• ຫ້ອງການ
  • |
  • 2025-02-13
  • |
  • ຂ່າວເສດຖະກິດ-ການເງິນ

          ໃນປີ 2024 ຜ່ານມາເມືອງລະມາມ ແຂວງເຊກອງ, ສາມາດຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງ ໝົດ 10,24 ຕື້ກວ່າກີບທຽບໃສ່ແຜນການປີລື່ນແຜນ 59%; ສ່ວນປີ 2025 ເມືອງລະມາມໄດ້ຮັບຕົວເລກແຜນການ 8,19 ຕື້ກີບທຽບໃສ່ປີຜ່ານມາເພີ່ມຂຶ້ນ 27%.

          ທ່ານ ຄໍາປານ ພິມມະເສນ ຫົວໜ້າຫ້ອງການ-ການເງິນເມືອງລະມາມ ແຂວງເຊກອງ ໃຫ້ສໍາພາດວ່າ: ໃນໄລຍະຜ່ານມາ 2024 ຫ້ອງການ-ການເງິນເມືອງລະມາມໄດ້ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງ, ແບບແຜນນໍາພາ-ວິທີເຮັດວຽກ, ເປັນໃຈກາງໃນການປະສານສົມທົບກັບຂະແໜງການກ່ຽວຂ້ອງ, ພັດທະນາວຽກງານຫັນການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍໄປສູ່ທັນສະໄໝ, ພ້ອມທັງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາຕ່າງໆກ່ຽວກັບວຽກງານການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານເປັນຕົ້ນ: ລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການ, ກົດໝາຍ ວ່າດ້ວຍອາກອນທີ່ດິນ, ຄໍາສັ່ງ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫລຂອງງົບປະມານ, ດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍເຮັດໃຫ້ການປະຕິບັດແຜນງົບ ປະມານຂອງເມືອງ ມີປະສິດທິພາບ ແລະ ປະສິດສິດທິຜົນ.

          ສິ່ງທີ່ພົ້ນເດັ່ນທົ່ວເມືອງສາມາດປະຕິບັດລາຍຮັບເຂົ້າງົບປະມານແຫ່ງລັດໄດ້ທັງໝົດ 10,24 ຕື້ກວ່າກີບທຽບໃສ່ແຜນການປີລື່ນແຜນ 59%; ໃນນີ້, ລາຍຮັບຈາກສ່ວຍສາອາກອນ 9,66 ຕື້ກີບລື່ນແຜນ 63% ແລະ ລາຍຮັບຈາກຊັບສິນ 580 ລ້ານກີບລື່ນແຜນ 13%; ສ່ວນລາຍຈ່າຍປະຕິບັດໄດ້ 39 ຕື້ກວ່າກີບທຽບໃສ່ແຜນເທົ່າກັບ 101% ໂດຍມີລາຍຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບໍລິຫານ, ເງິນລົງທຶນ ແລະ ອື່ນໆ ແລະ ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນວຽກງານການຫັນເປັນທັນສະໄໝທີ່ຕິດພັນກັບການເກັບລາຍຮັບຈາກອາກອນທີ່ດິນ ໂດຍໄດ້ເອົາຂໍ້ມູນຕອນດິນເຂົ້າໃນລະບົບTaxRIS, ຊຸກຍູ້ ແລະ ລະດົມຫົວໜ່ວຍທຸລະກິດທົ່ວເມືອງເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມ, ເຊື່ອມຕໍ່ກັບລະບົບ TaxRIS ເຮັດໃຫ້ຫົວໜ່ວຍທຸລະກິດມີຄວາມຕື່ນຕົວຕໍ່ການແຈ້ງມອບອາກອນດ້ວຍຕົນເອງເພີ່ມຂຶ້ນ.

          ຄຽງຄູ່ກັນນີ້, ອີງໃສ່ຖານລາຍຮັບທີ່ມີ ແລະ ທ່າແຮງບົ່ມຊ້ອນຕົວຈິງຂອງເມືອງ ແລະ ເພື່ອສະໜັບສະໜູນການກ້າວຂຶ້ນກຸ້ມຕົນເອງ ແລະ ເກີນດຸນທາງດ້ານລາຍຮັບ-ລາຍຈ່າຍງົບປະມານຂອງແຂວງເຊກອງໃນປີ 2025 ເມືອງລະມາມຈະສູ້ຊົນເກັບລາຍຮັບໃຫ້ໄດ້ 8,19 ຕື້ກີບທຽບໃສ່ປີ 2024 ເພີ່ມຂຶ້ນ 27%. ໃນນີ້, ລາຍຮັບສ່ວຍສາອາກອນ 7,57 ຕື້ກີບ ເພີ່ມຂຶ້ນ 29% ແລະ ລາຍຮັບຊັບສິນ 620 ລ້ານກີບເພີ່ມຂຶ້ນ 22%.

           ທ່ານ ຄໍາປານ ພິມມະເສນ ໃຫ້ຮູ້ອີກວ່າ: ສໍາລັບການຈັດຕັ້ງປະຕິບັດແຜນງົບປະມານໄລຍະ 5 ປີ (2020-2024) ຜ່ານມາ, ເມືອງລະມາມສາມາດຈັດເກັບລາຍຮັບໄດ້ 32,50 ຕື້ກີບທຽບໃສ່ແຜນການ 5 ປີເທົ່າກັບ 125% ແລະ ປະຕິບັດລາຍຈ່າຍໄດ້ 170,16 ຕື້ກີບທຽບໃສ່ແຜນ 5 ປີເທົ່າກັບ 98%.

(ຂ່າວ: ສັນຍາ)

© 2025 Copyright: ກະຊວງການເງິນ, ສປປ ລາວ