ໃນວັນທີ 15 ມັງກອນ 2025, ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ ດໍາເນີນການສະສາງລົດຂອງລັດ ທີ່ພະນັກງານບໍານານ ແລະ ພະນັກງານປະຈໍາການຂອງກະຊວງການເງິນ ນໍາໃຊ້ ຊຸດທີ IV ໂດຍການນໍາພາຂອງ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ມີຄະນະຮັບຜິດຊອບ, ພະນັກງານບໍານານ ແລະ ພະນັກງານປະຈໍາການ ທີ່ມາຈາກບັນດາກົມອ້ອມຂ້າງ ຂອງກະຊວງການເງິນ ເຂົ້າຮ່ວມ.
![]() |
ໃນການສະສາງລົດຂອງລັດ ໃຫ້ແກ່ພະນັກງານບໍານານ ແລະ ພະນັກງານປະຈໍາການຂອງກະຊວງການເງິນ ໃນຄັ້ງນີ້ ແມ່ນອີງຕາມດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ລົດບໍລິຫານຂອງລັດ ສະບັບເລກທີ 0393/ກງ ລົງວັນທີ 04 ກຸມພາ 2022 ແລະ ຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ ລົງວັນທີ 28 ທັນວາ 2023 ແລະ ອີງຕາມບົດລາຍງານຂອງກົມຄຸ້ມຄອງຊັບສິນແຫ່ງລັດ ເຊິ່ງລົດທີ່ສາມາດສະສາງອອກໃຫ້ໄດ້ແມ່ນຕ້ອງເປັນລົດຂອງລັດ ທີ່ນອນໃນເປົ້າໝາຍການສະສາງ ແມ່ນລົດບໍລິຫານ (ປ້າຍຟ້າ) ທີ່ພະນັກງານບໍານານ ໄດ້ເອົາໄປນໍາໃຊ້ໃນເວລາເຂົ້າຮັບອຸດໜູນບໍານານ ແລະ ລົດຂອງລັດ ທີ່ພະນັກງານປະຈໍາການທີ່ເຄີຍນໍາໃຊ້ມາແລ້ວ ປະເພດລົດໃຫ່ຍແມ່ນລົດທີ່ມີອາຍຸການນໍາໃຊ້ 10 ປີຂຶ້ນໄປ, ສ່ວນລົດຈັກ ແມ່ນລົດທີ່ມີອາຍຸການນໍາໃຊ້ 05 ປີຂຶ້ນໄປ ແລະ ເປັນລົດທີ່ທາງການຈັດຕັ້ງທີ່ກ່ຽວຂ້ອງບໍ່ໄດ້ນໍາໃຊ້ແລ້ວ.
![]() | ![]() | ![]() |
![]() | ![]() | ![]() |
ສໍາລັບພະນັກງານທີ່ມີເງື່ອນໄຂສະເໜີຂໍຫັນກໍາມະສິດລົດຂອງລັດ ເປັນຕົ້ນ ພະນັກງານບໍານານ ແມ່ນຕ້ອງເປັນຜູ້ທີ່ໄດ້ຮັບອຸດໜູນບໍານານ ກ່ອນອອກຂໍ້ຕົກລົງ ວ່າດ້ວຍການສະສາງລົດຂອງລັດ ສະບັບເລກທີ 169/ນຍ ລົງວັນທີ 28 ທັນວາ 2023 ທີ່ໄດ້ເອົາລົດຂອງລັດ ໄປນໍາໃຊ້ໃນໄລຍະຜ່ານມາ, ເປັນຜູ້ທີ່ໄດ້ມີການຕົກລົງຫັນກໍາມະສິດຈາກການຈັດຕັ້ງທີ່ກ່ຽວຂ້ອງຂອງຕົນເອງແລ້ວ ທີ່ຍັງບໍ່ໄດ້ຕີມູນຄ່າ, ປະກອບເອກະສານ ແລະ ມອບເງິນເຂົ້າງົບປະມານແຫ່ງລັດ ແລະ ຕ້ອງສາມາດຊໍາລະເງິນຄ່າລົດ, ພາສີ-ອາກອນຕ່າງໆ ກ່ຽວກັບລົດດັ່ງກ່າວເປັນງວດດຽວ ເຂົ້າງົບປະມານແຫ່ງລັດ ໃຫ້ຄົບຖ້ວນຕາມຈໍານວນ ແລະ ກໍານົດເວລາ.
