ໃນວັນທີ 02 ມັງກອນ 2025, ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ 02 ຝ່າຍ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ໃນການປັບປຸງເພີ່ມອັດຕາສ່ວນການຖືຮຸ້ນຂອງລັດຖະບານລາວ ຈາກ 20% ຂຶ້ນເປັນ 60% ໃນບໍລິສັດ ຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີ ກະຊວງການເງິນ, ຫົວໜ້າຄະນະກໍາມະການຝ່າຍລາວ ເພື່ອເຈລະຈາກັບຝ່າຍຫວຽດນາມ ແລະ ທ່ານ ຫງວຽນ ຊວັນ ຊາງ ຮອງລັດຖະມົນຕີ ກະຊວງຄົມມະນາຄົມ-ຂົນສົ່ງ ສສ. ຫວຽດນາມ, ມີ ທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ກະກຽມເນື້ອໃນຕ່າງໆ ໃນການເຮັດວຽກຮ່ວມກັນ ລະຫວ່າງ 02 ຝ່າຍ ລາວ-ຫວຽດນາມ ໃນຫົວຂໍ້ທີ່ຕິດພັນກັບ ການຈະເຂົ້າໄປບໍລິຫານຂອງລັດວິສາຫະກິດ ລາວ-ເອເຊຍ ໂທລະຄົມ ແລະ ການເພີ່ມອັດຕາສ່ວນຮຸ້ນຂອງລັດຖະບານລາວ ຈາກ 20% ຂຶ້ນເປັນ 60% ໃນບໍລິສັດ ຮຸ້ນສ່ວນທ່າເຮືອສາກົນ ລາວ-ຫວຽດນາມ ກໍຄືໂຄງການຮ່ວມມືການລົງທຶນ ແລະ ພັດທະນາ ທ່າທຽບເຮືອ 01, 02 ແລະ 03 ຂອງທ່າເຮືອຫວຸ້ງອ່າງ.