ໃນວັນທີ 14 ມິຖຸນາ 2024, ໜ່ວຍຊາວໜຸ່ມ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍຊາວໜຸ່ມ ກົມຄຸ້ມຄອງຊັບສິນແຫ່ງລັດ ໂດຍການເປັນປະທານຮ່ວມຂອງ ສະຫາຍ ພຸດທະສິນ ເຮືອງທະວົງ ກໍາມະການພັກກະຊວງ, ເລຂາໜ່ວຍພັກ ກົມຄຸ້ມຄອງຊັບສິນແຫ່ງລັດ, ສະຫາຍ ສົມຈິດ ຄໍາມຸງຄຸນ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານ ຊາວໜຸ່ມປະຊາຊົນ ປະຕິວັດລາວ (ຊປປລ) ກະຊວງການເງິນ ແລະ ສະຫາຍ ນາມແສງ ຊາທຸສິນ ຄະນະບໍລິຫານງານ ຊປປລ ກະຊວງການເງິນ, ເລຂາໜ່ວຍ ຊປປລ ກົມຄຸ້ມຄອງຊັບສິນແຫ່ງລັດ. ມີຕາງໜ້າອົງການຈັດຕັ້ງ ສະຫະພັນກໍາມະບານ ແລະ ແມ່ຍິງ ຂອງກົມ, ຕາງໜ້າຈາກໜ່ວຍຊາວໜຸ່ມບັນດາກົມອ້ອມຂ້າງ ແລະ ສະມາຊິກຊາວໜຸ່ມພາຍໃນກົມຄຸ້ມຄອງຊັບສິນແຫ່ງລັດ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະໜ່ວຍຊາວໜຸ່ມ ຊຸດເກົ່າ. ພ້ອມກັນນັ້ນ, ຕາງໜ້າສະຫະພັນກໍາມະບານ ແລະ ແມ່ຍິງ ຂອງກົມ ໄດ້ປະກອບຄໍາເຫັນ ແລະ ສະເໜີໃຫ້ໜ່ວຍຊາວໜຸ່ມ ສືບຕໍ່ສ້າງຂະບວນການ ໃນການຊ່ວຍເຫຼືອສັງຄົມ, ສືບຕໍ່ເຜີຍແຜ່ບັນດາລະບຽບການ ໃຫ້ສະມາຊິກຊາວໜຸ່ມ ແລະ ສ້າງສະມາຊິກຊາວໜຸ່ມໃຫ້ນັບມື້ນັບເຂັ້ມແຂງ ໂດຍສະເພາະຊາວໜຸ່ມເພດຍິງ.

