• ສະຖາບັນການເງິນ – ການບັນຊີ
  • |
  • 2025-02-13
  • |
  • ວຽກວິຊາສະເພາະ

        ເມື່ອບໍ່ດົນມານີ້, ສະຖາບັນການເງິນ-ການບັນຊີ ໄດ້ຈັດພິທີ ສະຫຼຸບປິດຊຸດຮຽນ ແລະ ມອບ ປະກາສະນີຍະບັດ ໃຫ້ແກ່ນັກສຶກສາປະລິນຍາຕີ ລະບົບກໍ່ສ້າງ ຊຸດທີ VIII ສົກສຶກສາ 2023-2024 ໂດຍການເປັນປະທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ຟອງສີສຸພັນ ພົມມະວົງ ຫົວໜ້າສະຖາບັນການເງິນ-ການບັນຊີ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສະຖາບັນ, ວິທະຍາໄລ ແລະ ຄູ-ອາຈານ, ນັກຮຽນ, ນັກສຶກສາ ເຂົ້າຮ່ວມ.

          ທ່ານ ຟອງສີສຸພັນ ພົມມະວົງ ກ່າວວ່າ: ພິທີ ມອບ-ຮັບ ປະກາສະນີຍະບັດ ຄັ້ງນີ້ ເປັນການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດ ແຜນການຮຽນ-ການສອນ ແລະ ມອບປະກາສະນີຍະບັດ ໃຫ້ແກ່ນັກສຶກສາ ປະລິນຍາຕີ ລະບົບກໍ່ສ້າງ (ຊຸດທີ 8) ສົກຮຽນ 2023-2024. ເຊິ່ງສະແດງເຖິງຜົນສໍາເລັດ ໃນການປະຕິບັດວຽກງານວິຊາສະເພາະ ຂອງພະນັກງານ-ລັດຖະກອນ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຖືກມອບໝາຍຈົນສໍາເລັດ, ການເອົາໃຈໃສ່ ສຶກສາຄົ້ນຄວ້າຮໍ່າຮຽນຂອງນັກສຶກສາ, ການສະໜັບສະໜູນຊ່ວຍເຫຼືອດ້ານຕ່າງໆຈາກຂະແໜງການຂອງລັດ ແລະ ຜູ້ປະກອບການ, ການມີສ່ວນຮ່ວມຈາກຜູ້ປົກຄອງ ແລະ ສັງຄົມ. ເຊິ່ງສົກສຶກສາ ປີ 2023-2024 ມີຈໍານວນນັກສຶກສາສໍາເລັດການສຶກສາ ທັງໝົດ 331 ຄົນ, ຍິງ 232 ຄົນ ປະກອບດ້ວຍ 05 ສາຂາວິຊາ ຄື: ສາຂາ ຄຸ້ມຄອງການເງິນແຫ່ງລັດ; ຄຸ້ມຄອງການເງິນວິສາຫະກິດ; ສ່ວຍສາອາກອນ; ບັນຊີວິສາຫະກິດ-ກວດສອບ ແລະ ສາຂາ ພາສີ. ໃນນັ້ນ, ນັກສຶກສາຍາດໄດ້ໃບຍ້ອງຍໍ ທັງໝົດຈໍານວນ 216 ຄົນ, ຍິງ 160 ຄົນ.

          ໂອກາດນີ້, ທ່ານ ພູວົງ ກິດຕະວົງ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດຂອງການນໍາ, ພະນັກງານ, ຄູ-ອາຈານ ສະຖາບັນການເງິນ-ການບັນຊີ  ທີ່ໄດ້ປະກອບສ່ວນສຸມທຸກກໍາລັງສະຕິປັນຍາ, ຄວາມຮູ້-ຄວາມສາມາດ ໃນການກໍ່ສ້າງບຸກຄະລາກອນໃຫ້ມີວຸດທິການສຶກສາ, ມີລະດັບຄວາມຮູ້-ຄວາມສາມາດ ແລະ ມີຄຸນນະພາບ ໂດຍສະເພາະແມ່ນ ວິຊາການດ້ານການຄຸ້ມຄອງການເງິນແຫ່ງລັດ, ຄຸ້ມຄອງການເງິນວິສາຫະກິດ, ບັນຊີ-ກວດສອບ, ພາສີ ແລະ ສ່ວຍສາອາກອນ, ຊຶ່ງໄດ້ຜ່ານການຮຽນທາງດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ຕາມຫຼັກສູດທີ່ໄດ້ຮັບອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ. ຄຽງຄູ່ກັບຜົນງານ ກໍຄືຜົນສໍາເລັດທີ່ຍາດມາໄດ້ນັ້ນ, ຍັງມີບາງດ້ານທີ່ຕ້ອງໄດ້ເອົາໃຈໃສ່ຕື່ມ ໂດຍສະເພາະ ດ້ານການສຶກສາອົບຮົມ ວຽກງານການເມືອງແນວຄິດໃຫ້ແກ່ພະນັກງານຄູ-ອາຈານ ແລະ ນັກສຶກສາ ໃຫ້ມີຄວາມໜັກແໜ້ນ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ ກໍຄື ການຊີ້ນໍາ-ນໍາພາຂອງຄະນະພັກ-ຄະນະນໍາ ສະຖາບັນການເງິນ-ການບັນຊີ, ສືບຕໍ່ເອົາໃຈໃສ່ພັດທະນາລະບົບການຮຽນ-ການສອນ ໃຫ້ມີຄຸນນະພາບ ກ້າວຂຶ້ນສູ່ຄວາມທັນສະໄໝ ແລະ ເປັນມືອາຊີບ, ສືບຕໍ່ສຸມໃສ່ການກໍ່ສ້າງພັດທະນາຜູ້ຮຽນຢ່າງໜັກແໜ້ນເຂັ້ມແຂງ ຕາມ 03 ລັກສະນະ ແລະ 05  ຫຼັກມູນຂອງການສຶກສາແຫ່ງຊາດ ເວົ້າລວມ,  ເວົ້າສະເພາະ ແມ່ນສ້າງບຸກຄະລາກອນໃນຂະແໜງ ການເງິນ-ການບັນຊີ ໃຫ້ມີຄຸນນະພາບສູງໂດດເດັ່ນໃນສັງຄົມ ແລະ ເຊື່ອໝັ້ນວ່າ ນັກສຶກສາ ທີ່ສໍາເລັດການສຶກສາຊຸດນີ້ ຈະກາຍເປັນພະນັກງານສືບທອດທີ່ດີຂອງພັກ-ລັດ ໃນອະນາຄົດ, ເປັນຜູ້ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມສາມາດ, ມີລະບຽບວິໄນ, ມີຫົວຄິດປະດິດສ້າງໃນການຈັດຕັ້ງ, ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບ, ດ້ວຍຄວາມດຸໝັ່ນໃນຂົງເຂດວຽກງານທີ່ໄດ້ຮັບມອບໝາຍຈາກການຈັດຕັ້ງ ໃຫ້ມີຜົນສໍາເລັດເປັນຢ່າງດີ. 

© 2025 Copyright: ກະຊວງການເງິນ, ສປປ ລາວ