• ຫ້ອງການ
  • |
  • 2025-02-13
  • |
  • ວຽກຮ່ວມມື

​          ໃນວັນທີ 08 ມັງກອນ 2025, ສະຫາຍ ສົມຈິດ ຄຳມຸງຄຸນ ເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ, ຫົວໜ້າຫ້ອງການກະຊວງ ພ້ອມດ້ວຍຄະນະເຂົ້າຮ່ວມເຮັດວຽກ ແລະ ມອບເຄື່ອງ ( ກອງດຸລິຍາ )ໃຫ້ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍການຕ້ອນຮັບຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ຫລັງຈາກນັ້ນກໍໄດ້ຮ່ວມເຮັດວຽກກ່ຽວກັບການປະຕິບັດ MOU ຮ່ວມກັບສະຫາຍ ນາງ ອຸໄລ ຈັນທະວົງ ຮອງຫົວໜ້າຫ້ອງການ ສຊປລ ຊຶ່ງທັງສອງຝ່າຍໄດ້ພ້ອມກັນປຶກສາຫາລືເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືໃນການສ້າງກົນໄກການເຮັດວຽກຮ່ວມກັນ ເພື່ອປຸກຈິດສຳນຶກໃຫ້ແກ່ສັງຄົມ, ໂດຍການໂຄສະນາເຜີຍແຜ່ວຽກງານ ຊາວໜຸ່ມ-ເຍົາວະຊົນ ໃນໄລຍະໃໝ່ຕິດພັນກັບວຽກງານການເງິນ ໂດຍສະເພາະແມ່ນຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ຫຼື ສອຈ ເຊິ່ງວຽກງານດັ່ງກ່າວເປັນແຜນຮ່ວມມືສອງຝ່າຍໃນໄລຍະຍາວອີກດ້ວຍ.

            ສະຫາຍ ສົມຈິດ ຄຳມຸງຄຸນ ລາຍງານໃຫ້ຮູ້ຕື່ມວ່າ: ສຳລັບງົບປະມານໃນແຜນງານຄັ້ງນີ້ແມ່ນຈະໄດ້ນຳໃຊ້ງົບປະມານຂອງລັດ ທີ່ກະຊວງການເງິນອະນຸມັດໃຫ້ໃນແຕ່ລະປີ ເພື່ອຊຸກຍູ້ໃນ ການເຄື່ອນໄຫວໂຄສະນາເຜີຍແຜ່ ບັນດານິຕິກຳ ຂອງຂະແໜງການເງິນ; ກະຊວງການເງິນຈະ ສະໜັບສະໜູນຮ່ວມມືກັບ ສຊປລ ໃນການເຮັດວຽກງານໂຄສະນາເຜີຍແຜ່, ປຸກລະດົມຂົນຂວາຍ ປະຊາຊົນລາວບັນດາເຜົ່າ, ປູກຈິດສໍານຶກ ໃຫ້ຊາວໜຸ່ມ-ເຍົາວະຊົນລາວ, ໃນຂອບເຂດທົ່ວປະເທດ ໄດ້ຮັບຮູ້ສິດພັນທະຂອງ ພົນລະເມືອງລາວ ຕໍ່ປະເທດຊາດ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍ ຂອງພັກ-ລັດ ໂດຍ ສະເພາະແມ່ນການປະກອບສ່ວນເສຍພັນທະອາກອນປະເພດຕ່າງໆ; ຈັດກອງປະຊຸມສໍາມະນາບັນດາຫົວຂໍ້ສໍາຄັນ ຕິດພັນກັບນິຕິກຳ ຂອງຂະແໜງການເງິນ ໃຫ້ ສຊປລ ເພື່ອ ຍົກສູງຄວາມເຂົ້າໃຈເລິກເຊິ່ງທາງດ້ານເນື້ອໃນ ຮັບປະກັນຄວາມເອກະພາບ ການໂຄສະນາເຜີຍແຜ່ເນື້ອໃນ ຂອງບັນດານິຕິກໍາດັ່ງກ່າວ ໄປໃນທິດທາງດຽວກັນ; ສະໜັບສະໜູນງົບປະມານຈັດຊື້ເຄື່ອງໃຊ້ຫ້ອງການທີ່ຈໍາເປັນຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

          ມອບໃຫ້ ສຊປລ ສ້າງແຜນວຽກ, ແຜນງານ ແລະ ໂຄງການ ທີ່ຈະເຄື່ອນໄຫວໃນແຕ່ລະເດືອນ, ໄຕມາດ, ປີ ລະອຽດໃນ ການນໍາໃຊ້ງົບປະມານຕາມກົດໝາຍ ແລະ ລະບຽບການ, ເປັນເຈົ້າການປະສານງານກັບພາກສ່ວນຕ່າງໆ ຕິດພັນກັບວຽກງານ ທີ່ຈະລົງເຄື່ອນໄຫວຮ່ວມກັນ, ຂຶ້ນແຜນໃນການຈັດກອງປະຊຸມສໍາມະນາຖອດຖອນບົດຮຽນຮ່ວມກັນໃນແຕ່ລະຄັ້ງ, ສະຫລຸບຕີລາຄາຜົນໄດ້ຮັບໃນການເຄື່ອນໄຫວ ເພື່ອກຳນົດທິດທາງ, ວິທີການ, ກົນໄກ ແລະ ມາດຕະການ ຈັດຕັ້ງປະຕິບັດ ໃນຕໍ່ໜ້າ.

© 2025 Copyright: ກະຊວງການເງິນ, ສປປ ລາວ