![]() |
ບໍລິຫານປະເພດ 4 ຂຶ້ນໄປ, ລົດທີ່ສະເໜີຂໍຊື້ຕ້ອງເປັນລົດທີ່ຕົນເອງໄດ້ນໍາໃຊ້ໃນໄລຍະຜ່ານມາ ແລະ ມີອາຍຸການນໍາໃຊ້ 10 ປີ ຂຶ້ນໄປ; ສໍາລັບປະເພດລົດຈັກ ຕ້ອງເປັນພະນັກງານ ທີ່ມີອາຍຸການສັງກັດລັດຫຼາຍກວ່າ 07 ປີ ຂຶ້ນໄປ; ລົດທີ່ສະເໜີຂໍຊື້ຕ້ອງເປັນລົດທີ່ຕົນເອງໄດ້ນໍາໃຊ້ໃນໄລຍະຜ່ານມາ ແລະ ມີອາຍຸການນໍາໃຊ້ 05 ຂຶ້ນໄປ ແລະ ຕ້ອງຮັບປະກັນການຊຳລະເງິນ ຄ່າລົດ, ຄ່າພາສີ-ອາກອນຕ່າງໆກ່ຽວກັບລົດດັ່ງກ່າວ ເປັນງວດດຽວ ເຂົ້າງົບປະມານແຫ່ງລັດ ໃຫ້ຄົບຖ້ວນຕາມຈໍານວນ ແລະ ກຳນົດເວລາ. ຖ້າບຸກຄົນໃດ ທີ່ຕ້ອງການຫັນ ຫາກບໍ່ສາມາດປະຕິບັດຕາມເງື່ອນໄຂທີ່ກຳນົດ ຕ້ອງໃຫ້ຖອນຄືນມາເປັນລົດບໍລິຫານຂອງລັດ.
ໃນການສະສາງລົດຂອງລັດ ໃຫ້ພະນັກງານບໍານານ ແລະ ພະນັກງານປະຈໍາການຂອງກະຊວງການເງິນ ໃນຄັ້ງນີ້ ແມ່ນເປັນຊຸດທີ 4 ທີ່ໄດ້ມີການສະສາງ ເຊິ່ງມີທັງໝົດ ຈໍາານວນ 16 ຄັນ ໃນນີ້, ມີລົດກະບະ 14 ຄັນ, ລົດຈິບ 1 ຄັນ ແລະ ລົດຈັກ 1 ຄັນ ເຊິ່ງສະສາງໃຫ້ພະນັກງານບໍານານ ຈໍານວນ 4 ທ່ານ ແລະ ໃຫ້ພະນັກງານ ປະຈໍາການນໍາໃຊ້ ຈໍານວນ 12 ທ່ານ. ພາຍຫຼັງຄະນະຮັບຜິດຊອບ ໄດ້ມີການປົດປ້າຍທະບຽນລົດຂອງລັດອອກ ກໍ່ຍັງໄດ້ມີການກວດກາສະພາບລົດ ແລະ ປີທີ່ຜະລິດລົດ ເພື່ອປະເມີນລາຄາ ຕາມລະບຽບຫຼັກ ທີ່ໄດ້ກໍານົດໄວ້ ກ່ອນທີ່ຈະຫັນກໍາມະສິດລົດຂອງລັດ ໃຫ້ບຸກຄົນນໍາໃຊ້.