• ກົມສ່ວຍສາອາກອນ
  • |
  • 2025-02-13
  • |
  • ສາມອົງການຈັດຕັ້ງ

          ໃນວັນທີ 10 ທັນວາ 2024, ໜ່ວຍພັກ ພະແນກ ຄຸ້ມຄອງລາຍຮັບຈາກຊັບສິນຂອງລັດ ທີ່ຂຶ້ນກັບຄະນະພັກຮາກຖານກົມສ່ວຍສາອາກອນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກ ໂດຍການເປັນປະທານຮ່ວມຂອງ ສະຫາຍ ບຸນປະເສີດ ສີກຸນລະບຸດ ກໍາມະການພັກກະຊວງ, ເລຂາຄະນະພັກຮາກຖານ, ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ; ສະຫາຍ ນາງ ບຸນສະຫວັນ ວິໄລສອນ ເລຂາໜ່ວຍພັກ ພະແນກ ຄຸ້ມຄອງລາຍຮັບຈາກຊັບສິນຂອງລັດ ແລະ ສະຫາຍ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ, ມີຄະນະໜ່ວຍພັກ, ສະມາຊິກພັກພາຍໃນໜ່ວຍ ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ແລະ ແຂກທີ່ໄດ້ຮັບເຊີນ ເຂົ້າຮ່ວມ.

            ກອງປະຊຸມຄັ້ງນີ້ ໄດ້ຮັບຮອງ ຮ່າງ ບົດລາຍງານການເມືອງ ແລະ ບົດສໍາຫຼວດການກໍາພາລວມ ຂອງຄະນະໜ່ວຍພັກ ຊຸດເກົ່າ, ເຫັນໄດ້ດ້ານດີ, ດ້ານອ່ອນ, ຄໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ກອງປະຊຸມຍັງໄດ້ຮັບຮອງເອົາທິດທາງແຜນການ, ແຜນພັດທະນາ  05 ປີ ຕໍ່ໜ້າ (2025-2029). ພ້ອມກັນນັ້ນ, ສະມາຊິກພັກ ໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກຄະນະໜ່ວຍພັກ ຊຸດໃໝ່ ບົນພື້ນຖານຄວາມຖືກຕ້ອງ ສອດຄ່ອງກັບມາດຖານເງື່ອນໄຂ ທີ່ໄດ້ກໍານົດໄວ້. ຜ່ານການປ່ອນບັດຄັດເລືອກ ແລະ ກອງປະຊຸມຂັ້ນປະຖົມມະເລິກ ໄດ້ເລືອກເອົາ ສະຫາຍ ນາງ ບຸນສະຫວັນ ວິໄລສອນ ເປັນເລຂາໜ່ວຍພັກ ພະແນກ ຄຸ້ມຄອງລາຍຮັບຈາກຊັບສິນຂອງລັດ ຊຸດໃໝ່, ສະຫາຍ ບັນດິດ ສີມີສຸກ ເປັນຮອງເລຂາ ທັງເປັນປະທານກວດກາໜ່ວຍພັກ, ສະຫາຍ ສີພອນໄຊ ທິບດາລາ ເເປັນກໍາມະການໜ່ວຍພັກ.

          ໂອກາດນີ້, ສະຫາຍ ບຸນປະເສີດ ສີກຸນລະບຸດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ຜົນງານ ທີ່ຄະນະໜ່ວຍ ຊຸດເກົ່າ ໄດ້ຊີ້ນໍາ-ນໍາພາ ສະມາຊິກພັກ ຈັດຕັ້ງປະຕິບັດໜ້າທີ່ຂອງຕົນ ເຮັດສໍາເລັດຕາມລະດັບຄາດໝາຍ ໃນໄລຍະຜ່ານມາ; ພ້ອມນີ້ ຍັງໄດ້ເນັ້ນໃຫ້ຄະນະໜ່ວຍພັກ ຊຸດໃໝ່ ຕ້ອງສຸມໃສ່ໜ້າວຽກຂອງຕົນຢ່າງຕັ້ງໜ້າ ນໍາພາສະມາຊິກ ປະຕິບັດວຽກງານໃຫ້ຖືກຕາມ ພາລະບົດບາດ ສິດ ແລະ ໜ້າທີ່ ທີ່ຂັ້ນເທິງໄດ້ວາງອອກ, ໂດຍສະເພາະ ແມ່ນທິດທາງແຜນການໃນຕໍ່ໜ້າ ຕ້ອງເອົາໃຈໃສ່ ແລະ ຊີ້ນໍາ-ນໍາພາຢ່າງໃກ້ສິດ ແລະ ປະຕິບັດໃຫ້ກາຍເປັນຮູບປະທໍາ, ສ້າງເປັນແຜນງານ ໂຄງການລະອຽດ ໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນສູງສຸດ.

       

© 2025 Copyright: ກະຊວງການເງິນ, ສປປ ລາວ