• ກົມຄຸ້ມຄອງໜີ້ສີນສາທາລະນະ
  • |
  • 2025-02-17
  • |
  • ວຽກງານພັກ-ພະນັກງານ

          ໃນວັນທີ 03 ກຸມພາ 2025 ໜ່ວຍພັກຮາກຖານ ກົມຄຸ້ມຄອງໜີ້ສິນສາທາລະນະ (ກຄສ) ໄດ້ເປີດກອງປະຊຸມ ທາບທາມບຸກຄະລາກອນ ຮອບທີ I ໂດຍການເປັນປະທານຂອງ ສະຫາຍ ສຸລິວັດ ສຸວັນນະຈູມຄໍາ ກໍາມະການປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງການເງິນ, ມີສະຫາຍ ວິເລດ ກິນນາວົງ ເລຂາໜ່ວຍພັກຮາກຖາມກົມ, ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ພ້ອມດ້ວຍຄະນະໜ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

          ກອງປະຊຸມໄດ້ຜ່ານ ຮ່າງ ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ແລະ ຮ່າງ ພັດທະນາຂະແໜງການ. ເຊິ່ງການຈັດຕັ້ງປະຕິບັດວຽກງານ 5 ປີຜ່ານມາ ຂອງໜ່ວຍພັກ ກຄສ ເຫັນໄດ້ຜົນສໍາຫຼາຍດ້ານ ໂດຍສະເພາະດ້ານແນວຄິດການເມືອງ, ດ້ານຈັດຕັ້ງ-ພະນັກງານ, ແລະ ດ້ານວິຊາສະເພາະ (ວຽກງານຄຸ້ມຄອງບໍລິຫານໜີ້ສິນ, ວກງານຄຸ້ມຄອງການກູ້ຢືມຕໍ່ ແລະ ການຄໍ້າປະກັນ, ວຽກງານແຜນການ ແລະ ປະເມີນຜົນ ແລະ ວຽກງານການຄຸ້ມຄອງໂຄງການ) ແລະ ໄດ້ສໍາເລັດການຈັດຕັ້ງປະຕິບັດບັນດາໜ້າວຽກຕ່າງໆທີ່ຄະນະນໍາກະຊວງການເງິນໄດ້ຊີ້ນໍາ ແລະ ມອບໝາຍໃຫ້.

          ສໍາລັບທິດທາງແຜນການໃນໄລຍະ 05 ປີ 2026-2030, ໜ່ວຍພັກ ຈະສືບຕໍ່ປະຕິບັດບັນດາໜ້າວຽກໃນດ້ານຕ່າງໆໃຫ້ສໍາເລັດຕາມແຜນ ໂດຍສະເພາະບັນດາໜ້າວຽກທີ່ສາມາດປະຕິບັດໄດ້ ແລະ ປັບປຸງແກ້ໄຂບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ສາມາດຖອດຖອນໄດ້ໃນໄລຍະຜ່ານມາ.

ກອງປະຊຸມຄັ້ງນີ້, ບັນດາສະມາຊິກພັກ ໄດ້ຮ່ວມກັນປະກອບຄວາມຄິດເຫັນເຂົ້າໃນບັນດາບົດດັ່ງກ່າວ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບປະສິດທິພາບ, ປະສິດທິຜົນ ໃນຕໍ່ໜ້າ. ນອກນັ້ນ, ກອງປະຊຸມ ຍັງໄດ້ດໍາເນີນການປ່ອນບັດທາບທາມບຸກຄະລາກອນ ຮອບທີ I ຂອງໜ່ວຍພັກ ກົມຄຸ້ມຄອງໜີ້ສິນສາທາລະນະ.

           ໂອກາດນີ້, ສະຫາຍ ສຸລິວັດ ສຸວັນນະຈູມຄໍາ ໄດ້ສະແດງຄວາມຊົມເຊີຍຄະນະພັກ-ຄະນະນໍາ ກົມຄຸ້ມຄອງໜີ້ສິນສາທາລະນະ ທີ່ສາມາດຍາດໄດ້ຜົນງານຫຼາຍດ້ານໃນໄລຍະຜ່ານມາ ສະແດງໃຫ້ເຫັນເຖິງການຊີ້ນໍາ-ນໍາພາ ຂອງຄະນະພັກຮາກຖານກົມ ແລະ ການເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງສະມາຊິກພັກພາຍໃນກົມ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ; ມີຫຼັກໝັ້ນ ໜັກແໜ້ນ ແລະ ເຊື່ອໝັ້ນ ຕໍ່ແນວທາງນະໂຍບາຍຂອງພັກປະຊາຊົນ ປະຕິວັດລາວ. ສໍາລັບທິດທາງໃນຕໍ່ໜ້າ ໃຫ້ພະນັກງານສະມາຊິກພັກ ເອົາໃຈໃສ່ ປັບປຸງ ແກ້ໄຂຂໍ້ຄົງຄ້າງ ແລະ ຈັດຕັ້ງປະຕິບັດວຽກງານຕາມການຊີ້ນໍາຂອງຂັ້ນເທິງ ໂດຍສະເພາະການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ຮັກສາຄວາມໝັ້ນທ່ຽງຂອງເສດຖະກິດມະຫາພາກ, ການຄຸ້ມຄອງ, ການແກ້ໄຂບັນຫາໜີ້ສິນສາທາລະນະ ແລະ ບໍລິຫານໜີ້ສິນ ຢ່າງມີປະສິດທິຜົນ.

© 2025 Copyright: ກະຊວງການເງິນ, ສປປ ລາວ