• ກົມພາສີ
  • |
  • 2025-02-13
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 30  ມັງກອນ 2025 ໜ່ວຍພັກພະແນກພະແນກນິຕິກຳ-ພະແນກຄຸ້ມຄອງລາຍຮັບ ແລະ ບໍລິຫານຄວາມສ່ຽງ ໄດ້ເປີດກອງປະຊຸມໃຫ່ຍ ຄັ້ງທີ IV ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພູເຂົາຄຳ ວັນນະວົງໄຊ ເລຂາຄະນະພັກຮາກຖານກົມພາສີ ແລະ ສະຫາຍ ພົມມະຈັກ ສີພັນດອນ ເລຂາໜ່ວຍພັກ, ມີຄະນະຕິດຕາມກອງປະຊຸມ, ບັນດາເລຂາໜ່ວຍພັກອ້ອມຂ້າງ, ມີຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ ສະມາຊິກພັກພາຍໃນໜ່ວຍພັກ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

 

     ເພື່ອເປັນການສະຫຼຸບຕີລາຄາ ໝາກຜົນທີ່ຍາດມາໄດ້ ໃນໄລຍະຜ່ານມາ ແລະ ກໍານົດທິດທາງໜ້າທີ່ວຽກງານໃນຊຸ່ມປີຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ຂະແໜງການພາສີ ໂດຍສະເພາະຂົງເຂດວຽກງານນິຕິກໍາ, ຄຸ້ມຄອງລາຍຮັບ ແລະ ບໍລິຫານຄວາມສ່ຽງ ຕອບສະໜອງໃຫ້ແກ່ການຈັດຕັ້ງປະຕິບັດຢ່າງເປັນເອະພາບລວມສູນ, ຮັບປະກັນການສົ່ງເສີມການອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ. ໃນກອງປະຊຸມ ໄດ້ມີການຜ່ານບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມ ຂອງໜ່ວຍພັກເຊິ່ງສະແດງໃຫ້ເຫັນໄດ້ໝາກຜົນ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຊິ່ງໜ່ວຍພັກກໍ່ໄດ້ພະຍາຍາມບຸກບືນສູ້ຊົນນໍາພາສະມາຊິກພັກ-ພະນັກງານຂອງຕົນ ຜ່ານຜ່າສິ່ງທ້າທາຍຕ່າງໆ ເພື່ອຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນ ແລະ ທິດທາງໜ້າທີ່ວຽກງານທີ່ໄດ້ວາງອອກຢ່າງຕັ້ງໜ້າ ໂດຍສະເພາະການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ວິຊາ​ສ​ະເພາະຕົວ​ຈິງ​ຢູ່​ພາຍ​ໃນ​ຄວາມ​ຮັບຜິດຊອບ​ຂອງ​ໜ່ວຍ​ພັກ​ ສະແດງອອກໃນການຈັດ​ເກັບລາຍ​ຮັບສົກ​ປີ 2024 ທີ່ໄດ້ຮັບແຜນການຈັດເກັບລາຍຮັບ ຈໍານວນ 14.000 ຕື້​ກີບ, ຜ່ານການຈັດຕັ້ງປະຕິບັດ​ແຕ່​ຕົ້ນ​ປີ​ຮອດ​ທ້າຍເດືອນພະຈິກ 2024 ສາມາດໄດ້​ 16,183 ຕື້​ກີບ ​ເທົ່າ​ກັບ 115,59% ຂອງແຜນການປີ. ຖ້າສົມທຽບໃສ່ໃນໄລຍະດຽວກັນ ແມ່ນເພີ່ມຂື້ນ 37,28% ຫຼື ເທົ່າກັບ 4,395 ຕື້ກີບ.

 

 

        ໂອກາດດັ່ງກ່າວ, ຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍ ເລຂາຄະນະພັກຮາກຖານກົມພາສີ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ໜ່ວຍພັກທີ່ຍາດມາໄດ້ ທັງໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ແມ່ນເຫດການທາງການເມືອງທີ່ມີຄວາມໝາຍສໍາຄັນ ຂອງໜ່ວຍພັກ, ເນື່ອງຈາກວ່າ: ເປັນການສະຫຼຸບຕີລາຄາໝາກຜົນຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ໃນຊຸມປີທີ່ຜ່ານມາ ພ້ອມທັງກໍານົດທິດທາງຄາດໝາຍ ແລະ ໜ້າທີ່ແຕ່ລະດ້ານ ໃນຕໍ່ໜ້າ ຊຶ່ງໄດ້ສະແດງອອກຢ່າງຈະແຈ້ງໃນຮ່າງລາຍງານການເມືອງ; ພ້ອມກັນນັ້ນ, ຍັງໄດ້ມີການສໍາຫຼວດຕີລາຄາການນໍາພາລວມຂອງຄະນະໜ່ວຍພັກ ໃນການນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຕົນ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ພົ້ນເດັ່ນ ເພື່ອເສີມຂະຫຍາຍ, ດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອປັບປຸງແກ້ໄຂ ແລະ ເປັນບ່ອນອີງໃຫ້ຄະນະໜ່ວຍພັກໄດ້ນໍາໄປເປັນບົດຮຽນ ເພື່ອສືບຕໍ່ຊີ້ນໍາ-ນໍາພາໃນຕໍ່ໜ້າ ຕາມລະບຽບ-ຫຼັກການຂອງພັກ, ພ້ອມນັ້ນ, ຍັງໄດ້ເນັ້ນໃຫ້ຄະນະໜ່ວຍພັກຈັດ​ຕັ້ງ​ຜັນ​ຂະຫຍາ​ຍເນື້ອ​ໃນ​ມະຕິ​ ກອງປະຊຸມໃນຄັ້ງນີ້ ໃຫ້​ກາຍ​ເປັນ​ແຜນການ, ​ໂຄງການ, ​ເປັນ​ແຜນ​ງານ​ອັນ​ລະອຽດ​ຂອງ​ໜ່ວຍພັກ, ຂອງ​ຂະ​ແໜງຕົນ ​ແລະ ​ແຜນການ​ດັ່ງກ່າວ​ໃຫ້​ກາຍ​ເປັນ​ຂະ​ບວນການ​ເຄື່ອນ​ໄຫວຕົວ​ຈິງ​ຂອງ​ມະຫາຊົນ​ຢ່າງ​ແຂງ​ແຮງ. ທັງເຊີດ​ຊູຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ, ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ນີ້​ໃຫ້​ເກີດ​ຜົນ​ຕົວ​ຈິງ.

© 2025 Copyright: ກະຊວງການເງິນ, ສປປ ລາວ