ໃນວາລະກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2024 ແລະ ທິດທາງ ປະຈຳປີ 2025ໃນລະຫວ່າງ ວັນທີ 26-27 ທັນວາ 2024, ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການເງິນ ເຂົ້າຮ່ວມ.
ທ່ານ ອ່ອນຈັນ ຄໍາພາວົງ ໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ ໃນ 11 ເດືອນປີ 2024 ຂອງແຂວງຫຼວງນໍ້າທາ ສາມາດປະຕິບັດໄດ້ທັງໝົດ: 2,422 ຕື້ກີບ, ເທົ່າກັບ 151.09% ຂອງແຜນການປີ, ຄາດຄະເນໝົດປີຈະໄດ້: 2,531 ຕື້ກີບ, ເທົ່າ ກັບ 157.87% ຂອງແຜນການປີ ໃນນີ້: ລາຍຮັບພູດສູນກາງ: ປະຕິບັດໄດ້ 2,223 ຕື້ກີບ ເທົ່າກັບ 155.74% ຂອງແຜນການປີ, ຄາດຄະເນປະຕິບັດໝົດປີຈະໄດ້ 2,323 ຕື້ກີບ, ເທົ່າກັບ 162.73% ຂອງແຜນການປີ (ລື່ນ ແຜນການປີ 895 ຕື້ກີບ). ລາຍຮັບພູດທ້ອງຖິ່ນ: ປະຕິບັດໄດ້: 198 ຕື້ກີບ, ເທົ່າກັບ 113.26% ຂອງແຜນການປີຄາດ ຄະເນປະຕິບັດໝົດປີຈະໄດ້ 207 ຕື້ກີບ, ເທົ່າກັບ 116,50% ຂອງແຜນການປີ (ລື່ນ ແຜນການປີ 32 ຕື້ກີບ); ດ້ານລາຍຈ່າຍງົບປະມານ: ໃນ 11 ເດືອນ ປະຕິບັດໄດ້ລາຍຈ່າຍໄດ້: 382 ຕື້ກີບ ເທົ່າກັບ 97.37% ຂອງແຜນການປີ, ຄາດຄະເນໝົດປີ ຈະສາດມາດປະຕິບັດລາຍຈ່າຍງົບປະມານໄດ້ 100% ຂອງແຜນການປີ.
ສຳລັບທິດທາງແຜນການຈັດຕັ້ງປະຕິບັດ ແຜນງົບປະມານປະຈຳປີ 2025 ຄະນະນໍາແຂວງ ແລະ ຂະແໜງການການເງິນຈະໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານປະຈໍາປີ 2025 ທີ່ສູນກາງ (ກະຊວງການເງິນອະນຸມັດໃຫ້ແຂວງ) ບົນພື້ນຖານຈຸດພິເສດ ແລະ ທ່າແຮງຂອງແຂວງທາງດ້ານການຈັດເກັບລາຍຮັບເຂົ້າງົບປະມານໃຫ້ຄົບຖ້ວນ, ທັນເວລາປະຕິບັດລາຍຈ່າຍງົບປະ ມານໃຫ້ຖືກ ຕ້ອງຕາມແຜນ, ຕາມເປົ້າໝາຍ, ບົນພື້ນຖານການປະຍັດ.
ນອກຈາກນັ້ນທ່ານຍັງໄດ້ມີຄຳເຫັນ ສະເພາະບາງເນື້ອໃນຄໍາຖາມເຈາະຈິ້ມ ໃນການຈັດຕັ້ງປະຕິບັດດຳລັດ 599/ລບ ແລະ ຂໍ້ຕົກລົງ ສະບັບເລກທີ 169/ນຍ: ໄດ້ສັງລວມຂໍ້ມູນສະຖິຕິພາຫະນະທົ່ວແຂວງ, ໄດ້ຈັດສັນຄືນໃໝ່ ແລະ ໄດ້ສະສາງຈໍານວນໜຶ່ງເປັນຕົ້ນພາຫະນະທີ່ເກົ່າແກ່ ແລະ ເປເພບັນຫາຫຍຸ້ງ ຍາກກໍ່ຄືພາຫະນະສ່ວນຫຼາຍແມ່ນ ໝົດອາຍຸການນໍາໃຊ້ ແຕ່ຍ້ອນບັນດາຂະແໜງການ, ບັນດາເມືອງຍັງຂາດພາຫະນະຮັບໃຊ້, ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ນໍາໃຊ້, ຈຶ່ງເຮັດໃຫ້ມີການ ສິ້ນເປືອງໃນການສ້ອມແປງ; ການສະສາງພາຫະນະອອກຍັງບໍ່ທັນສໍາເລັດຂາດຕົວໄດ້ (ຍັງພະນັກງານອາວຸໂສບຳ ນານ ຈຳນວນໜຶ່ງ) ຂໍສະເໜີສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປຕື່ມເພື່ອແກ້ໄຂໃຫ້ສຳເລັດ.
