ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ-ພະແນກຮ່ວມມືສາກົນ ຂຶ້ນກັບຄະນະພັກຮາກຖານກົມພາສີ, ໄດ້ເປີດຂຶ້ນໃນວັນທີ 30 ມັງກອນ 2025, ໂດຍການເຂົ້າຮ່ວມຂອງສະຫາຍ ບຸນເກີດ ສຸວັນນະເສນ ກໍາມະການຄະນະພັກຮາກຖານກົມພາສີ, ມີສະຫາຍ ອານິດສະລາ ສົມບູນຂັນ ຮອງເລຂາໜ່ວຍພັກພະແນກຝຶກອົບຮົມ ແລະ
ພັດທະນາບຸກຄະລາກອນ-ພະແນກຮ່ວມມືສາກົນ,ມີເລຂາໜ່ວຍພັກອ້ອມຂ້າງກົມພາສີ, ສະມາຊິກພັກສົມບູນ, ສຳຮອງ ແລະ ແຂກຖືກຮັບເຊີນເຂົ້າຮ່ວມ.
![]() ກອງປະຊຸມຄັ້ງນີ້, ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມກົງໄປກົງມາເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພ້ອມດຽວກັນນີ້, ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ການປະກອບຄຳເຫັນໃສ່ບົດລາຍງານການເມືອງ, ທິດທາງຄາດໝາຍສູ້ຊົນວຽກງານແຕ່ລະດ້ານກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ ແລະ ບົດສຳຫຼວດການນຳພາລວມຂອງໜ່ວຍພັກ. ໃນນັ້ນ, ໄດ້ຕີລາຄາດ້ານດີ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະ 5 ປີຜ່ານມາ, ພ້ອມນີ້ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງ, ແຜນການໃນ 5 ປີຕໍ່ໜ້າ. |
![]() ໃນກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ບຸນເກີດ ສຸວັນນະເສນ ກຳມະການຄະນະພັກຮາກຖານກົມພາສີ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາຂອງຄະນະໜ່ວຍພັກທີ່ໄດ້ນຳພາ-ຊີ້ນຳສະ ມາຊິກພັກ-ພະນັກງານພາຍໃນໜ່ວຍພັກປະຕິບັດໜ້າທີ່ການເມືອງຂອງຕົນ,ຍາດໄດ້ຜົນງານ ແລະ ມີຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນຍັງໄດ້ໃຫ້ທິດຊີ້ນຳວຽກງານແຕ່ລະດ້ານໃນທາງສ້າງສັນ ແລະ ໄດ້ເນັ້ນຄະນະໜ່ວຍພັກສືບຕໍ່ນຳພາ, ຊີ້ນຳຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງໜ່ວຍພັກພະແນກຝຶກອົບຮົມ ແລະ ພັດທະນາບຸກຄະລາກອນ-ພະແນກຮ່ວມມືສາກົນໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດຍິ່ງໃຫຍ່ໃຫຍ່ຫຼວງກວ່າເກົ່າ. |