• ຂ່າວທ້ອງຖິ່ນ
  • |
  • 2025-02-13
  • |
  • ວຽກວິຊາສະເພາະ

         ກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2024 ແລະ ທິດທາງ ປະຈຳປີ 2025 ໄດ້ໄຂຂຶ້ນໃນລະຫວ່າງວັນທີ 26-27 ທັນວາ 2024, ພາຍໃຕ້ການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ.

        ໃນວາລະກອງປະຊຸມ ທ່ານ ພູທະນູເພັດ ໄຊສົມບັດ ຮອງເຈົ້າແຂວງວຽງຈັນ ໄດ້ນຳເນື້ອໃນ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນມາເຜີຍແຜ່ ແລະ ຜັນຂະຫຍາຍເປັນ ບັນດາໜ້າວຽກທີ່ຕິດພັນກັບບັນດາພະແນກການ, ອົງການ, ກົມກອງ ອ້ອມຂ້າງທົ່ວແຂວງ ແລະ ທ່ານໄດ້ລາຍງານໃຫ້ຮູ້ຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນໄດ້ວ່າປີຜ່ານມາ ແຂວງ ວຽງຈັນ ສາມາດເກັບລາຍຮັບ ເຂົ້າງົບປະມານໄດ້ 515.09 ຕື້ກີບ ເທົ່າກັບ 174.82% ຂອງແຜນການ (ແຜນການ 294.63 ຕື້ກີບ) ທຽບໃສ່ປະຕິບັດ ປີຜ່ານມາເທົ່າກັບ 164.08% ເພີ່ມຂຶ້ນ 201.16 ຕື້ກີບ (ປະຕິບັດປີ 2022 = 313.93 ຕື້ກີບ), ໃນນີ້ມີ: ລາຍຮັບສູນກາງ: ປະຕິບັດໄດ້ 44.33 ຕື້ກີບ ເທົ່າ 295.52% ຂອງແຜນການ (ແຜນການ 15 ຕື້ກີບ); ລາຍຮັບພູດທ້ອງຖິ່ນ: ປະຕິບັດໄດ້ 470.76 ຕື້ກີບ ເທົ່າກັບ 168.35% (ແຜນການ 279.63 ຕື້ກີບ) ເຮັດໃຫ້ແຂວງມີເງິນເກີນແຜນເພື່ອນຳໄປຮັບໃຊ້ເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງ ໄດ້ຫຼາຍຂື້ນ.

         ການຄຸ້ມຄອງລາຍຈ່າຍ ໂດຍສະເພາະການປະຕິບັດມາດຕະການປະຢັດ ຕ້ານການຟຸມ ເຟື່ອຍ ຕາມດໍາລັດ ຂອງນາຍົກລັດຖະມົນຕີສະບັບເລກທີ 205/ນຍ ບາງຂະແໜງການຍັງບໍ່ເຂັ້ມງວດເທົ່າທີ່ຄວນ ເປັນຕົ້ນ ການຕິດຕາມ, ຄຸ້ມຄອງການນຳໃຊ້ໄຟຟ້າ ແລະ ອຶ່ນໆ. ໃນປີ 2023 ແຂວງວຽງຈັນ ສາມາດປະຢັດງົບປະມານ ແລະ ມີຍອດເຫຼືອລາຍຈ່າຍສົ່ງຄືນສູນກາງ ຈຳນວນ 5,90 ຕື້ກີບ (ແຜນລາຍຈ່າຍປີ2023 733.33 ຕື້ກີບ, ປະຕິບັດ 727.43 ຕື້ກີບ).

         ສຳລັບແຜນປີ 2025 ແມ່ນຈະຫັນເອົາຫົວໜ່ວຍທຸລະກິດ ເຂົ້າໃນລະບົບອາກອນມູນຄ່າເພີ່ມໄດ້ 1,545 ຫົວໜ່ວຍ (ຂັ້ນແຂວງ 1,093 ຫົວໜ່ວຍ, ຂັ້ນເມືອງ 452 ຫົວໜ່ວຍ), ໃນນັ້ນ ວຽກງານຂະຫຍາຍຖານຕາມເປົ້າໝາຍວາລະແຫ່ງ ຊາດ ມີ 5 ເມືອງ ລວມຈໍານວນ 629 ຫົວໜ່ວຍ ບໍ່ຄົບເງຶ່ອນໄຂ 256 ຫົວໜ່ວຍ, ມີເງື່ອນໄຂ 363 ຫົວໜ່ວຍ, ເຂົ້າແລ້ວ 266 ຫົວໜ່ວຍ ຍັງ 107 ຫົວໜ່ວຍ; ພ້ອມຕິດຕັ້ງໂປຣແກມບັນຊີສໍາເລັດ 120 ຫົວໜ່ວຍ ພ້ອມທັງຈັດຝຶກອົບຮົມການນຳໃຊ້ລະບົບປ້ອນຂໍ້ມູນຕອນດິນເຂົ້າໃນ ລະບົບ Land Tax ໃຫ້ພະນັກງານສ່ວຍສາອາກອນ, ຂະແໜງການກ່ຽວຂ້ອງທັງຂັ້ນແຂວງ ແລະ 11 ເມືອງ ເພື່ອເປັນຂໍ້ມູນໃນການປະຕິບັດເກັບອາກອນທີ່ດິນໃນປີ 2025.

© 2025 Copyright: ກະຊວງການເງິນ, ສປປ ລາວ