ໃນລະຫວ່າງ ວັນທີ 10-14 ກຸມພາ 2025 ທີ່ຜ່ານມາ. ຄະນະຮັບຜິດຊອບຄຸ້ມຄອງການປ່ຽນແປງຂອງກະຊວງການເງິນ ໄດ້ສໍາເລັດ ການເຮັດວຽກຮ່ວມກັບຄະນະຊ່ຽວຊານ ຂອງ ບໍລິສັດ CH Academy ປະເທດປອກຕຸຍການ, ພາຍໃຕ້ການປັບປຸງລະບົບການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ (E-FITS) ເຊິ່ງໄດ້ຮັບການສະໜັບສະໜູນຈາກທະນາຄານໂລກ ໃນການຝຶກອົບຮົມ ການສ້າງຄວາມສາມາດໃນການສືສານ ໃຫ້ພະນັກງານກົມທີ່ກ່ຽວຂ້ອງຂອງກະຊວງການເງິນ ໃນລະຫວ່າງວັນທີ 10-13 ກຸມພາ 2025 ຊຶ່ງມີຜູ້ເຂົ້າຮ່ວມ ຈໍານວນ 14 ທ່ານ ແລະ ຝຶກອົບຮົມໃຫ້ຕົວແທນເຄື່ອຄ່າຍການປ່ຽນແປງ ໃນລະຫວ່າງວັນທີ 12-13 ກຸມພາ ຊິ່ງມີຜູ້ເຂົ້າຮ່ວມກັບທີຈາກບັນດາກົມຂອງກະຊວງການເງິນ ແລະ ຜູ້ເຂົ້າຮ່ວມຜ່ານວິດີໂອທາງໄກຈາກຄັງເງິນປະຈໍາແຂວງ, ນະຄອນຫຼວງວຽງຈັນ ຫຼາຍກວ່າ 50 ທ່ານ.
![]() |
ນອກນັ້ນ, ຄະນະຮັບຜິດຊອບຂອງບໍລິສັດ ຍັງໄດ້ເຂົ້າເຮັດວຽກຮ່ວມກັບ ບັນດາກົມທີ່ກຽວ້ຂອງຂອງກະຊວງການເງິນ ເປັນຕົ້ນແມ່ນ ກົມຄຸ້ມຄອງໜີ້ສິນສາທາລະນະ ກ່ຽວກັບການນໍາໃຊ້ລະບົບຄຸ້ມຄອງໜີ້ສິນສາທາລະນະ (DMFAS), ກົມເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ບໍລິສັດຜູ້ພັດທະນາລະບົບ LIFMIS, ລະບົບ IFMIS. ເພື່ອເກັບກໍາຂໍ້ມູນການຈັດຕັ້ງປະຕິບັດໂຄງການ ແລະ ວຽກງານຝຶກອົບຮົມຕ່າງໆ. ພ້ອມທັງ, ຍັງໄດ້ປຶກສາຫາລືທິດທາງການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ຕາມພາລະບົດບາດ ແລະ ຂອບເຂດສິດ ເພື່ອສຶບຕໍ່ວຽກງານຄຸ້ມຄອງການປ່ຽນແປງ ໃຫ້ສໍາເລັດຕາມແຜນທີ່ກໍານົດໄວ.
![]() |