ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ)ໄດ້ຈັດຊຸດຝຶກອົບຮົມກ່ຽວກັບ “ ການວິເຄາະການເງິນ ລົງເລິກພາກປະຕິບັດ Financial Analysis Mastering Financial Analysis ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນໂດຍທ່ານ ພອນມະນີ ສີສົມພົງ ກຳມະການຄະນະບໍລິຫານງານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ.
ນັກສຳມະນາກອນ ຝຶກອົບຮົມ ຄັ້ງນີ້ ແມ່ນມາຈາກກົມຄຸ້ມຄອງການບັນຊີ, ສະຖາບັນການເງິນ ແລະ ການບັນຊີ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ມຊ), ມາຈາກສະຖາບັນການທະນາຄານ ນອກນີ້ ມີສະມາຊິກ ສວ-ບກລ, ນັກຝຶກອົບຮົມ CPA ໃນແຕ່ລະລຸ້ນ ແລະ ຈາກຫົວໜ່ວຍທຸລະກິດຕ່າງໆ ເຂົ້າຮ່ວມທັງໝົດ ຈຳນວນ 68 ທ່ານ ເປັນ ຍິງ 35 ທ່ານ.
![]() |
ໂດຍບັນດານັກສຳມະນາກອນ ທີ່ໄດ້ຮັບໃບຢັ້ງຢືນໃນຄັ້ງນີ້ ແມ່ນໄດ້ຜ່ານການຝຶກອົບຮົມ ແລະ ຮັບຟັງການນຳສະເໜີ ກ່ຽວກັບ “ ການວິເຄາະການເງິນ ໂດຍລົງເລິກພາກປະຕິບັດ ນອກຈາກນີ້ ທາງຜູ້ບັນຍາຍກໍ່ໄດ້ແນະນຳຜູ້ເຂົ້າຮ່ວມແກ້ບົດຝຶກຫັດ ໂດຍນຳໃຊ້ຂໍ້ມູນຈິງ ມາຝຶກຊ້ອມໃນການວິເຄາະ ແລະ ປະເມີນຜົນຕົວຈິງ ຂອງການບໍລິຫານການເງິນ ໂດຍສົມມຸດເປັນອົງກອນຫົວໜ່ວຍທຸລະກິດຕົນ ຊຶ່ງກໍ່ໄດ້ມີຫຼາຍທ່ານໄດ້ຂຶ້ນນຳສະເໜີ ໃນແນວຄິດຂອງແຕ່ລະທ່ານ.
![]() | ![]() |
![]() |
ໂດຍເນັ້ນໜັກເນື້ອໃນຂອງການຝຶກອົບຮົມ ແມ່ນໄດ້ຍົກສູງພາລະບົດບາດໃຫ້ແກ່ຜູ້ທີ່ເຂົ້າຮ່ວມຝຶກອົບຮົມ ທີ່ເປັນພະນັກງານການເງິນ ແລະ ບັນຊີ ບໍ່ວ່າຈະເປັນຫົວໜ່ວຍທຸລະກິດ, ວິສາຫະກິດທີ່ໃຫ້ບໍລິການບັນຊີ ແລະ ກວດສອບ ແລະ ບັນດາພະນັກງານຄູ-ອາຈານ ຈາກສະຖາບັນການສຶກສາຕ່າງໆ ເພື່ອນຳໄປ ເປັນບົດຮຽນຄວາມຮູ້ໃນການຈັດຕັ້ງປະຕິບັດ ໂດຍສະເພາະ ການບໍລິຫານການເງິນຂອງອົງກອນ ໃຫ້ມີປະສິທິພາບ ແລະ ສ້າງຄວາມໝັ້ນໃຈຕໍ່ການຕັດສິນໃຈຂອງ ເຈົ້າຂອງທຸລະກິດ ຫຼື ຜູ້ຖືຮຸ້ນ ໃນຂອບເຂດທົ່ວປະເທດ.
![]() |