ໃນວັນທີ 04 ກຸມພາ 2025 ກົມຄຸ້ມຄອງການບັນຊີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງປີ 2025 ໂດຍການເປັນປະທານຂອງ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ນາງ ດາວອນ ທອງຈັນ ຫົວໜ້າກົມຄຸ້ມຄອງການບັນຊີ, ມີຄະນະກົມ, ຄະນະພະແນກ, ພະນັກງານຫຼັກແຫຼ່ງຂອງກົມບັນຊີ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ນາງ ດາວອນ ທອງຈັນ ໄດ້ຜ່ານບົດສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ກຳນົດທິດທາງປີ 2025 ໂດຍທ່ານໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້ ເພື່ອພ້ອມກັນສະຫຼຸບຕີລາຄາຜົນສໍາເລັດ ໃນການກຳນົດກົນໄກການຊູກຍູ້ ໃຫ້ບັນດາຫົວໜ່ວຍງົບປະມານ ແລະ ບັນດາຫົວໜ່ວຍທຸລະກິດ ຖືບັນຊີ ໃຫ້ຖືກຕ້ອງ ຕາມກົດໝາຍ; ຄຸ້ມຄອງ, ຕິດຕາມ ກວດກາ ການເຄື່ອນໄຫວຂອງວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ໃຫ້ປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງ ແນໃສ່ເຮັດໃຫ້ວຽກງານບັນຊີ ກາຍເປັນເຄື່ອງມືຮັບໃຊ້ການຄຸ້ມການເງິນແຫ່ງລັດ ຢ່າງແທ້ຈິງ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃຫ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຕາມນະໂຍບາຍຂອງພັກ-ລັດຖະບານ.

ພ້ອມນັ້ນ, ໃນບົດສະຫຼຸບ ທ່ານຍັງໃຫ້ເຫັນໄດ້ໝາກຜົນຂອງການຈັດຕັ້ງປະຕິບັດບັນດາວຽກງານທີ່ພົ້ນເດັ່ນ ແລະ ມີຜົນສໍາເລັດໃນຫຼາຍວຽກງານ ລວມທັງເຫັນໄດ້ສາເຫດທີ່ພາໃຫ້ມີຜົນສໍາເລັດ ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ທິດທາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ ແລະ ຍັງໄດ້ປຶກສາຫາລືທາງດ້ານວິຊາການ ກ່ຽວກັບ ການຈັດຕັ້ງປະຕິ ບັດວຽກງານບັນຊີ ແລະ ກວດສອບອິດສະລະ ໄລຍະຜ່ານມາ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ມາດຕະການ ໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ທ່ານ ພູວົງ ກິດຕະວົງ ຍັງໄດ້ໃຫ້ກຽດມອບໃບຍ້ອງຍໍຜົນງານ ພະນັກງານລັດຖະກອນ ຂອງກົມຄຸ້ມຄອງການບັນຊີ ປະຈໍາປີ 2023 ຕາມການຕົກລົງເຫັນດີຂອງ ທ່ານລັດຖະມົນຕີກະຊວງການເງິນ ເຊິ່ງໄດ້ຍ້ອງຍໍໃຫ້ພະນັກງານ ລັດຖະກອນຂອງກົມຄຸ້ມຄອງການບັນຊີ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ການເມືອງຈົນໄດ້ຮັບຜົນສໍາເລັດ ເຊິ່ງຜູ້ທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້ ມີທັງໝົດ ຈໍານວນ 30 ທ່ານ, ຍິງ 16 ທ່ານ, ໃນນີ້ ມີປະເພດດີຫຼາຍ ຈໍານວນ 12 ທ່ານ, ຍິງ 5 ທ່ານ, ປະເພດດີ ມີ 18 ທ່ານ, ຍິງ 11 ທ່ານ.

ຈາກນັ້ນ, ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ ທີ່ໄດ້ຮັບການຍ້ອງຍໍ ໃນຄັ້ງນີ້ ແລະ ທັງໃຫ້ກຽດໂອ້ລົມເພື່ອເປັນທິດທາງໃນການປະຕິບັດວຽກງານໃນຕໍ່ໜ້າໂດຍໄດ້ເນັ້ນໃຫ້ສຸມໃສ່ ສ້າງ ແລະ ປັບປຸງ ນິຕິກຳກ່ຽວກັບວຽກງານບັນຊີ ແລະ ກວດສອບອິດສະລະ ໃຫ້ສອດຄ່ອງກັບສະພາບເສດຖະກິດພາຍໃນປະເທດ, ສອດຄ່ອງກັບພາກພື້ນ ແລະ ສາກົນ, ຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີ ແລະ ກວດສອບອິດສະລະ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ; ຊຸກຍູ້ ໃຫ້ຫົວໜ່ວຍທຸລະກິດ ຫັນມາຖືບັນຊີ ຕາມກົດໝາຍ ເພື່ອເປັນພື້ນຖານໃນການຈັດເກັບລາຍຮັບງົບປະມານ ໃຫ້ຖືກຕ້ອງ, ຕິດຕາມ ກວດກາ ການເຄື່ອນໄຫວທຸລະກິດຂອງບັນດາບໍລິສັດບັນຊີ ແລະ ບໍລິສັດກວດສອບ ໃຫ້ປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ຢ່າງເຄັ່ງຂັດ, ສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການກຳນົດກົນໄກການຊຸກຍູ້ການຖືບັນຊີ ໃຫ້ມີປະສິດທິພາບ, ໂລ່ງລຽນ, ຫຼຸດຜ່ອນບັນດາຂອດຂັ້ນ ແລະ ສິ່ງອຸດຕັນຕ່າງໆ ແລະ ນໍາເອົາເນື້ອໃນຈິດໃຈ ຂອງກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດຢ່າງວ່ອງໄວ ແລະ ເປັນຮູບປະທໍາ ແທດເຖິງຕົວຈິງ.
