ໃນພິທີໄດ້ມີການຜ່ານມະຕິຕົກລົງຂອງຄະນະປະຈຳພັກນະຄອນຫຼວງວຽງຈັນເຊິ່ງໄດ້ ຕົກລົງເຫັນດີຮັບຮອງໜ່ວຍພັກປອດໄສ ເຂັ້ມແຂງ ໜັກແໜ້ນປະຈຳ ປີ 2023 ທັງໝົດ 15 ໜ່ວຍພັກປະກອບມີ: ໜ່ວຍພັກຂະແໜງຈັດຕັ້ງ ແລະ ບໍລິຫານ:ຫນ່ວຍພັກຂະແໜງກວດກາ; ຫນ່ວຍພັກຂະແໜງງົບປະມານແຫ່ງລັດ; ຫນ່ວຍພັກຂະແໜງຄຸ້ມຄອງການບັນຊີ; ຫນ່ວຍພັກຂະແໜງຄຸ້ມຄອງຊັບສິນແຫ່ງລັດ; ຫນ່ວຍພັກຄັງເງິນ ປະຈໍານະຄອນ ຫຼວງວຽງຈັນ; ຫນ່ວຍພັກຂະແຫນງກວດກາພາຍໃນ ແລະ ນິຕິກຳ; ຫນ່ວຍພັກຂະແຫນງກວດກາຫຼັງການແຈ້ງລາຍຈ່າຍ; ຫນ່ວຍພັກຂະແໜງຈັດຕັ້ງ-ບໍລິຫານ ແລະ ການເງິນ; ຫນ່ວຍພັກຂະແໜງແຜນການ ແລະ ບໍລິຫານລາຍຈ່າຍ; ຫນ່ວຍພັກກອງຄຸ້ມຄອງພາສີ V; ຫນ່ວຍພັກດ່ານພາສີປະເພນີໜອງດາ; ຫນ່ວຍພັກດ່ານພາສີສາກົນສະໜາມບິນວັດໄຕ; ຫນ່ວຍພັກດ່ານພາສີສາງທ່ານາແລ້ງ; ຫນ່ວຍພັກດ່ານພາສີທ້ອງຖິ່ນທ່າເດື່ອ. ໃນວັນທີ 9 ທັນວາ 2024 ຄະນະພັກຮາກຖານພະແນກການເງິນນະຄອນຫຼວງວຽງຈັນໄດ້ຈັດພິທີມອບໃບຢັ້ງຢືນ ໜ່ວຍພັກປອດໄສ ເຂັ້ມແຂງ ໜັກແໜ້ນປະຈຳ ປີ 2023; ໂດຍການເຂົ້າຮ່ວມເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ສະຫາຍ ຊົງເລົ່າ ຢົງນູ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ໂດຍມີຄະນະພັກຮາກຖານພະແນກການເງິນ ນະຄອນຫຼວງວຽງຈັນ, ບັນດາເລຂາໜ່ວຍພັກ, ຄະນະໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານພະແນການເງິນນະຄອນຫຼວງວຽງຈັນ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ. ໂອກາດດັ່ງກ່າວ ສະຫາຍ ຊົງເລົ່າ ຢົງນູ ໄດ້ມີຄຳເຫັນຕໍ່ກອງປະຊຸມເຊິ່ງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານ ທີ່ ບັນດາໜ່ວຍພັກ ກໍ່ຄື ຄະນະພັກຍາດມາໄດ້ນັ້ນ. ພ້ອມທັງໄດ້ເນັ້ນຕື່ມວ່າ ຕໍ່ກັບສະພາບການ ເງື່ອນໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໃນປະຈຸບັນ ຕ້ອງໃຫ້ບັນດາໜ່ວຍພັກ ພ້ອມທັງໜ່ວຍພັກທີ່ຂື້ນກັບ ກໍ່ຄືບັນ ດາສະຫາຍສະມາຊິກພັກ ໃຫ້ສືບຕໍ່ຮັກສາມູນເຊື້ອໂດຍເພີ່ມທະວີຖືສໍາຄັນວຽກ ງານການເມືອງແນວຄິດໃຫ້ຖັນແຖວພະນັກງານ ເອົາໃຈໃສ່ດ້ານແບບແຜນວິທີເຮັດວຽກ ໃນການຈັດຕັ້ງປະຕິບັດແຜນງານກໍ່ຄືວຽກງານຈຸດສຸມໃນໜ້າວຽກສໍາຄັນຕ່າງໆໃຫ້ສໍາເລັດຢ່າງເປັນຮູບປະທໍາໃຫ້ ສົມກັບການຢັ້ງຢືນໜ່ວຍພັກໜ່ວຍພັກ ປອດໃສ ເຂັ້ມແຂງໜັກແໜ້ນ, ພ້ອມທັງເດັດດ່ຽວ ຕ້ານ ແລະ ສະກັດກັ້ນ ການແຊກແຊງ ການໃສ່ຮ້າຍປ້າຍສີ ຂອງກຸ່ມຄົນທີ່ບໍ່ຫວັງດີ; ເຊື່ອໝັນຕໍ່ແນວທາງ ນະໂຍບາຍຂອງພັກ ແລະ ລັດ ຈຳກັດ ແລະ ອຸດຕັນການຮົ່ວໄຫຼຂອງລາຍຮັບງົບປະມານໃຫ້ໄດ້ຂຶ້ນຢ່າງໜັກແໜ້ນ ຍືນຍົງ.