ໃນລະຫວ່າງວັນທີ 20 ຫາ 21 ມັງກອນ 2025 ໄດ້ມີການດຳເນີນກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດວຽກງານຄັງເງິນແຫ່ງຊາດ ປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ໂດຍການເປັນປະທານ ຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ມີຕາງໜ້າຈາກບັນດາກົມທີ່ກ່ຽວຂ້ອງ, ທະນາຄານແຫ່ງ ສປປລາວ, ຜູ້ຕາງໜ້າຄັງເງິນແຫ່ງຊາດ ປະຈຳ ແຂວງຈາກທົ່ວປະເທດ ເຂົ້າຮ່ວມ.
![]() |
ໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ມີຄຳເຫັນຕໍ່ກອງປະຊຸມບາງຕອນສຳຄັນວ່າ: ກອງປະຊຸມ ຄັ້ງນີ້ສຸດທີ່ມີຄວາມໝາຍສຳຄັນ ເຊີ່ງເປີດຂື້ນໃນທາມກາງໄລຍະທີ່ ຂຸ້ນຂ້ຽວ ສຸມໃສ່ໃນການສະຫຼຸບ ສູນໂມງ-ຕົວເລກຂາດຕົວງົບປະມານແຫ່ງລັດ ປະຈໍາປີ 2024; ກອງປະຊຸມຄັ້ງນີ້ ຈະໄດ້ນໍາສະເໜີບາງເນື້ອໃນເອກະສານສໍາຄັນ, ເຊິ່ງຕ້ອງໄດ້ພ້ອມກັນຄົ້ນຄວ້າ, ຕີລາຄາ, ປະກອບຄໍາຄິດເຫັນ ແລະ ເຊື່ອມຊືມ ບັນດາບັນຫາທີ່ສໍາຄັນຕົ້ນຕໍ ດັ່ງນີ້: ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງຄັງເງິນ ປະຈໍາປີ 2024 ແລະ ທິດທາງ ແຜນການ ປີ 2025; ສະຫຼຸບແຜນພັດທະນາຂະແໜງຄັງເງິນ 4 ປີ ແຕ່ປີ 2021-2024 ແລະ ທິດທາງ ປີ 2025 ທີ່ຕິດພັນກັບວາລະແຫ່ງຊາດ; ຕີລາຄາການຈັດຕັ້ງປະຕິບັດວຽກງານຫັນເປັນທັນສະໄໝ ( ລະບົບ LIFMIS ), ວຽກງານລວມສູນບັນຊີ TSA ໃນ 06 ເດືອນທ້າຍປີ 2024 ແລະ ທິດທາງຈັດຕັ້ງປະຕິບັດ ປີ 2025; ຮັບຟັງການສະເໜີ ການພັດທະນາ ລະບົບ LIFMIS ຈາກບໍລິສັດຜູ້ພັດທະນາ ພ້ອມກັນນັ້ນກໍ່ໄດ້ຮັບຟັງການ ເຜີຍແຜ່ ຂໍ້ຕົກລົງ ວ່າດ່ວຍລະບຽບການຄຸ້ມຄອງ ພະນັກງານ-ລັດຖະກອນ ຂະແໜງຄັງເງິນ ສະບັບເລກທີ 0082/ກງ.
![]() |
ທ່ານ ຍັງໃຫ້ຮູ້ຕື່ມວ່າ: ໃນປີ 2025 ຈະມານີ້ ຂະແໜງການເງິນ ຂອງພວກເຮົາ ຈະໄດ້ຮັບໜ້າທີ່ການເມືອງ ອັນໜັກໜ່ວງ, ມີແຜນການຈັດເກັບລາຍຮັບທັງໝົດ 68,100 ຕື້ກີບ, ປະມານ18.16% ຂອງ GDP, ໃນນັ້ນ ລາຍຮັບພາຍໃນ 62,700 ຕື້ກີບ, ລາຍຮັບຊ່ວຍເຫລືອລ້າ 5,400 ຕື້ກີບ. ສໍາລັບດ້ານລາຍຈ່າຍທັງໝົດ 71,850 ຕື້ກີບ ປະມານ 19.16% ຂອງ GDP ແລະ ການຂາດດຸນງົບປະມານ ຈໍານວນ 3,750 ຕື້ກີບ ປະມານ 1% ຂອງ GDP; ເຊີ່ງເຫັນວ່າເປັນຕົວເລກການຈັດເກັບລາຍຮັບທີ່ສູງພໍສົມຄວນ ທີ່ຂະແໜງການເງິນຂອງພວກເຮົາ ຕ້ອງບຸກທະລຸ ຕ້ານການຮົ່ວໄຫລ ທາງດ້ານຮັບ ແລະ ລາຍຈ່າຍ; ຈັດເກັບລາຍຮັບໃຫ້ຄົບຖ້ວນ ໃຫ້ໄດ້ຕາມແຜນ ຫຼື ລື່ນແຜນ ເພື່ອໃຫ້ພຽງພໍກັບລາຍຈ່າຍ, ຊໍາລະໜີ້ສິນ ມີສ່ວນສະສົມ; ພ້ອມນັ້ນລາຍຈ່າຍ ກໍຕ້ອງເຂັ້ມງວດຈໍາກັດ ຈ່າຍໃຫ້ຖືກຕ້ອງຕາມຕົວຈິງ ຖືກກັບລະບຽບກົດໝາຍ. ເຊິ່ງການບຸທະລຸວຽກງານດັ່ງກ່າວໄດ້ ມັນຮຽກຮ້ອງໃຫ້ພວກເຮົາ ຕ້ອງມີຄວາມສາມັກຄີພາຍໃນອັນໜັກແໜ້ນ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ຂະແໜງການເງິນພວກເຮົາ ຍົກສູງຄວາມເປັນເຈົ້າການ, ເປັນແບບຢ່າງທີ່ດີໃຫ້ຂະແໜງ ການອື່ນ, ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ທິດຊີ້ນຳຂອງກົມການເມືອງສູນກາງພັກ ໂດຍສະເພາະເນື້ອໃນຂອງມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກະ ລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024. ແຕ່ນີ້ຮອດປີ 2026 ຕ້ອງສຸມທຸກກໍາລັງແຮງສັງລວມ ເພື່ອຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄລຍະທ້າຍສະໄໝ ໃຫ້ປະກົດຜົນເປັນຈິງ ດ້ວຍຄຸນນະພາບ ແລະ ປະສິດທິຜົນຕົວຈິງ ຕາມຈິດໃຈສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.
![]() |
ໂດຍກອງປະຊຸມໄດ້ພ້ອມກັນ ຄົ້ນຄວ້າຕີລາຄາລົງເລິກ, ວິເຄາະ-ວິໄຈ ແລະ ປະກອບຄໍາເຫັນແລກປ່ຽນຢ່າງມີຈຸດສຸມໃນການແລກປ່ຽນຄຳຄິດເຫັນກັນ ແລະ ກັນ ຕາມຄຳຖາມເຈາະຈີ້ມຂອງກອງປະຊຸມ ຢ່າງມີວິທະຍາສາດ, ຫຼາກຫຼາຍ, ກົງໄປກົງມາ ແລະ ສ່ອງແສງສະພາບຕົວຈິງ, ເປັນເຈົ້າການແກ້ໄຂບັນດາບັນຫາທີ່ຄົງຄ້າງໃຫ້ຫຼຸດລົງ ແລະ ກ້າວໄປສູ່ການແກ້ໄຂ ສຳເລັດຂາດຕົວ.