• ກົມຄຸ້ມຄອງຊັບສິນແຫ່ງລັດ
  • |
  • 2025-02-13
  • |
  • ວຽກວິຊາສະເພາະ

        ໃນວັນທີ 27 ມັງກອນ 2025 ທີ່ ກະຊວງການເງິນ ໄດ້ເປີດຊຸດຝຶກອົບຮົມ ວຽກງານວິຊາສະເພາະ ແລະ ວຽກງານກວດກາຊັບສິນຂອງລັດ ໃຫ້ແກ່ພະນັກງານຄຸ້ມຄອງຊັບສິນແຫ່ງລັດທົ່ວປະເທດ ປະຈຳປີ 2024 ຂື້ນ, ໂດຍການເປັນປະທານ ຂອງທ່ານ ພຸດທະສິນ ເຮືອງທະວົງ, ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, , ຫົວໜ້າກົມກວດກາ, ຕາງໜ້າຈາກສະຖາບັນການເງິນ-ການບັນຊີ, ຫົວໜ້າພະແນກ, ຮອງຫົວໜ້າພະແນກຂອງກົມຄຸ້ມຄອງຊັບສິນແຫ່ງລັດ, ບັນດາຫົວໜ້າ-ຮອງຫົວໜ້າຂະແໜງຄຸ້ມຄອງຊັບສິນແຫ່ງລັດ ພະແນກການເງິນປະຈຳນະຄອງຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

       ໂອກາດດັ່ງນີ້, ທ່ານ ພຸດທະສິນ ເຮືອທະວົງ ໃຫ້ຮູ້ວ່າ: ຊຸດຝຶກອົບຮົມໃນຄັ້ງນີ້ ມີຄວາມໜາຍຄວາມສໍາຄັນ ເພື່ອໃຫ້ແກ່ພະນັກງານຂະແໜງຄຸ້ມຄອງຊັບສິນແຫ່ງລັດ ເຫັນໄດ້ຄວາມໝາຍ ແລະ ຄວາມສຳຄັນຕໍ່ກັບວຽກງານກວດກາຂອງຂະແໜງການເງິນ ໃນປະຈຸບັນ-ອານາຄົດ ແລະ ເພື່ອຖອດຖອນບົດຮຽນ, ຜັນຂະຫຍາຍໝູນໃຊ້ເຂົ້າໃນວຽກງານຄວາມຮັບຜິດຊອບໃຫ້ປາກົດຜົນເປັນຈິງ ເປັນຕົ້ນແມ່ນ ວຽກງານກວດກາພັກ, ວຽກງານກວດກາລັດ, ວຽກງານແກ້ໄຂຜົນການກວດສອບ-ກວດກາ ແລະ ວຽກງານກວດກາຊັບສິນຂອງລັດ ເຊີ່ງລ້ວນແລ້ວແຕ່ເປັນສິ່ງສຳຄັນ ທີ່ ບັນດາພະນັກງານຂະແໜງຄຸ້ມຄອງຊັບສິນແຫ່ງລັດ ຕ້ອງໄດ້ກຳແໜ້ນ ບັນດາພຶດຕິກໍາ ແລະ ບົດຮຽນ ຕ່າງໆ  ຕິດຕາມການຈັດຕັ້ງປະຕິບັດໜ້າທີ່ ຂອງພະນັກງານໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ຄົບຖ້ວນ.

