ກອງປະຊຸມສະຫຼຸບວຽກງານການເງິນ ປະຈໍາປີ 2024 ແລະ ທິດທາງແຜນການປີ 2025, ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ,ທີ່ຫ້ອງປະຊຸມຂອງພະແນກ, ໂດຍການເປັນປະທານຂອງທ່ານ ພອນປະເສີດ ລາຊາໂພ ຫົວໜ້າພະແນກການເງິນແຂວງສາລະວັນ, ມີຮອງຫົວໜ້າພະແນກ, ຫົວໜ້າຂະແໜງ 3 ສາຍຕັ້ງ, ຫົວໜ້າຫ້ອງການ-ການເງິນ 8 ຕົວເມືອງ, ຫົວໜ້າຂະແໜງ-ຮອງຂະແໜງ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
ທ່ານ ພອນປະເສີດ ລາຊາໂພ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ແມ່ນເພື່ອສະຫຼຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານການເງິນ ປີ 2024 ແລະ ທິດທາງແຜນການປີ 2025 ຕາມແຜນດໍາເນີນງານຂອງແຕ່ລະກຸ່ມວຽກໃຫ້ມີຜົນສໍາເລັດ, ແຕ່ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສາມາດປະຕິບັດລາຍຮັບໄດ້ 285,70 ຕື້ກວ່າກີບເທົ່າກັບ 153,16% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວເພີ່ມຂຶ້ນ55,81%. ໃນນັ້ນ, ລາຍຮັບທ້ອງຖິ່ນ ປະຕິບັດໄດ້ 187,74 ຕື້ກວ່າກີບເທົ່າກັບ 149,02% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 56,36%; ດ້ານລາຍຈ່າຍປະຕິບັດໄດ້ 564,01 ຕື້ກວ່າກີບເທົ່າກັບ 98,94% ຂອງແຜນດັດແກ້, ທຽບໃສ່ໄລຍະດຽວເພີ່ມຂຶ້ນ 27,87%.
![]() ພ້ອມທັງໄດ້ມີການປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍເປັນທັນສະໄໝໄດ້ຫຼາຍຫົວໜ່ວຍ, ສາມາດສ້າງບ້ານປອດພາສີໄດ້ຫຼາຍບ້ານໃນ 8 ຕົວເມືອງ, ເອົາ ໃຈໃສ່ສະກັດກັ້ນການລັກລອບໝີພາສີ, ການຄ້າຂາຍເຖື່ອນ, ການສົ່ງອອກ ແລະ ນໍາເຂົ້າສິນຄ້າຜິດກົດໝາຍໄດ້ໂດຍພື້ນຖານ. ໂອກາດນີ້,ທ່ານ ນາງ ຫວັດສະດີ ສີປະເສີດ ຮອງຫົວໜ້າພະແນກການເງິນແຂວງສາລະວັນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2024 ແລະທິດທາງແຜນການປີ 2025 ໃນໄລຍະຜ່ານມາ ສາມາດເຮັດສໍາເລັດຫຼາຍໜ້າວຽກເປັນຕົ້ນ: ການປະຕິບັດແຜນງົບປະມານແຫ່ງລັດປີ 2024 ໄດ້ຄຽງຄູ່ກັບການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຕິດພັນກັບການຜັນຂະຫຍາຍດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍໂດຍສຸມໃສ່ 2 ຈຸດສຸມເປັນຕົ້ນ: ການສ້າງຄວາມເຂັ້ມແຂງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ; ການປະຢັດ ແລະ ຕ້ານການຟຸມເຟືອຍຂອງລາຍຈ່າຍງົບປະມານແຫ່ງລັດ, ກໍານົດຄາດໝາຍສູ້ຊົນ, ແຜນວຽກຈຸດສຸມເປັນອັນລະອຽດຄຽງຄູ່ກັບການນໍາໃຊ້ມາດຕະການເຂົ້າໃສ່ວຽກງານຕົວຈິງຢ່າງເໝາະສົມ ແລະ ທັນການ.
|