ໃນວັນທີ 31 ມັງກອນ 2025, ກົມຄຸ້ມຄອງຊັບສິນແຫ່ງລັດ ກະ ຊວງການເງິນ ໄດ້ຈັດພິທີ ປິດຊຸດຝຶກອົບຮົມວຽກງານວິຊາສະເພາະ, ວຽກງານກວດກາຊັບສິນຂອງລັດ ໃຫ້ພະນັກງານຂະແໜງຊັບສິນ ທົ່ວປະເທດ ປະຈໍາປີ 2024 ໂດຍການເປັນປະທານຂອງ ທ່ານ ວົງພະສິດ ສີລາວົງ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ມີວິທະຍາກອນ ແລະ ນັກສໍາມະນາກອນ ຂະແໜງຊັບສິນ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.
![]()
ພາຍຫຼັງສໍາເລັດການຝຶກອົບຮົມ ເຫັນໄດ້ວ່ານັກສຳມະນາກອນແຕ່ ລະທ່ານໄດ້ມີຄວາມຮັບຮູ້ໃໝ່ເພີ່ມຂຶ້ນ, ສາມາດນໍາໃຊ້ບົດຮຽນ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດວຽກງານວິຊາສະເພາະ, ການກວດກາຊັບສິນຂອງລັດ ເພື່ອໃຫ້ຕອບສະໜອງໄດ້ການປ່ຽນແປງຂອງຟື້ນຖານເສດຖະກິດ ແລະ ການຄຸ້ມຄອງງົບປະມານໃນແຕ່ລະໄລຍະ. ເຊິ່ງຜ່ານການປະເມີນຜົນຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນຢູ່ໃນລະດັບດີ ຫາ ດີຫຼາຍ ສະເລ່ຍ 90% ໃນຄວາມຮັບຮູ້, ຮຽນຮູ້ດ້ານເນື້ອ ແລະ ຂອດການຈັດຕັ້ງປະຕິບັດວຽກງານຕົວຈິງ. ໃນພິທີ ຍັງໄດ້ມອບໃບຢັ້ງຢືນສໍາເລັດການຝຶກອົບຮົມ ໃຫ້ແກ່ນັກສໍາມະນາກອນ ເຊິ່ງໃຫ້ກຽດມອບໂດຍ ທ່ານ ວົງພະສິດ ສີລາວົງ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ. |