• ຫ້ອງການ
  • |
  • 2025-02-13
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 8 ມັງກອນ 2025, ໄດ້ມີການດຳເນີນກອງປະຊຸມ ໃຫຍ່ໜ່ວຍພັກພະແນກພະແນກແຜນການ ແລະ ການເງິນ ຄັ້ງທີ II ຂຶ້ນກັບຄະນະພັກຮາກຖານ ຫ້ອງການກະຊວງການເງິນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມຈິດ ຄຳມຸງຄຸນ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການກະຊວງການເງິນ, ສະຫາຍ ດວງປະເສີດ ທິພົມມະຈັນ ເລຂາໜ່ວຍພັກພະແນກແຜນການ ແລະ ການເງິນມີບັນດາແຂກຖືກເຊີນ ສາມອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ. 

        ກອງປະຊຸມຄັ້ງນີ້ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ແລະ ບົດສໍາຫຼວດນໍາພາລວມຂອງໜ່ວຍພັກ ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍໍ້ຄົງຄ້າງ, ສາຍເຫດ, ບົດຮຽນໃນການນໍາພາ-ຊີ້ ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນ 05 ປີຜ່ານມາ. 

        ກອງປະຊຸມ ໄດ້ພ້ອມກັນປ່ອນບັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ ໂດຍເອກະພາບກັນເລືອກຕັ້ງໄດ້ເລືອກສະຫາຍ ຈັນສະຫວາດ ຈັນສຸລິຍາ ເປັນເລຂາໜ່ວຍພັກ, ສະຫາຍ ພອນພະຈັນ ແກ້ວວົງໄຊ ເປັນຮອງເລຂາ  ແລະ ສະຫາຍ ຈັນທະສິນ ແພງສົມບັດ ເປັນກຳມະການ ທັງເປັນປະທານກວດກາໜ່ວຍພັກ.

        ໂອກາດນີ້ ສະຫາຍ ສົມຈິດ ຄຳມຸງຄຸນ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຊົມເຊີຍຕໍ່ຄະນະພັກຊຸດເກົ່າ ທີ່ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກ ການຈັດຕັ້ງປະຕິບັດວຽກງານໃນຕະຫຼອດໄລຍະຜ່ານມາ ສຳລັບຄະນະພັກຊຸດໃໝ່ ກໍ່ໃຫ້ສືບຕໍ່ ຮັກສາມູນເຊື້ອການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ສຶກສາ ອົບຮົມການເມືອງ-ແນວຄິດເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນເຊືິ່ອມຊືມ, ກໍາແໜ້ນແນວ ທາງນະໂຍບາຍປ່ຽນແປງໃໝ່ຂອງພັກຢ່າງຮອບດ້ານ, ມີຄວາມຕື່ນຕົວທາງດ້ານການເມືອງສູງ ໃຫ້ມີການຈັດຕັ້ງເຜີຍແຜ່ເອກະສານສຳຄັນທີ່ຕິດພັນວຽກງານວິຊາສະເພາະຂອງຕົນ ແລະ ແລກປ່ຽນບົດຮຽນກັບບັນດາໜ່ວຍພັກອ້ອມຂ້າງ ເພື່ອເພີິ່ມທະວີຄວາມສາມັກຄີພາຍໃນພັກ ໃຫ້ໜັກແໜ້ນ, ໃຫ້ມີການ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄັ້ງທີ II ສູ່ລວງເລິກ, ເອົາໃຈໃສ່ປັບ ປຸງກໍໍ່ສ້າງໜ່ວຍພັກໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