ໃນວັນທີ 11 ທັນວາ 2024, ບໍລິສັດອາລິອັນສ໌ ປະກັນໄພລາວ ຈຳກັດ ໄດ້ມີພິທີປະກາດການປ່ຽນແປງຜູ້ຖືຫຸ້ນ ແລະ ປ່ຽນຊື່ໃໝ່ ໂດຍການເຂົ້າຮ່ວມຂອງທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງ ວິສາຫະກິດລັດລົງທຶນ ແລະ ປະກັນໄພ, ທ່ານ ກີ ອາໂບວີ ຜູ້ອຳນວຍການໃຫຍ່ບໍລິສັດ ປະກັນໄພແຫ່ງປະເທດລາວ ຈຳກັດ, ທ່ານ ນາງ ແສງອາລຸນ ອິນມີໄຊ ຮອງຜູ້ອຳນວຍການບໍລິສັດ ປະກັນໄພແຫ່ງປະເທດລາວ ຈຳກັດ ແລະ ທ່ານ ນາງ ອານຸສາ ຖາວະຣາຊາ ຫົວໜ້າບໍລິຫານ ປະຈຳພາກພື້ນ ອາລີອັນສ໌ ພ້ອມດ້ວຍ ສື່ມວນຊົນເຂົ້າຮ່ວມ.
![]() |
ໂອກາດນີ້ທ່ານ ກີ ອາໂບວີ ໄດ້ມີຄຳເຫັນບາງຕອນສຳຄັນວ່າ: ການປ່ຽນຊື່ເປັນ “ບໍລິສັດ ປະກັນໄພແຫ່ງປະ ເທດລາວ ຈຳກັດ (ບປລ) ແລະ ເປັນສາອັງກິດແມ່ນ Assurances General Laos (AGL). ສໍາລັບຊື່ຫຍໍ້ຢ່າງເປັນທາງການແມ່ນ “ບປລ "AGL ພາຍໃຕ້ການເປັນເຈົ້າຂອງກຳມະສິດ 100% ໂດຍກະຊວງການເງິນ ແຫ່ງ ສ.ປ.ປ. ລາວ. ການປ່ຽນຊື່ໃໝ່ແມ່ນມີຜົນຍັງຄັບໃຊ້ ນັບແຕ່ວັນທີ 21 ພະຈິກ 2024, ເຊິ່ງຊື່ໃໝ່ຂອງບໍລິສັດແມ່ນ “ປະກັນ ໄພແຫ່ງປະເທດລາວ”, ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນ ເພື່ອສືບຕໍ່ ໃຫ້ບໍລິການປະກັນໄພ ຢ່າງມີຄຸນນະພາບສູງ ແລະ ຄົບວົງຈອນໃຫ້ແກ່ລູກຄ້າທັງປະເພດບຸກຄົນທົ່ວໄປ, ປະເພດທຸລະກິດ, ອົງກອນ ຫຼື ຊຸມຊົນ ໃນຂອບເຂດທົ່ວປະເກດ ເຖິງຈະມີການປ່ຽນຊື່ໃໝ່, ບໍລິສັດກໍ່ຍັງສືບຕໍ່ໃຫ້ບໍລິການເປັນປົກກະຕິ ເພື່ອຮັບປະກັນໃຫ້ແກ່ລູກຄ້າປະກັນໄພຍັງໄດ້ ຮັບຜົນປະໂຫຍດສູງສຸດ ໂດຍການບໍລິການ ຈາກພະນັກງານມີຄວາມຊໍານານ ຢ່າງມືອາຊີບ ເພື່ອຮັກສາຄວາມໜ້າເຊື່ອຖື ແລະ ຄວາມເຊື່ອໝັ້ນຄືໃນໄລຍະຜ່ານມາ, ພ້ອມດຽວກັນນັ້ນ ການປ່ຽນແປງຄັ້ງນີ້ແມ່ນເປັນການສ້າງເງື່ອນໄຂ ແລະ ກາ ລະໂອກາດໃນຂະຫຍາຍຕົວທາງທຸລະກິດຂອງຂະແໜງປະກັນໄພທັງພາຍໃນ ແລະ ຕ່າງປະເທດ ໂດຍການເປັນເຈົ້າ ຂອງ ແລະ ໄດ້ຮັບການສະໜັບສະໜູນລັດຖະບານ ແຫ່ງ ສປປ ລາວ ໂດຍກົງ.
![]() |
ໃນໂອກາດດຽວກັນນີ້ ທ່ານ ໄພທູນ ທ່ຽງລະໄມ ໄດ້ມີຄຳເຫັນວ່າ: ການປ່ຽນຊື່ໃໝ່ ຂອງບໍລິສັດແມ່ນ ສະແດງໃຫ້ເຫັນເຖິງການສືບຕໍ່ທຸມເທປັບປຸງ ໃຫ້ເຂົ້າສອດຄ່ອງກັບຄວາມ ຕ້ອງການຂອງຕະຫຼາດປະກັນໄພໃນ ສ.ປ.ປ. ລາວ, ຍົກສູງຄຸນນະພາບການບໍລິການ ເພື່ອປະກອບສ່ວນເຂົ້າໃນ ພາລະກິດ ສ້າງສາ ແລະ ພັດທະນາເທດຊາດ. ການປ່ຽນແປງໂຄງສ້າງບໍລິສັດໃໝ່ໃນຄັ້ງນີ້ເພື່ອ ເອື້ອອໍານວຍໃຫ້ ບໍລິສັດ ມີການສ້າງແຜນຍຸດທະສາດໃນການດໍາເນີນທຸລະກິດ ໃຫ້ສອດຄ່ອງກັບ ແຜນຍຸດທະສາດການພັດທະນາເສດຖະກິດ- ສັງຄົມ ແລະ ເກາະຫ້ອຍກັບການປະຕິບັດ ວາລະແຫ່ງຊາດ ຂອງ ສ.ປ.ປ. ລາວ ໂດຍສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະ ກິດລັດລົງທຶນ ໂດຍສະເພາະແມ່ນໃນຂະແໜງການປະກັນໄພ.
![]() |
ສໍາລັບສັນຍາປະກັນໄພ ທຸກໆຜະລິດຕະພັນປະກັນໄພ, ແລະ ທຸກໆການດຳເນີນການບໍລິການລູກຄ້າຈະຍັງ ສືບຕໍ່ດໍາເນີນການປົກກະຕິ ພາຍໃຕ້ ຊື່ໃໝ່ “ບປລ” ແລະ “AGL” ເພື່ອຮັບປະກັນໃຫ້ແກ່ການບໍລິການແກ່ລູກຄ້າທັງ ໝົດໃນປະຈຸບັນ ແລະ ໃນອະນາຄົດໄດ້ຢ່າງຕໍ່ເນື່ອງ ດ້ວຍ ທີມງານທີ່ມີປະສົບການຂອງພວກເຮົາ ເພື່ອຮັກສາ ມາດຕະຖານສູງໃນການໃຫ້ບໍລິການຢ່າງ ເປັນມືອາຊີບ ແລະ ຄວາມຊື່ສັດ ສຸດຈະລິດໃນທຸກໆດ້ານຂອງທຸລະກິດ.
![]() |