        ຊຸດຝຶກອົບຮົມແລກປ່ຽນບົດຮຽນວຽກງານກວດກາ ໃຫ້ແກ່ພະນັກງານຂະແໜງການຄຸ້ມຄອງຊັບສິນແຫ່ງລັດໃນຂອບເຂດທົ່ວປະເທດ ໃນຄັ້ງນີ້: ແມ່ນໄດ້ຈັດຂຶ້ນເພື່ອ ຖອດຖອນບົດຮຽນ ໃນໄລຍະຜ່ານມາ ແລະ ນຳເອົາຜົນສຳເລັດດັ່ງກ່າວມາເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານກວດກາໃນຕໍ່ໜ້າໃຫ້ມີ ປະສິດທິພາບ ແລະ ໄດ້ຮັບຜົນສຳເລັດຫຼາຍກວ່າເກົ່າ, ເຊີ່ງຜູ້ຕາງໜ້າຈາກຂະແໜງຄຸ້ມຄອງຊັບສິນແຫ່ງລັດ ພະແນກການເງິນປະຈຳນະຄອນຫຼວງວຽງຈັນ, ບັນດາແຂວງໃນຂອບເຂດທົ່ວປະເທດຈະຕ້ອງສຸມສະຕິປັນຍາຄວາມຮູ້ຄວາມສາມາດ ປະກອບສ່ວນ ຊ່ວຍຄະນະກວດກາພັກກະຊວງ ໃນການຕິດຕາມ, ກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຕິດຕາມແກ້ໄຂ ຜົນຂອງການກວດກາ-ກວດສອບ ໃນຂົງເຂດການເງິນແຕ່ສູນກາງຮອດທ້ອງຖິ່ນເຮັດໃຫ້ປະກົດການຫຍໍ້ທໍ້ ໃນຂະແໜງການເງິນ ຫລຸດລົງເທື່ອລະກ້າວ.

         ດັ່ງນັ້ນ, ວຽກ​ງານ​ກວດກາແມ່ນເປັນວຽກງານໜຶ່ງທີ່ສອດຫ້ອຍ ແລະ ຄຽງຄູ່ກັບທຸກຂົງເຂດວຽກງານ ​ເວົ້າລວມ, ​ເວົ້າ​ສະ​ເພາະ​ວຽກ​ງານ​ກວດກາ​ຂົງເຂດການ​ເງິນ ​ແມ່ນ​ມີ​ຄວາມ​ສຳ​ຄັນ​ ຕໍ່​ບົດບາດຂອງການ​ນຳພາ-ຊີ້ນຳ​ຂອງອົງຄະນະພັກກະຊວງການເງິນ ໃນການ​ຄຸ້ມ​ຄອງ​ເກັບລາຍ​ຮັບ ​ແລະ ຄຸ້ມ​ຄອງ​ລາຍ​ຈ່າຍ​ງົບປະມານແຫ່ງລັດ, ການກວດກາ, ຕິດຕາມການປະຕິບັດໜ້າທີ່ຂອງພະນັກງານໃນຂະແໜງການເງິນແຕ່ສູນກາງ ແລະ ທ້ອງຖິ່ນ  ເພື່ອສ້າງ​ບັນທັດຖານ​ໃຫ້​ແກ່​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ ຂອງ​ພະນັກງານ​ໃຫ້​ມີ​ສະຕິ​ເປັນ​ເຈົ້າ​ການ ປະຕິບັດ​ບັນດາລະບຽບການ, ກົດໝາຍ​ຕ່າງໆ ​ໃນ​ຂົງ​ເຂດ​ການ​ເງິນຢ່າງ​ເຂັ້ມ​ງວດ, ລວມທັງ​ສະກັດ​ກັ້ນ ​ແລະ ຕ້ານພຶດຕິ​ກຳຕ່າງໆ ​ທີ່​ເປັນປະກົດການຫຍໍ້ທໍ້ ແລະ ການຫຼົບ​ຫຼີກ​ປະຕິບັດ​ພັນທະ​ຕໍ່​ງົບປະມານ ຂອງ​ຜູ້​ປະກອບ​ການ ​ແລະ ​​ການກວດກາ ເປັນ​ການ​ຊຸກຍູ້, ສົ່ງ​ເສີມ​ໃຫ້​ບັນດາ​ວິ​ສາ​ຫະກິດ​ ເຂົ້າ​ສູ່ລະບຽບການເທື່ອລະກ້າວ

© 2025 Copyright: ກະຊວງການເງິນ, ສປປ ລາວ