ການມອບໂອນຫົວໜ່ວຍລາຍຮັບຈາກສູນກາງໃຫ້ບັນດາແຂວງ: ແມ່ນຖືກຕ້ອງສອດຄ່ອງກັບ ການຈັດຕັ້ງປະຕິບັດວຽກງານ 3 ສ້າງ ຂອງຂະແໜງການເງິນ (ການແບ່ງຂັ້ນຄຸ້ມຄອງ) ສ້າງ ຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນ, ຫຼຸດຜ່ອນການດຸ່ນດ່ຽງງົບປະມານຈາກສູນກາງ.
ການປັບປຸງກົງຈັກການຈັດຕັ້ງຂອງຂະແໜງການເງິນ: ແຂວງໄດ້ສົມທົບກັບກະຊວງການເງິນ ປັບປຸງ ໂດຍການແຕ່ງຕັ້ງຫົວໜ້າພະແນກການເງິນແຂວງ, ຫົວໜ້າພາສີປະຈຳແຂວງ, ຄະນະດ່ານສາ ກົນ, ທາບທາມຄະນະສ່ວຍສາອາກອນແຂວງ ແລະ ຄັງເງິນປະຈໍາແຂວງ.
ສຳລັບເງິນບຳເນັດ ໃຫ້ບ້ານທີ່ຫ່າງໃກ້ສອກຫຼີກ ຍັງບໍາສາມາດຕອບສະໜອງກັບລາຍຈ່າຍ. ບໍ່ສາມາດຈົດຮັບ-ຈົດຈ່າຍ ລາຍຮັບດັ່ງກ່າວໄດ້ຕາມລາຍຮັບຕົວຈິງ
ການແກ້ໄຂຜົນການກວດສອບ: ແຂວງໄດ້ແຕ່ງຕັ້ງຄະນະຮັບຜິດຊອບໃນການແກ້ໄຂຜົນການ ກວດສອບຕາມຄໍາແນະນໍາຂອງຄະນະກວດສອບ, ຂອງບັນດາເປົ້າໝາຍ ທີ່ຖືກກວດສອບ ບັນຫາຫຍຸ້ງຍາກແມ່ນການແກ້ໄຂໜີ້ສິນຂອງຂະແໜງລາຍຮັບ ແລະ ລະບົບຄັງເງິນເຊິ່ງຕິດພັບກັບງົບປະມານມາຫຼາຍປີ. ຊຶ່ງທາງແຂວງໄດ້ຂໍສະເໜີລັດຖະບານ ກໍ່ຄື ກະຊວງການເງິນ ພິຈາລະນາອະນຸມັດໃຫ້ແຂວງຫຼວງນໍ້າທາ ນໍາໃຊ້ ຮ່ວງເງິນເກີນແຜນພູດສູນກາງ ຕາມສົມຄວນ ແລະ ລາຍຮັບເກີນແຜນພູດທ້ອງຖິ່ນ ປະຈຳປີ 2024 ຂອງແຂວງ (100%) ເພື່ອນາໃຊ້ເຂົ້າໃນແຜນຟື້ນຟູຜົນກະທົບໄພນໍ້າຖ້ວມ ໃນເດືອນ ກັນຍາ 2024 ຢູ່ແຂວງຫຼວງນໍ້າທາ, ເຊິ່ງເຮັດໃຫ້ພື້ນຖານໂຄງລ່າງເສຍຫາຍເປັນມູນຄ່າຈໍານວນຫຼວງຫຼາຍ ສະເໜີກະຊວງການເງິນ ພິຈາລະນາການມອບແຜນລາຍຮັບງົບປະມານພຸດທ້ອງຖິ່ນຂອງ ແຂວງປີ 2025 ບົນພື້ນຖານ ຂໍ້ມູນຖານລາຍຮັບຕົວຈິງ, ເນື່ອງຈາກມີຫຼາຍຫົວໜ່ວຍທຸລະກິດໄດ້ ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ. ສະເໜີໃຫ້ປັບປຸງໂຄງລ່າງພື້ນຖານຕ່າງໆ ຢູ່ດ່ານທ້ອງຖິ່ນປາງໄຮເມືອງສິງ ແຂວງຫຼວງນໍ້າທາ ເຊິ່ງມີຊາຍແດນຕິດກັບ ດ່ານຊາເຮີ ເມືອງມາງ ຂຶ້ນກັບ ສິບສອງພັນນາ ສປ ຈີນ ເພື່ອຍົກລະດັບດ່ານດັ່ງກ່າວເປັນດ່ານສາກົນ ໃນປີ 2026 ຕາມທີ່ນະຄອນຊຽງຮຸ່ງ ສິບສອງພັນນາ ໄດ້ສະເໜີໃນກອງປະຊຸມ 4 ປະເທດ 9 ຝ່າຍ ໃນຄັ້ງວັນທີ 17 ທັນວາ 2024 ທີ່ນະຄອນຊຽງຮຸ່ງ.