ໃນວັນທີ 11 ທັນວາ 2024, ໄດ້ມີການດຳເນີນກອງປະຊຸມ ໃຫຍ່ໜ່ວຍພັກ ພະແນກກວດກາໄລ່ລຽງອາກອນ ຄັ້ງທີ IV ຂຶ້ນກັບຄະນະພັກຮາກຖານກົມສ່ວຍສາອາກອນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ບຸນປະເສີດ ສີກຸນລະບຸດ ເລຂາຄະນະພັກຮາກຖານ , ຫົວໜ້າກົມສ່ວຍສາອາກອນ, ສະຫາຍ ຄຳພັນ ພັນທຸລັກ ຮອງຫົວໜ້າກົມ ສ່ວຍສາອາກອນ, ສະຫາຍວົງສະຫວັນ ເດວົງສາ ເລຂາໜ່ວຍພັກ ພະແນກກວດກາໄລ່ລຽງອາກອນ
![]() |
ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ແລະ ບົດສໍາຫຼວດນໍາພາລວມຂອງໜ່ວຍພັກ ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍໍ້ຄົງຄ້າງ, ສາຍເຫດ, ບົດຮຽນໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນ 05 ປີຜ່ານມາ. ພ້ອມນີ້, ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ ແລະ ຄາດໝາຍສູ້ຊົນ 05 ປີ 2025 ຮອດປີ 2029.
ພ້ອມນີ້ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນປ່ອນບັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານມາດຕະຖານ-ເງືິ່ອນໄຂທີ່ກໍານົດໄວ້ ເຊິິ່ງຜ່ານການປ່ອນບັດເລືອກຕັ້ງໄດ້ເລືອກສະຫາຍ ວົງສະ ຫວັນ ເດວົງສາ ເປັນເລຂາໜ່ວຍພັກ, ສະຫາຍ ສົມພອມ ພິມມະສອນ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍອານຸສັກ ເຮືອງວິເສດ ເປັນກຳມະການໜ່ວຍພັກ.
![]() | ![]() |
![]() |
ໂອກາດນີ້ ສະຫາຍ ບຸນປະເສີດ ສີກຸນລະບຸດ ໄດ້ມີຄຳເຫັນຕໍ່ກອງປະຊຸມ ບາງຕອນສຳຄັນວ່າ: ໃນທ່າມກາງສະພາບຫຍຸ້ງຍາກ ທາງດ້ານເສດຖະກິດ ຂອງສປປລາວ ຕໍ່ກັບພາລະກິດ ໜ້າທີ່ການເມືອງ ທີ່ພັກ ແລະ ລັດມອບໝາຍໃຫ້ ເປັນຕົ້ນແມ່ນການ ຈັດເກັບລາຍຮັບເຂົ້າງົບປະມານ ແມ່ນເປັນ ບັນຫາສຳຄັນທີ່ສຸດ ສະນັ້ນໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດ ຖະກອນເຊືິ່ອມຊືມ, ກໍາແໜ້ນແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກຢ່າງຮອບດ້ານ, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ; ເພີິ່ມທະວີຄວາມສາມັກຄີພາຍໃນພັກ ໃຫ້ໜັກແໜ້ນ, ໂດຍສະເພາະ ຄະ ນະພັກຊຸດໃໝ່ ໃຫ້ມີການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄັ້ງທີ IV ສູ່ລວງເລິກ, ເອົາໃຈໃສ່ປັບ ປຸງກໍໍ່ສ້າງໜ່ວຍພັກ ໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເພີ່ມທະວີບົດບາດການນໍາພາຂອງພັກເຂົົ້າໃນຂົງເຂດວຽກງານທີ່ຕົນຮັບຜິດຊອບ; ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຄະ ນະຫນ່ວຍພັກ, ສະມາຊິກພັກ, ພະນັກງານ-ລັດຖະ ກອນ ແລະ ບັນດາອົງການຈັດຕັ້ງມະຫາຊົນ ທີ່ເປັນເສນາທິການໃຫ້ແກ່ຄະນະພັກໃຫ້ເຂົົ້າສູ່ລະບຽບຫຼັກການ.