• ຫ້ອງການ
  • |
  • 2025-02-13
  • |
  • ວຽກວິຊາສະເພາະ

      ຕາມວາລະຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 10 ທັນວາ2024 ນີ້ ພາຍໃຕ້ການເປັນປະທານ ຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ. ໂດຍ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ສະເໜີປັບປຸງກົດໝາຍວ່າດ້ວຍການກວດສອບອິດສະຫຼະ (ສະບັບປັບປຸງ) ເພື່ອເຮັດໃຫ້ກົດໝາຍວ່າດ້ວຍການກວດສອບອິດສະຫຼະ ມີເນື້ອໃນຈະແຈ້ງ, ຄົບຖ້ວນ, ຮັດກຸມ ແນໃສ່ເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມ, ກວດກາການຈັດຕັ້ງປະຕິບັດວຽກງານກວດສອບອິດສະຫຼະ.

     ທ່ານ ສັນຕິພາບ ພົມວິຫານ ໄດ້ຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດສອບອິດສະຫຼະ, ເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍດັ່ງກ່າວ. ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການກວດສອບອິດສະຫຼະ ເຫັນວ່າຍັງມີບາງເນື້ອໃນເປັນອຸປະສັກໃນການຈັດຕັ້ງປະຕິບັດວຽກງານກວດສອບອິດສະຫຼະ ເປັນຕົ້ນກົດໝາຍສະບັບປີ 2014, ຍັງບໍ່ທັນກຳນົດກ່ຽວກັບກົນໄກການຄຸ້ມຄອງນັກຊ່ຽວຊານບັນຊີ ເປັນຕົ້ນການອະນຸຍາດ, ໂຈະ ແລະ ຖອນ ໃບອະນຸຍາດການເຄື່ອນໄຫວຂອງນັກຊ່ຽວຊານບັນຊີ ເພື່ອເປັນບ່ອນອີງໃນການຕິດຕາມ ແລະ ກວດກາ ການເຄື່ອນໄຫວຂອງນັກຊ່ຽວຊານບັນຊີ ໃຫ້ຖືກຕ້ອງຕາມກົດໝາຍ, ມີຈັນຍາບັນຈັນຍາທໍາ ແລະ ເປັນມືອາຊີບຢ່າງແທ້ຈິງ. ພ້ອມດຽວກັນນັ້ນ, ຍັງບໍ່ທັນໄດ້ກຳນົດກ່ຽວກັບນັກຊ່ຽວຊານບັນຊີຕ່າງປະເທດ ທີ່ຈະມາເປັນນັກຊ່ຽວຊານບັນຊີລາວ ແລະ ເຄື່ອນໄຫວປະກອບອາຊີບ ຢູ່ ສປປ ລາວ ແລະ ເຫດຜົນອື່ນໆ ຈໍານວນໜຶ່ງທີ່ຍັງບໍ່ສອດຄ່ອງ.

     ສະນັ້ນ, ຈຶ່ງມີຄວາມຈໍາເປັນຕ້ອງມີການຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຈະແຈ້ງ, ຄົບຖ້ວນ, ຮັດກຸມ ແນໃສ່ເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງປະຕິບັດວຽກງານກວດສອບອິດສະຫຼະ ຂອງວິສາຫະກິດບັນຊີ, ວິສາຫະກິດກວດສອບ, ນັກກວດສອບ ແລະ ນັກຊ່ຽວຊານບັນຊີ ໃຫ້ຖືກຕ້ອງ, ໂປ່ງໃສ ແລະ ສອດຄ່ອງຕາມກົດໝາຍກໍານົດ. ໂຄງປະກອບ ແລະ ເນື້ອໃນ ຂອງຮ່າງກົດໝາຍວ່າດ້ວຍການກວດສອບອິດຫຼະ (ສະບັບປັບປຸງ) ປະກອບມີ XII ພາກ; 11 ໝວດ ແລະ 84 ມາດຕາ. ໃນນີ້, ໄດ້ປັບປຸງ ມີ 65 ມາດຕາ, ສ້າງໃໝ່ 4 ມາດຕາ, ຕັດອອກ 14 ມາດຕາ ແລະ ຮັກສາໄວ້ຄືເກົ່າ 15 ມາດຕາ.

     ທ່ານ ສັນຕິພາບ ພົມວິຫານ ຍັງໃຫ້ຮູ້ຕື່ມອີກວ່າ: ເມື່ອກົດໝາຍສະບັບນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການແລ້ວ ຄາດຄະເນຜົນໄດ້ຮັບຄື: ສ້າງຄວາມໜ້າເຊື່ອຖືຕໍ່ພາກພື້ນ ແລະ ສາກົນ ຕໍ່ກັບການປະຕິບັດພັນທະຂອງ ສປປ ລາວ ກ່ຽວກັບກອບອາຊຽນ ແລະ ອົງການການຄ້າໂລກ ໃນການຊຸກຍູ້, ສົ່ງເສີມການຍົກລະດັບວິຊາຊີບການບັນຊີ ແລະ ກວດສອບ ໃຫ້ເທົ່າທຽມກັບບັນດາປະເທດອາຊຽນ ແລະ ສາກົນ; ເປັນເຄື່ອງມືໃນການຄຸ້ມຄອງ, ຕິດຕາມກວດກາການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກວດສອບອິດສະຫຼະ ມີຄວາມເຂັ້ມແຂງ, ຖືກຕ້ອງ, ໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນ; ສ້າງນັກຊ່ຽວຊານບັນຊີລາວ ໃຫ້ມີຄຸນນະພາບດ້ານຄວາມຮູ້ຄວາມສາມາດ ທຽບເທົ່າພາກພື້ນ ແລະ ສາກົນ ເຮັດໃຫ້ນັກຊ່ຽວຊານບັນຊີລາວ ສາມາດເຄື່ອນໄຫວວຽກງານກວດສອບ ທັງພາຍໃນ ແລະ ຕ່າງປະເທດ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດແຮງງານ; ປົກປ້ອງສິດ ແລະ ຜົນປະໂຫຍດຂອງສັງຄົມ, ນັກກວດສອບ, ເປົ້າໝາຍຖືກກວດສອບ, ສະກັດກັ້ນປະກົດການຫຍໍ້ທໍ້ ທາງດ້ານການຄຸ້ມຄອງການເງິນ; ເຮັດໃຫ້ການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ເຮັດວຽກຄຸ້ມຄອງການເງິນແຫ່ງລັດ ແລະ ການກວດສອບອິດສະຫຼະ ມີສະຕິເຄົາລົບກົດໝາຍ; ສົ່ງເສີມ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ; ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ມີຄວາມເຂັ້ມແຂງ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ; ປະກອບສ່ວນເຂົ້າໃນການປ້ອງກັນ, ແກ້ໄຂບັນຫາກ່ຽວຂ້ອງຕ່າງໆທີ່ຕັ້ງຂຶ້ນໄລຍະຜ່ານມາ ໄດ້ຮັບຜົນດີກວ່າເກົ່າ.

© 2025 Copyright: ກະຊວງການເງິນ, ສປປ ລາວ