• ກະຊວງການເງິນ
  • |
  • 2025-02-13
  • |
  • ສາມອົງການຈັດຕັ້ງ

          ເພື່ອປະຕິບັດຕາມຄໍາແນະນໍາຂອງສູນກາງສະຫະພັນແມ່ຍິງລາວ ໃນການກະກຽມດໍາເນີນກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງ ເວົ້າລວມ, ເວົ້າສະເພາະກໍແມ່ນ ການສືບຕໍ່ປະຕິບັດຕາມຂັ້ນຕອນ ໃນການກະກຽມຈັດກອງປະຊຸມໃຫຍ່ຂອງສະຫະພັນແມ່ຍິງ ກະຊວງການເງິນ ຄັ້ງທີ VI ທີ່ຄາດວ່າຈະຈັດຂຶ້ນໃນທ້າຍເດືອນມັງກອນ 2025 ນີ້. ສະນັ້ນ, ໃນວັນທີ 15 ມັງກອນ 2025 ສະຫະພັນແມ່ຍິງ ກະຊວງການເງິນ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະລົງສະໝັກເລືອກຕັ້ງ ເປັນຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການເງິນ ຮອບທີ 2 ໂດຍການເປັນປະທານຂອງ ທ່ານ ນາງ ດາວອນ ທອງຈັນ ປະທານສະຫະພັນແມ່ຍິງ ກະຊວງການເງິນ, ມີຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງການເງິນ, ບັນດາຫົວໜ້າໜ່ວຍແມ່ຍິງອ້ອມຂ້າງກະຊວງການເງິນ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.

             ໂອກາດດັ່ງກ່າວ, ທ່ານ ນາງ ດາວອນ ທອງຈັນ ຍັງໄດ້ມີຄໍາເຫັນຕໍ່ກອງປະຊຸມ ເຊິ່ງທ່ານໃຫ້ຮູ້ວ່າ: ຈຸດປະສົງຂອງກອງປະຊຸມໃນມື້ນີ້ ກໍແມ່ນເພື່ອຜ່ານ ຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງການເງິນ ຊຶ່ງຮ່າງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງການສະຫຼຸບຕີລາຄາ ບົດບາດການນໍາພາ, ຄວາມຮັບຜິດຊອບ ແລະ ຄວາມເປັນເອກະພາບ ຂອງຄະນະບໍລິຫານງານ ພ້ອມທັງເປີດໂອກາດໃຫ້ສະມາຊິກແມ່ຍິງ ທຸກສະຫາຍໃນທີ່ປະຊຸມ ສາມາດປະກອບຄໍາຄິດເຫັນໃສ່ເນື້ອໃນ ຕໍ່ກັບ ຮ່າງບົດສໍາຫຼວດການນໍາພາລວມ ໃຫ້ມີເນື້ອໃນທີ່ສົມບູນຂຶ້ນຕື່ມ ແລະ ພ້ອມທັງ ດໍາເນີນການປ່ອນບັດທາບທາມບຸກຄະລາກອນ ຮອບທີ 2 ເພື່ອກະກຽມຄວາມພ້ອມໃສ່ກອງປະຊຸມໃຫຍ່ ຂອງສະມາຊິກແມ່ຍິງ ກະຊວງການເງິນ.

              ພ້ອມກັນນັ້ນ, ເພື່ອຮັບປະກັນໃຫ້ການດໍາເນີນກອງປະຊຸມສໍາເລັດໄປຕາມລະດັບຄາດໝາຍ, ທ່ານ ຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງ ກໍຄືບັນດາສະມາຊິກເອື້ອຍນ້ອງແມ່ຍິງທັງໝົດທີ່ເຂົ້າຮ່ວມກອງປະຊຸມ ຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ຄົ້ນຄວ້າຮັບຟັງ, ສຸມເຫື່ອແຮງ ແລະ ສະຕິປັນຍາ ເພື່ອປະກອບຄໍາຄິດຄຳເຫັນໃສ່ ຮ່າງບົດສໍາຫຼວດການນໍາພາລວມ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຂຶ້ນ. ພ້ອມດຽວກັນນັ້ນ, ການຄັດເລືອກເປົ້າໝາຍທີ່ຈະລົງສະໝັກເປັນຄະນະບໍລິຫານງານສະຫະພັນແມ່ຍິງກະຊວງ ກໍຕ້ອງອີງໃສ່ຜູ້ທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ຕາມທີ່ກໍານົດໄວ້ ເພື່ອໃຫ້ໄດ້ເປົ້າໝາຍທີ່ສາມາດປະຕິບັດພາລະກິດ ກໍຄືວຽກງານຂອງສະຫະພັນແມ່ຍິງ ກະຊວງການເງິນໃນຕໍ່ໜ້າ.

© 2025 Copyright: ກະຊວງການເງິນ, ສປປ ລາວ