ່ງແທດເຖິງຕົວຈິງ, ເຮັດໃຫ້ໄວ, ໃຫ້ຫຼາຍ, ໃຫ້ດີ ແລະ ຖືກຕ້ອງຕາມກົດໝາຍ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2025 ຂອງ ແຂວງ ຫຼວງພະບາງ ບັນລຸຕາມແຜນການທີ່ວາງໄວ້.


ໃນໂອກາດດັ່ງກ່າວ ຄະນະນໍາກະຊວງການເງິນ ກໍໄດ້ເຂົ້າພົບປະການນໍາຂອງແຂວງ ເພື່ອແຈ້ງຈຸດປະສົງໃນການມາເຮັດວຽກໃນຄັ້ງນີ້ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ບູນເລື່ອມ ມະນີວົງ ຮອງເຈົ້າແຂວງ ແຂວງຫຼວງພະບາງ ເຊິ່ງທ່ານ ຮອງເຈົ້າແຂວງ ໄດ້ລາຍງານໃຫ້ຮູ້ເຖິງສະພາບທີ່ຕັ້ງ, ຈຸດພິເສດ ແລະ ການພັດທະນາເສດຖະກິດ ຂອງແຂວງ. ນອກຈາກນີ້ ຄະນະຍັງໄດ້ໄປເຮັດວຽກ ແລະ ຊຸກຍູ້ວຽກງານຫັນເປັນທັນສະໄໝ ທີ່ນະຄອນຫຼວງພະບາງ ແລະ ຊຸກຍູ້ບາງບໍລິສັດ ອີກດ້ວຍ.
![]() | ![]() |