• ສະຖາບັນການເງິນ – ການບັນຊີ
  • |
  • 2025-03-12
  • |
  • ວຽກວິຊາສະເພາະ

​          ໃນວັນທີ 06 ມັງກອນ 2025 ທີ່ສູນຝຶກອົບຮົມ ສະຖາບັນການເງິນ-ການບັນຊີ ໄດ້ຈັດພິທີເປີດຊຸດຝຶກອົບຮົມລັດຖະກອນໃໝ່ ຂອງກະຊວງການເງິນ ປີ 2023 ແລະ ປີ 2024 ໂດຍການເປັນປະທານຂອງ ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີຫົວໜ້າ-ຮອງຫົວໜ້າ ສະຖາບັນການເງິນ-ການບັນຊີ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ແຂກທີ່ຖືກເຊີນ ພ້ອມດ້ວຍພະນັກງານລັດຖະກອນໃໝ່ເຂົ້າຮ່ວມ.

​          ຍ້ອນຄວາມຮຽກຮ້ອງຕ້ອງການ ແລະ ເຫັນໄດ້ຂອງວຽກງານພັດທະນາຊັບພະຍາກອນມະນຸດ ຂອງກະຊວງ ການເງິນ, ເວົ້າສະເພາະແມ່ນການຝຶກອົບຮົມໃຫ້ແກ່ພະນັກງານ-ລັດຖະກອນໃໝ່ທີ່ພວມຈະຖືກຊັບຊ້ອນ, ບັນຈຸເຂົ້າເຮັດວຽກໃໝ່ຂອງກະຊວງການເງິນ ໃຫ້ມີຄວາມຮູ້, ເຂົ້າໃຈເລິກເຊິ່ງທາງດ້ານທິດສະດີ ແລະ ພຶດຕິກຳໃນການ ປະຕິບັດວຽກ ກໍຄືການພົວພັນປະສານງານ ເປັນຕົ້ນແມ່ນ ຮັບຮູ້ລະບຽບລັດຖະກອນ, ວິໄນການເງິນ, ກົງຈັກ ການຈັດຕັ້ງ, ແບບແຜນວິທີເຮັດວຽກຂອງຂະແໜງການເງິນ ແລະ ການພົວພັນປະສານງານທັງເປັນການເສີມສ້າງ ທັກສະທາງດ້ານວິຊາການ ເພື່ອໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະທີການຈັດຕັ້ງມອບໝາຍໃຫ້ ຖືກຕ້ອງ, ສອດຄ່ອງກັບລະບຽບຫຼັກການ.

           ພະນັກງານ-ລັດຖະກອນ ທີ່ຜ່ານການສອບເສັງຄັດເລືອກເຂົ້າເປັນລັດຖະກອນໃໝ່ ຂອງກະຊວງການເງິນ ປີ 2023 ແລະ 2024 ມີຈໍານວນທັງໝົດ 29 ທ່ານ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ເຊິ່ງນັກສໍາມະນາກອນ ກໍຄືພະນັກງານລັດຖະກອນໃໝ່ ຈະໄດ້ຮຽນຮູ້ຜ່ານການບັນຍາຍ, ຜ່ານກິດຈະກຳຕົວຈິງ ແລະ ເອກະສານປະກອບການ ບັນຍາຍ, ຄົ້ນຄວ້າ ແລະ ຂຽນບົດເກັບກ່ຽວໃຊ້ເວລາທັງໝົດ 22 ວັນລັດຖະການ, ໂດຍຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ຈັນຍາບັນຂອງລັດຖະກອນ, ການຮ່າງ, ສໍາເນົາ ແລະ ຄຸ້ມຄອງເອກະສານທາງລັດຖະການ, ຄວາມຮູ້ທົ່ວໄປກ່ຽວກັບການບໍລິຫານລັກ ຂອງ ສປປ ລາວ, ການບໍລິຫານຫ້ອງການ ແລະ ອື່ນໆ ລວມທັງຄວາມຮູ້ທາງດ້ານວິຊາການຂອງຂະແໜງການເງິນ ໃນແຕ່ລະວຽກງານ ແລະ ຮຽນຮູ້ໃຫ້ກໍາໄດ້ບັນດານິຕິກໍາທີ່ກ່ຽວຂ້ອງກັບຂະແໜງການເງິນ ໂດຍການເປັນວິທະຍາກອນ ຈາກບັນດາກົມອ້ອມຂ້າງກະຊວງການເງິນ, ວິທະຍາກອນຮັບເຊີນຈາກພາຍນອກ ແລະ ຄູຝຶກຂອງສະຖາບັນການເງິນ-ການບັນຊີ.

         ໂອກາດນີ້, ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເຊິ່ງທ່ານໄດ້ເນັ້ນໜັກບາງວຽກງານທີ່ ສໍາຄັນໃຫ້ກັບນັກສາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມ ໄດ້ເພີ່ມທະວີຄວາມເອົາໃຈໃສ່ໂດຍຕ້ອງຖືສໍາຄັນ ໃນການວິເຄາະ, ໄຈ້ແຍກບັນຫາຕ່າງໆ ຢ່າງເລິກເຊິ່ງ ແລະ ມີວິທີແກ້ໄຂ ຢ່າງສົມເຫດ-ສົມຜົນ, ພ້ອມນັ້ນ ຍັງຕ້ອງເອົາໃຈໃສ່ ຄົ້ນຄວ້າດ້ວຍຕົນເອງ, ແລກປ່ຽນບົດຮຽນ ລະຫວ່າງສໍາມະນາກອນ ແລະ ວິທະຍາກອນ ໂດຍສະເພາະ ການແລກປ່ຽນບົດຮຽນ ປະສົບການຕົວຈິງ ແລະ ຮຽກຮ້ອງໃຫ້ ນັກສຳມະນາກອນ ຈົ່ງເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງໃນການຄົ້ນຄ້ວາຮໍ່າຮຽນ ຍາດເວລາຄົ້ນຄວ້າ, ອ່ານເອກະສານໃຫ້ເລິກເຊິ່ງ ເພີ່ມທະວີແລກປ່ຽນຄວາມຄິດເຫັນ ແລະ ແລກປ່ຽນຖອດຖອນ ບົດຮຽນນໍາວິທະຍາກອນ ແລະ ນັກມະນາກອນດ້ວຍກັນ ເພື່ອເອົາຄວາມຮູ້ຈາກການຮຽນໃນຄັ້ງ ນີ້ໃຫ້ໄດ້ຫຼາຍເທົ່າທີ່ຈະໄດ້ຫຼາຍໄດ້ ແລະ ນໍາໄປໝູນເຂົ້າໃຊ້ໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຕົນທີ່ໄດ້ຮັບມອບໝາຍໃຫ້ປະກົດຜົນເປັນຈິງ ແລະ ມີຜົນສໍາເລັດເປັນກ້າວໆ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