• ກົມສ່ວຍສາອາກອນ
  • |
  • 2025-02-13
  • |
  • ຂ່າວເສດຖະກິດ-ການເງິນ

​            ເມື່ອບໍ່ດົນມານີ້, ໄດ້ມີພິທີເຈລະຈາຮອບທໍາອິດ ສັນຍາ ເພື່ອຫຼີກເວັ້ນການເກັບອາກອນຊໍ້າຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ (DTA) ລະຫວ່າງ ສາທາລະນະລັດ ຟີລິບປິນ ແລະ ສປປ ລາວ ເຊິ່ງຈັດຂຶ້ນທີ່ແຂວງຫຼວງພະບາງ ສປປ ລາວ.

       ສປປ ລາວ ແລະ ສາທາລະນະລັດ ຟີລິບປິນ ແມ່ນປະເທດສະມາຊິກອາຊຽນ ເຊິ່ງໄດ້ມີການສະໜັບສະໜູນເຊິ່ງກັນ ແລະ ກັນໃນລະດັບພາກພື້ນ ແລະ ສາກົນ. ໃນການເຈລະຈາຮອບທຳອິດນີ້ ແນໃສ່ການເພີ່ມທະວີການຮ່ວມມື ດ້ານອາກອນຢ່າງແໜ້ນແຟ້ນຫຼາຍຂຶ້ນກ່ວາເກົ່າ. ໃນການເຈລະຈາ ຄັ້ງນີ້ ເຕັມໄປດ້ວຍໝາກຜົນ ແລະ ຜົນສໍາເລັດຕາມລະດັບຄາດໝາຍ ໂດຍສະເພາະຄໍາໝັ້ນສັນຍາພວກເຮົາຈະໄດ້ສືບສ້າງເຄືອຂ່າຍ DTA ໃຫ້ຄົບກັບຄູ່ສັນຍາຈາກປະເທດໃນອາຊຽນ.

      ໃນໂອກາດການເຈລະຈາຮອບທຳອິດ ສັນຍາ ເພື່ອຫຼີກເວັ້ນການເກັບອາກອນຊໍ້າຊ້ອນ ແລະ ສະກັດກັ້ນການຫຼົບຫຼີກການເສຍອາກອນລາຍໄດ້ (DTA) ລະຫວ່າງ ສາທາລະນະລັດ ຟີລິບປິນ ແລະ ສປປ ລາວ ຄັ້ງນີ້ ໄດ້ມີການລົງນາມສັນຍາຂອງທັງສອງປະເທດ ລະຫວ່າງ ທ່ານ ສີໄວ ວິໄລຫານ ຫົວໜ້າພະແນກຮ່ວມມືອາກອນສາກົນ ຕາງໜ້າໃຫ້ກະຊວງການເງິນ ສປປ ລາວ ແລະ ທ່ານ ດາກິລາ ເອສທີນ ເມັມ ນາປາວ (Dakila Elteen M. Napao) ຜູ້ຊ່ວຍ ລັດຖະມົນຕີກະຊວງການເງິນ ສາທາລະນະລັດ ຟີລິປິນ ຫົວໜ້າຄະນະເຈລະຈາຝ່າຍຟີລິປິນ ໂດຍມີຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມ.

© 2025 Copyright: ກະຊວງການເງິນ, ສປປ ລາວ