ໃນວັນທີ 28 ມັງກອນ 2025 ພະແນກການເງິນ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ປະກາດພະນັກງານພັກການຮັບອຸດໜູນບໍານານ ໂດຍການເປັນປະທານຂອງ ທ່ານ ສີລິລາດ ທົງສິນທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ.
![]() | ![]() |
ໃນກອງປະຊຸມໄດ້ມີການຜ່ານຂໍ້ຕົກລົງຂອງ ທ່ານລັດຖະມົນຕີກະຊວງການເງິນ ເຊິ່ງໄດ້ອະນຸມັດໃຫ້ພະນັກງານພະແນກການເງິນ ນະຄອນຫຼວງວຽງຈັນ, ສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ, ຄັງເງິນປະຈຳນະຄອນຫຼວງວຽງ ຈັນ, ຫ້ອງການການເງິນເມືອງ, ສ່ວຍສາອາກອນປະຈຳເມືອງ, ຄັງເງິນປະຈຳເມືອງ ທີ່ຂື້ນກັບ ນະຄອນຫຼວງວຽງຈັນ ທີ່ໄດ້ພັກການຮັບອຸດໜູນບຳນານ ໃນງວດ 1 ປີ 2025 ຊຶ່ງມີທັງໝົດ ຈໍານວນ 14 ທ່ານ ໃນນີ້, ມີພະນັກງານ ສ່ວຍສາອາກອນ ປະຈຳນະຄອນຫຼວງວຽງຈັນ ຈໍານວນ 6 ທ່ານ, ສ່ວຍສາອາກອນປະຈໍາເມືອງປາກງື່ມ 1 ທ່ານ, ສ່ວຍສາອາກອນ ປະຈຳເມືອງໄຊເສດຖາ 1 ທ່ານ, ສ່ວຍສອາກອນ ປະຈຳເມືອງສີໂຄດຕະບອງ 1 ທ່ານ, ພະແນກການເງິນນະຄອນຫຼວງວຽງຈັນ 1 ທ່ານ, ຄັງເງິນ ປະຈຳ ນະຄອນຫຼວງວຽງຈັນ 2 ທ່ານ, ຫ້ອງການ-ການເງິນເມືອງໄຊທານີ, ເມືອງນາຊາຍທອງ ເມືອງລະ 1 ທ່ານ.
![]() | ![]() |
ຈາກນັ້ນ, ກໍ່ໄດ້ມີການປະກາດການຍົກຍ້າຍແຕ່ງຕັ້ງພະນັກງານຈໍານວນໜຶ່ງ ເຊິ່ງລັດຖະມົນຕີກະຊວງການເງິນ ໄດ້ຕົກລົງເຫັນດີແຕ່ງຕັ້ງ ທ່ານ ພູເງິນ ຄໍາພູນວົງ ແລະ ທ່ານ ໄຊຍະພອນ ເພັດຊາດາເຮືອງ ເປັນຮອງຫົວໜ້າສ່ວຍສາອາກອນ ປະຈໍານະຄອນຫຼວງວຽງຈັນ, ຍົກຍ້າຍ ແລະ ແຕ່ງຕັ້ງ ທ່ານ ພິມມະສອນ ທິບພະວົງ ເປັນຫົວໜ້າຂະແໜງຄຸ້ມຄອງອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ໃບເກັບເງິນ, ແຕ່ງຕັ້ງ ທ່ານ ບຸນມີ ໄຊຍະວົງ ເປັນຮອງຫົວໜ້າຂະແໜງຄຸ້ມຄອງອາກອນມູນຄ່າເພີ່ມ, ອາກອນຊົມໃຊ້ ແລະ ໃບເກັບເງິນ, ແຕ່ງຕັ້ງ ທ່ານ ນາງ ພັດສະລີ ສະນິດ ເປັນຫົວໜ້າຂະແໜງກວດກາໄລ່ລຽງອາກອນ, ແຕ່ງຕັ້ງ ທ່ານ ນາງ ມະນີລາ ວົງພູທອນ ແລະ ທ່ານ ຄໍາສອນ ທໍາມະວົງ ເປັນຮອງຫົວໜ້າຂະແໜງກວດກາໄລ່ລຽງອາກອນ, ແຕ່ງຕັ້ງ ທ່ານ ບຸນທະວີສັກ ບຸນຊ່ວຍ ເປັນຮອງຫົວໜ້າຂະແໜງຄຸ້ມຄອງລາຍຮັບ ແລະ ບໍລິການຜູ້ເສຍອາກອນ.
![]() |