• ຫ້ອງການ
  • |
  • 2025-02-13
  • |
  • ວຽກງານພັກ-ພະນັກງານ

       ໃນວັນທີ 14 ມັງກອນ 2025, ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍພັກພະແນກໂຄ ສະນາ-ຂ່າວສານການເງິນ ແລະ ພະແນກສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່-ເດັກ, ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງການກະຊວງການເງິນ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ສົມຈິດ ຄຳມຸງຄຸນ ເລຂາຄະນະພັກຮາກຖານ, ຫົວໜ້າຫ້ອງການກະຊວງການເງິນ, ສະຫາຍ ນາງ ສະ ຫວີວັນ ອຸປະໄຊ ເລຂາໜ່ວຍພັກ ມີບັນດາແຂກຖືກເຊີນ, ສາມອົງການຈັດຕັ້ງມະຫາຊົນ ແລະ ສະມາ ຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.

          ກອງປະຊຸມຄັ້ງໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ 2 ພາກ ແລະ ບົດສໍາຫຼວດນໍາພາລວມຂອງໜ່ວຍພັກ ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃນ 05 ປີຜ່ານມາ.

​          ພ້ອມນີ້ ກອງປະຊຸມ ໄດ້ພ້ອມກັນປ່ອນບັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ ໂດຍເອກະພາບກັນເລືອກຕັ້ງໄດ້ ສະຫາຍ ນາງ ລັດດາວັນ ຢ່າຊົ່ງກົວ ເປັນເລຂາໜ່ວຍພັກ,  ສະຫາຍ ນາງ ສະຫວີວັນ ອຸປະໄຊ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍ ຈິດຕະກອນ ສະຫວັດດີ ເປັນກຳມະການໜ່ວຍ.

​          ໂອກາດນີ້ ສະຫາຍ ສົມຈິດ ຄຳມຸງຄຸນ ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍໄດ້ຊົມເຊີຍຕໍ່ຄະນະໜ່ວຍພັກຊຸດເກົ່າ ທີ່ເອົາໃຈໃສ່ຊີ້ນຳ-ນຳພາ ສະມາຊິກ ການຈັດຕັ້ງປະຕິບັດວຽກງານໃນຕະຫຼອດໄລຍະຜ່ານມາ ສຳລັບຄະນະໜ່ວຍພັກຊຸດໃໝ່ ກໍ່ໃຫ້ສືບຕໍ່ ຮັກສາມູນເຊື້ອການຈັດຕັ້ງປະຕິບັດວຽກງານວິຊາສະເພາະສຶກສາ ອົບຮົມການເມືອງ-ແນວຄິດເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນເຊື່ອມຊືມ, ກໍາແໜ້ນແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກຢ່າງຮອບດ້ານ. ໃຫ້ມີການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມຄັ້ງທີ II ສູ່ລວງເລິກ, ເອົາໃຈໃສ່ປັບ ປຸງກໍ່ສ້າງໜ່ວຍພັກໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